Ad

Ad

2 September 2016

ລັດຖະບານສັ່ງຍຸບໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີຜິດລະບຽບພັນກວ່າຫົວໜ່ວຍ

            ລັດຖະບານໄດ້ມີຄໍາສັ່ງໃຫ້ຍຸບໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີໃນທົ່ວປະເທດພັນກວ່າແຫ່ງ, ພາຍຫລັງເຫັນວ່າບັນດາໂຮງງານເຫລົ່ານັ້ນເຂົ້າສ້າງຂຶ້ນບໍ່ຖືກຕ້ອງຕາມລະບຽບກົດ ໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍອຸດສະຫະກໍາປຸ່ງແຕ່ງ ແລະ ຄໍາສັ່ງເລກທີ 15 ຂອງນາຍົກລັດ ຖະມົນຕີວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.
            ບັນຫາດັ່ງກ່າວໄດ້ຮັບການຢືນຢັນຈາກລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ,ທັງເປັນໂຄສົກລັດຖະບານ ທ່ານ ຈະເລີນ ເຢຍປາວເຮີ ໃນວັນທີ 1 ກັນຍານີ້, ໂດຍໃຫ້ຮູ້ວ່າ: ພາຍຫລັງ, ນາຍົກລັດຖະມົນຕີໄດ້ອອກຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ
ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ໄດ້ຊ່ວຍໃຫ້ຫລາຍຂະແໜງການກ່ຽວຂ້ອງນັບທັງສູນຂັ້ນກາງ ແລະ ທ້ອງຖິ່ນມີຄວາມເອກກະພາບສູງໃນການຈັດຕັ້ງຜັນຂະ ຫຍາຍຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ, ໂດຍສາມາດກວດເຫັນໂຮງງານປຸງແຕ່ງໄມ້ທີ່ຕັ້ງຢູ່ໃກ້ ແລະ ຢູ່ໃນປ່າສະຫງວນ, ປ່າຫວງຫ້າມ ແລະ ປ່າປ້ອງກັນຈໍານວນ 28 ແຫ່ງ ແລະ ໂຮງງານເຟີນີເຈີຈໍານວນ 1.154 ຫົວໜ່ວຍ, ເຊິ່ງໂຮງງານເຫລົ່ານີ້ແມ່ນມີທັງກໍລະນີບໍ່ມີໃບອະນຸຍາດ ຫລື ມີໃບອະນຸຍາດແຕ່ເຄື່ອນໄຫວບໍ່ຖືກຕ້ອງຕາມຂອບເຂດສິດຂອງຂະແໜງການກ່ຽວຂ້ອງໄດ້ອະນຸຍາດ, ນອກຈາກນີ້ຍັງມີໂຮງງານປຸງແຕ່ງໄມ້ ແລະ ເຟນີເຈີທີ່ມີໃບອະນຸຍາດອີກຈໍານວນ 1.590 ຫົວໜ່ວຍແມ່ນຈະໄດ້ຖືກດັດສົມຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ ແລະ ຄວາມອາດສາມາດໃນການສະໜອງໄມ້ໃຫ້ແກ່ການປຸງແຕ່ງເປັນຜະລິດຕະພັນນໍາໃຊ້ພາຍໃນ ຫລື ສົ່ງອອກ.

             ທ່ານ ຈະເລີນ ເຢຍປາວເຮີ ກ່າວວ່າ: ການສັ່ງໃຫ້ຍຸບດັ່ງກ່າວ, ແມ່ນປະຕິບັດຕາມລະບຽບກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍອຸດສະຫະກໍາປຸງແຕ່ງ ແລະ ຄໍາສັ່ງເລກທີ 15 ຂອງນາຍົກ ລັດຖະມົນຕີ, ທັງເປັນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະເທດຊາດ ແລະ ປະຊາ ຊົນນໍາດ້ວຍ.

No comments:

Post a Comment