Ad

Ad

5 September 2016

ທິບພະຍະປະກັນໄພ ສະໜັບສະໜູນວຽກງານການສຶກສາລາວຢ່າງຕໍ່ເນື່ອງ

          ໃນໄລຍະຜ່ານມານີ້, ບໍລິສັດ ທິບພະຍະປະກັນໄພ, ໄດ້ຈັດກິດຈະກຳຕ່າງໆປະກອບສ່ວນຊ່ວຍເຫລືອ ແລະ ສະໜັບສະໜູນວຽກງານການສຶກສາຂອງລາວໃຫ້ມີຄຸນນະພາບ ແລະ ເປັນກຳລັງແຮງໃຫ້ນ້ອງນັກຮຽນໃນທົ່ວປະເທດ, ຊຶ່ງທ້າຍເດືອນສິງຫາຜ່ານມານີ້, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງບໍລິສັດດັ່ງກ່າວ, ນຳໂດຍທ່ານ ສົມໄຊ ກຽດສຸດາ ອຳນວຍການບໍລິສັດ, ໄດ້ເດີນທາງໄປໂຮງຮຽນປະຖົມສົມບູນ ບ້ານວັງໂພ ເມືອງວັງວຽງ, ແຂວງວຽງຈັນ ເພື່ອນຳເອົາອຸປະກອນການສຶກສາຈຳນວນໜຶ່ງໄປມອບໃຫ້ນ້ອງນັກຮຽນເຊັ່ນ: ປຶ້ມຂຽນ, ປິກ, ສໍດຳ, ໄມ້ບັນທັດ, ປຶ້ມນິທານ, ຊຸດນັກຮຽນ, ກະເປົາ ແລະ ກະດານດຳ. ພ້ອມນີ້ ຍັງໄດ້ພ້ອມກັນສ້ອມແປງຫ້ອງຮຽນ, ໂຕະຕັ່ງ ແລະ ອື່ນໆທີ່ຊຸດໂຊມ ແລະ ເປ່ເພໃຫ້ສາມາດໃຊ້ງານໄດ້ ແລະ ໄດ້ຖືໂອກາດດັ່ງກ່າວ, ສ້າງອາຄານຮຽນຫລັງໃໝ່ໃຫ້ໂຮງຮຽນປະຖົມບ້ານວັງໂພ, ລວມມູນຄ່າການກໍ່ສ້າງທັງໝົດຫລາຍກວ່າ 24 ລ້ານກີບ.


          ທ່ານ ບຸນໄຊ ບຸນຍານຸລັກ ກຳມະການຜູ້ຈັດການໃຫຍ່ ກ່າວວ່າ: ການສະໜັບສະ ໜູນການສຶກສາເປັນສິ່ງສຳຄັນທຳອິດຂອງບໍລິສັດ, ສຳລັບການສ້າງເຍົາວະຊົນໃຫ້ກາຍເປັນຜູ້ໃຫຍ່ທີ່ມີສະຕິປັນຍາດີ, ມຄວາມສະຫລາດຫລັກແຫລມ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຈະເລີນຮຸ່ງເຮືອງ.

No comments:

Post a Comment