Ad

Ad

5 September 2016

ມາດ​ຕະການ​ຜະ​ເດັດ​ເສິກ​ກັບ​ພວກ​ໜີ​ພາສີ ( ຄໍລຳ ເບິ່ງກວ້າງເຫັນໄກ )

# ວິເສດ ສະແຫວງສຶກສາ

    ບັນຫາການຫລົບຫລີກພາສີ ກໍຄືການໂກງກິນຊັບສົມບັດຂອງລັດຂອງເຫລົ່ານັກທຸລະກິດຫົວໃສໃຈຄົດປານແຂນສອກນັ້ນໄດ້ເຮັດໃຫ້ທາງການຂອງຫລາຍປະເທດເຈັບຫົວ ຕ່າງແຕ່ວ່າເຈັບໜ້ອຍ ຫລືເຈັບຫລາຍອີງຕາມຜົນເສຍຫາຍທາງເສດຖະກິດ. ປາກົດການຫຍໍ້ທໍ້ດັ່ງກ່າວໄດ້ກາຍເປັນບັນຫາຂ້າມຊາດໄປແລ້ວ. ດັ່ງນັ້ນ ຈຶ່ງບໍ່ເປັນເລື່ອງແປກທີ່ຫລາຍໆປະເທດ ກໍຄືສະຖາບັນການເງິນສາກົນແລະ ພາກພື້ນໄດ້ຮ່ວມກຳລັງກັນຕໍ່ສູ້ຕ້ານການຫລົບຫລີກພາສີ, ປ້ອງກັນບໍ່ໃຫ້ຜູ້ກະທຳຜິດເລັດລອດໄປສະເຫວີຍສຸກຢູ່ນອກປະເທດ. ​ໃນບັນຫາຂໍ້ຕົກລົງດ້ານການຄ້າການລົງທຶນ ບໍ່ວ່າຈະເປັນລະດັບສອງຝ່າຍ ຫລື ຫລາຍຝ່າຍກໍລ້ວນແຕ່ໄດ້ກຳນົດມາດຕະການປ້ອງກັນບໍ່ໃຫ້ມີການເສຍພາສີຊ້ຳຊ້ອນ ​​ແລະ ການຫລົບຫລີກພາສີ. ມາດຕະການຕ້ານການຫລົບຫລີກພາສີທີ່ມາແຮງແຊງໜ້າຂອງຫລາຍໆປະເທດໃນມໍ່ໆນີ້ແມ່ນຂໍ້ກຳນົດໃໝ່ຂອງອັງກິດ ວ່າດ້ວຍການປັບໄໝຜູ້ທີ່ໜີ ຫລື ຫລົບຫລີກພັນທະເສຍພາສີເຊິ່ງອາດຈະສູງເຖິງ 200% ຂອງເງິນພາສີທີ່ບໍ່ໄດ້ແຈ້ງ ຫລືເງິນທີ່ຄ້າງຈ່າຍພາສີ.
ເປົ້າໝາຍຫລັກໆ​​ໃນການປັບໄໝແມ່ນຜູ້ໜີພາສີລະດັບເຈົ້າພໍ່ທີ່ກອບໂກຍເງິນເປື້ອນໄປຝາກກິນຂີ້ດອກຢູ່ຕ່າງປະເທດ. ມາດຕະການປັບໄໝໃນມູນຄ່າສູງຈຸເມກຂອງລັດຖະບານອັງກິດພາຍໃຕ້ການນຳຂອງນາຍົກຍິງເມເຕເຣຊາ ນີ້ຊີ້ໃຫ້ເຫັນວ່າ: ​ໃນມືອ່ອນໆຂອງຜູ້ນຳເພດຍິງນັ້ນມີຄ້ອນແກ່ນໆສຳລັບ​​ໄວ້ໂມ່ງໃສ່ຄົນກະທຳຜິດ. ຂໍ້ກຳນົດການປັບໄໝໃໝ່ນີ້ຄາດວ່າຈະນຳໃຊ້ຫລັງເດືອນກັນຍາປີ 2018. ​ແຕ່ນີ້ຮອດເວລານັ້ນ, ຜູ້ທີ່ຢູ່ໃນບັນຊີໜີພາສີຕ້ອງພິສູດຄວາມໂປ່ໃສຂອງຕົນໂດຍການເປີດເຜີຍຂໍ້ມູນກ່ຽວກັບພັນທະເສຍພາສີຂອງຕົນຕໍ່ອົງການພາສີແລະ ດ່ານພາສີອາກອນ. ​ໃນການປະຕິບັດຂໍ້ກຳນົດໃໝ່, ທາງການອັງກິດຈະໃຫ້ສິດຫລາຍຂຶ້ນແກ່ບັນດາອົງການກວດສອບພາສີຂອງລັດຖະບານ. ຜູ້ຕິດໜີ້ພາສີຢູ່ອັງກິດນອກຈາກຈະຖືກປັບໄໝໜັກແລ້ວ ຍັງຈະຖືກເປີດໂປ່ງຊື່ໃຫ້ທົ່ວສັງຄົມຊາບເອີ້ນວ່າ Name and Shame (​ເຜີຍແບຊື່ເພື່ອຂາຍຂີ້ໜ້າ). ຢູ່ມຽນມາ, ໜັງສືພິມ​ ​ເດິເນເຊິ (The Nation) ສະບັບວັນທີ 22 ​ເດືອນສິງຫາຜ່ານມາ ກໍໄດ້ສະເໜີຂ່າວກ່ຽວກັບຂໍ້ສເໜີຂອງສະມາຊິກລັດຖະສະພາທ່ານໜຶ່ງຊື່ເຢ ຮະຕັດ (Ye Htut) ​ໃຫ້ລັດຖະສະພາຮີບຮ້ອນກວດສອບເຫລົ່າເສດຖີແລະ ຜູ້ນຳດ້ານທຸລະກິດທີ່ຫລົບຫລີກພັນທະເສຍພາສີ ຫລືເສຍຫລຸດອັດຕາທີ່ຕ້ອງເສຍ. ຜູ້ແທນປາກກ້າເວົ້າແຂງທ່ານນີ້ບອກວ່າ: ການເສຍພາສີນັ້ນຈະຕ້ອງບໍ່ເປັນພັນທະທີ່ເຫລືອບ່າກວ່າແຮງຂອງຜູ້ທຸກຍາກ. ພວກຄົນທຸກຕ້ອງໄດ້ຈ່າຍຄ່ານ້ຳ, ຄ່າໄຟ, ຄ່າບໍລິການເກັບມ້ຽນຂີ້ເຫຍື້ອ, ​ເວລາໄປກິນດື່ມຢູ່ຮ້ານອາຫານພວກເຂົາກໍຕ້ອງໄດ້ເສຍພາສີທີ່ລວມໃນຄ່າອາຫານ. ທ່ານວ່າຖ້າສາມາດບັງຄັບໃຫ້ພວກເສດຖີ, ບັນດາຜູ້ນຳດ້ານທຸລະກິດໃຫ້ເສຍພາສີໄດ້, ມຽນມາກໍຈະຮັ່ງມີປານປະເທດກູເວດແລະ ດູໄບ. ທ່ານເຢ ຮະຕັດ ວ່າ: ລັດຖະບານມຽນມາຈະເກັບເງິນພາສີໄດ້ຫລາຍຂຶ້ນ ຖ້າສາມາດລະງັບການສົ່ງອອກຢົກແບບຜິດກົດໝາຍໂດຍບໍລິສັດ ຮະປາກັນ (Hpakant). ຢູ່ຟີລິບປິນ, ນອກຈາກແຜນຜະເດັດເສິກກັບຜູ້ຄ້າຂາຍຢາເສບຕິດແບບບໍ່ໄວ້ໜ້າແລ້ວ, ທ່ານປະທານາທິບໍດີ ດູເຕັກເຕ ຍັງໄດ້ປະກາດສະໜາມຮົບທີສອງຂຶ້ນເພື່ອຕ້ານພວກເສດຖີ ກໍຄືນັກທຸລະກິດທີ່ສ້າງຮັ່ງຄູນມີດ້ວຍການຫລົບຫລີກພັນທະເສຍພາສີ. ທ່ນເວົ້າແດກໜ້າພວກເສດຖີຫົວໃສໃຈຄົດດ້ວຍປະໂຫຍເດັດໆວ່າ: “ພວກເຈົ້າພາກັນໂກງກິນລັດຖະບານ, ພວກເຈົ້າທຳລາຍປະຊາຊົນຟີລິບປິນ, ຂໍບອກວ່າການກະບົດແບບນີ້ຈະບໍ່ລອດສາຍຕາເຮົາໄປໄດ້ອີກ, ພວກເຈົ້າຕ້ອງເສຍພາສີ, ຖ້າບໍ່ເຮົາຈະເຊີນພວກທ່ານມາສອບປາກຄຳ, ຖ້າເຮົາຊິສັ່ງເຈົ້າໜ້າທີ່ຕຳຫລວດໄປຖາມຄຸງເຮືອນວ່າເປັນຫຍັງຈຶ່ງບໍ່ເສຍ ?”. ທ່ານ ດູເຕັກເຕເຄີຍອອກປາກວ່າ: ​ທ່ານຕ້ອງການມ້ຽນພວກເສດຖີໜີພາສີແລະ ອຳນາດບາດໃຫຍ່ຂອງພວກເຂົາເຈົ້າໃນປະເທດແລະໃນການຢຶດຄອງຄວາມຮັ່ງມີຊາດທັງໝົດ (ບົດຄວາມກ່ຽວກັບຟີລິບປິນນີ້ສາມາດອ່ານເພີ່ມໃນບົດໜັງສືພິມ The Nation ສະບັບວັນທີ 10 ສິງຫາ 2016 ທີ່ມີຫົວຂໍ້ວ່າ: Duterte declares another war on tax cheats).

No comments:

Post a Comment