Ad

Ad

29 December 2016

ຫ້ອງນໍ້າແຄມທາງ: ເລື່ອງນ້ອຍໆ ແຕ່ສຳຄັນ

ໂດຍ: ມຶກບໍ່ແຫ້ງ
ການເດີນທາງດ້ວຍລົດໂດຍສານນັ້ນເປັນສິ່ງທີ່ຄວນສົ່ງເສີມແທ້, ທັງລາຄາປະຢັດ ແລະຫຼຸດຜ່ອນການໃຊ້ຊັບພະຍາກອນຕື່ມອີກເປັນຕົ້ນນໍ້າມັນແຕ່ຫຼາຍຄົນກໍຮູ້ ແລະເຂົ້າໃຈດີວ່າດ້ານການບໍລິການຂອງລົດໂດຍສານບ້ານເຮົານັ້ນຄວນໄດ້ປັບປຸງຫຼາຍດ້ານນັບແຕ່ການປາກເວົ້າ, ຄວາມປອດໄພ, ໃຫ້ຄວາມສະດວກແລະນັບຖືຜູ້ໂດຍສານແລະອື່ນໆ ແຕ່ມີອີກຈຸດໜຶ່ງທີ່ຜູ້ຂຽນເຫັນວ່າຍັງເປັນເລື່ອງໜ້າອັບອາຍທີ່ເຮົາສາມາດແກ້ໄຂໄດ້ງ່າຍໆ ຄືການຈອດໃຫ້ຜູ້ໂດຍສານລົງເຮັດທຸລະສ່ວນຕົວ (ຖ່າຍເບົາ/ໜັກ)ຕາມແຄມທາງ.

ເມື່ອສອງສາມປີຫຼັງທາງການເຮົາເພິ່ນກໍປະກາດຊຸກຍູ້ສົ່ງເສີມໃຫ້ພຶດຕິກຳດັ່ງກ່າວໄດ້ຮັບການແກ້ໄຂໂດຍໃຫ້ລົດໂດຍສານຄວນຈອດລົດແວ່ໃຫ້ຜູ້ຄົນສາມາດນໍາໃຊ້ຫ້ອງນໍ້າຕາມປໍ້ານໍ້າມັນແຄມທາງ. ສິ່ງດັ່ງກ່າວຫຼາຍຄົນອາດໂຕ້ແຍ່ງວ່າຄືບາງເຂດແຂວງໄລຍະທາງອາດຍາວໄກກວ່າຈະເຖິງປໍ້ານໍ້າມັນ, ອັນນີ້ມັນອາດບໍ່ສາມາດປະຕິເສດໄດ້ ບາງກໍລະນີແຕ່ບ່ອນທີ່ມີເງື່ອນໄຂຄືຕົວຢ່າງເສັ້ນທາງເລກທີ 13 ໃຕ້ ພວກເຮົາສາມາດນໍາໃຊ້ຫ້ອງນໍ້າຂອງປໍ້ານໍ້າມັນໄດ້ສະດວກກໍບໍ່ຄວນອະນຸຍາດໃຫ້ ການແວ່ພັກເພື່ອນໍາໃຊ້ຫ້ອງນໍ້າແຄມທາງເກີດຂຶ້ນ.
ແລ້ວຫ້ອງນໍ້າແຄມທາງຜິດຫຍັງບໍ່? ພວກເຮົາລອງຄິດວ່າໃນລົດເມຄັນໜຶ່ງນັ້ນມີທັງຜູ້ເຖົ້າ, ແມ່ຍິງແລະເດັກນ້ອຍເຊິ່ງຫຼາຍຄັ້ງຄາວໂດຍສະເພາະແມ່ຍິງນັ້ນກໍເປັນໜ້າເຫັນໃຈແທ້ໆ ທີ່ມີຄວາມລຳບາກໃຈ (ແລະກາຍ) ໃນການນຳໃຊ້ຫ້ອງນໍ້າແຄມທາງແລະມັນກໍເປັນພາບທີ່ບໍ່ສົມຄວນທີ່ປະປ່ອຍໃຫ້ເຂົາເຈົ້າເຫຼົ່ານັ້ນຕ້ອງຈຳໃຈເນື່ອງຈາກຄວາມຈຳເປັນທັງທີ່ພວກເຮົາມີຫ້ອງນໍ້າທີ່ດີຕາມປໍ້ານໍ້າມັນຕ່າງໆຢູ່ແລ້ວ.
ມາຮອດປັດຈຸບັນພວກເຮົາສັງເກດເຫັນວ່າການພັດທະນານັ້ນມັນໄດ້ປ່ຽນແປງໂສມໜ້າຂອງແຄມທາງຫຼາຍແລ້ວໂດຍສະເພາະການສ້າງປໍ້ານໍ້າມັນທີ່ຢັ່ງຢາຍຕາມແຄມທາງທັງສອງເບື້ອງເຮັດໃຫ້ສາມາດແວ່ພັກລົດໃຫ້ຜູ້ໂດຍສານນໍາໃຊ້ຫ້ອງນໍ້າໄດ້ສະດວກແລະມັນກໍເປັນໜ້າທີ່ຂອງເຈົ້າຂອງປໍ້ານໍ້າມັນຕ່າງໆນັ້ນຕ້ອງເຕັມໃຈໃຫ້ການບໍລິການແກ່ຜູ້ຄົນສາທາລະນະໂດຍສະເພາະຜູ້ຄົນໂດຍສານນີ້ລະ, ຫຼາຍຄົນຍັງຄິດແລະເວົ້າວ່າເຮົາບໍ່ໄດ້ໃສ່ນໍ້າມັນຢູ່ປໍ້າເຂົາເຈົ້າແລ້ວ, ເຈົ້າຂອງປໍ້າຈະອະນຸຍາດຢູ່ບໍ່? ຕາມລະບຽບການແລ້ວປໍ້ານໍ້າມັນກໍແມ່ນມີໜ້າທີ່ ບໍ່ສະເພາະແຕ່ຂາຍນໍ້າມັນເອົາເງິນສົດໆຈາກລູກຄ້າເທົ່ານັ້ນແຕ່ຍັງຕ້ອງມີຄວາມພ້ອມໃຫ້ການບໍລິການຫ້ອງນໍ້າແກ່ຜູ້ຄົນໃຊ້ລົດໃຊ້ຖະໜົນຕື່ມອີກ. ເພາະສະນັ້ນ, ປໍ້ານໍ້າມັນທຸກບ່ອນກໍຕ້ອງມີຫ້ອງນໍ້າ (ທີ່ສະອາດ) ໄວ້ບໍລິການແກ່ແຂກກາຍທາງເປັນຢ່າງດີ.
ພ້ອມນັ້ນຜູ້ຂັບລົດໂດຍສະເພາະລົດໂດຍສານຫຼືລົດສ່ວນຕົວກໍຄວນຮັບຮູ້ ແລະເຂົ້າໃຈໃນການອຳນວຍຄວາມສະດວກແກ່ຜູ້ໂດຍສານຂອງຕົນສາມາດນໍາໃຊ້ຫ້ອງນໍ້າຂອງປໍ້ານໍ້າມັນ. ເບິ່ງແລ້ວມັນອາດເປັນເລື່ອງເລັກນ້ອຍແຕ່ມັນກໍບໍ່ສົມຄວນເລີຍທີ່ປະປ່ອຍໃຫ້ຜູ້ໂດຍສານຊອກບ່ອນລີ້ຕາມແຄມທາງເພື່ອກິດທຸລະຂອງຕົນ, ຜ່ານມາຜູ້ຂຽນກໍໄດ້ນຳໃຊ້ລົດໂດຍສານຫຼາຍສົມຄວນລົດບາງຄັນກໍເຮັດໄດ້ດີທີ່ໄດ້ຈອດຕາມປໍ້ານໍ້າມັນແຕ່ຍັງມີຫຼາຍກໍລະນີຍັງນຳໃຊ້ຫ້ອງນໍ້າແຄມທາງຄືວ່າ.

ເພາະສະນັ້ນ, ບ່ອນທີ່ມີເງື່ອນໄຂສະດວກດີຜູ້ຂັບລົດກໍຕ້ອງຫຼີກລ່ຽງການຈອດແຄມທາງຫາຫ້ອງນໍ້າຕາມຟຸ່ມໄມ້, ຜູ້ໂດຍສານກໍຮູ້ຕໍ່ລອງກັບຄົນຂັບລົດ, ປໍ້ານໍ້າມັນກໍຕ້ອງໃຫ້ການຮ່ວມມືແລະແນ່ນອນທາງການເຮົາກໍຄວນຊຸກຍູ້ວຽກງານນີ້ຕື່ມ (ເຖິງວ່າມັນແມ່ນເລື່ອງເລັກນ້ອຍ)ເພື່ອໃຫ້ຜູ້ໂດຍສານໄດ້ໃຊ້ຫ້ອງນໍ້າທີ່ສະດວກດີໂດຍບໍ່ໄດ້ກັງວົນວ່າຈະໄປຫາຟຸ່ມໄມ້ໃດບັງດີອີກຕໍ່ໄປ! .

No comments:

Post a Comment