Ad

Ad

28 December 2016

ນາຍົກເນັ້ນໃຫ້ຂະແໜງກະສິກຳເອົາໃຈໃສ່ຊຸກຍູ້ການຜະລິດໃຫ້ ແຂງແຮງກວ່າເກົ່າ

ໃນໂອກາດເຂົ້າຮ່ວມກອງປະຊຸມກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດປະຈຳປີ 2016 ຂອງທ່ານ ນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ໃນວັນທີ 27 ທັນວານີ້, ໄດ້ຊີ້ນຳໃຫ້ຂະແໜງກະສິກຳເອົາໃຈໃສ່ຊຸກຍູ້ການຜະລິດໃຫ້ເຂັ້ມແຂງກວ່າເກົ່າ, ຫຼັງຈາກເຫັນວ່າ ສະພາບການຜະລິດກະສິກຳຢູ່ປະເທດເຮົາຍັງອ່ອນນ້ອຍ,ກະແຈກກະຈາຍ ແລະ ອີງໃສ່ສະພາບດິນຟ້າອາກາດເປັນສ່ວນໃຫຍ່,ສະມັດຕະພາບຍັງຕ່ຳ, ອັນສຳຄັນແມ່ນການລິດເຂົ້າແຮ່ໄວ້ແມ່ນບໍ່ທັນກຸ້ມໄດ້ຮອດ 3 ເດືອນຖ້າມີໄພພິບັດເກີດຂື້ນແມ່ນບໍ່ພຽງພໍກັບຄວາມຕ້ອງການ, ການຜະລິດຊີ້ນປາອາຫານກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ຈຳເປັນຕ້ອງໄດ້ນຳເຂົ້າຈາກຕ່າງປະເທດຫຼາຍສົມຄວນ,ອີກດ້ານໜຶ່ງການນຳໃຊ້ເຕັກນິກວິທະຍາສາດເຂົ້າໃນການຜະລິດ,ໂດຍສະເພະການປູກ, ການ
ລ້ຽງ ແລະ ການປຸງແຕ່ງຍັງບໍ່ທັນສູງ ແລະ ສຳລັບວຽກງານການຄຸ້ມຄອງໄມ້ ແລະ ທຸລະກິດໄມ້ກໍຍັງຂາດຄວາມສັກ ສິດ ແລະ ເຂັ້ມງວດເຮັດໃຫ້ຊັບພະຍາດກອນທຳມະຊາດຖືກທຳລາຍ, ການຈັດສັນອາຊີບໃຫ້ປະຊາຊົນໃນເຂດຢຸດຕິການຖ່າງປ່າເຮັດໄຮ່ຍັງບໍ່ມີຄວາມໝັ້ນທ່ຽງ, ແຕ່ລະປີຍັງມີປະຊາຊົນຈຳນວນໜຶ່ງລັກ ລອບຖ່າງປ່າເພື່ອເຮັດໄຮ່, ການຄຸ້ມຄອງນຳໃຊ້ປ່າໄມ້ບ້ານກໍຍັງບໍ່ທັນມີຄວາມຍືນຍົງ, ມີບາງບ່ອນຖືກຫັນໄປນຳໃຊ້ໃນເປົ້າໝາຍອື່ນຊຶ່ງເຮັດໃຫ້ປ່າໄມ້ທຳມະຊາດຖືກບຸກລຸກ ແລະ ຖືກຈັບຈອງໂດຍບໍ່ຖືກ ຕ້ອງຕາມກົດໝາຍ, ສ່ວນວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໂດຍລວມແລ້ວຖືວ່າຍັງຂາດແຜນພັດທະນາແບບກວມລວມ, ໂດຍສະເພາະແມ່ນແຜນນຳໃຊ້ທີ່ດິນຍັງບໍ່ທັນສົ່ງເສີມຈິດໃຈເປັນເຈົ້າຂອງຄອບຄົວທີ່ທຸກຍາກເຂດພູດອຍຫ່າງໄກສອກຫຼີກ ແລະ ເຂດພື້ນຖານການປະຕິວັດແມ່ນຍັງມີຄວາມຫຍຸ້ງຍາກຫຼາຍ, ຊຶ່ງທັງໜົດນັ້ນລວມແລ້ວແຕ່ເປັນຂໍ້ຄົງຄ້າງທີ່ຂະແໜງກະສິກຳຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂໃຫ້ດີຂື້ນເທື່ອລະກ້າວ, ທ່ານ ນາຍົກກ່າວວ່າ: ໃນຕົວຈິງແລ້ວປະເທດເຮົາແມ່ນມີທ່າແຮງຫຼາຍດ້ານໃນການຜະລິດກະສິກຳຍ້ອຍວ່າມີເນື້ອທີ່ກ້ວາງຂວາງ ແລະ ອຸດົມສົມບູນທັງອາກາດກໍເໝາະສົມດີ, ດັ່ງນັ້ນການຜະລິດກະສິກຳແມ່ນຕ້ອງຫຼີກລ່ຽງການໃຊ້ສານເຄມີແລ້ວຫັນມາປູກແບບປອດສານພິດຈະດີທີ່ສຸດ, ທັງມີລາຄາດີ ແລະ ເປັນທີ່ຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດອີກດ້ວຍ, ພ້ອມນັ້ນການຜະລິດກະສິກຳຕ້ອງມີຈຸດສຸມເພື່ອຫັນໄປສູ່ການຜະລິດເປັນສິນຄ້າ, ນຳໃຊ້ເຕັກນິກວິທະຍາສາດ ແລະ ກົນຈັກທັນສະໄໝເຂົ້າໃນການຜະລິດໃຫ້ໄດ້ຫຼາຍທັງປະລິມານ ແລະ ຄຸນນະພາບເພື່ອຕ້ອງສະໜອງຄວາມຕ້ອງການຂອງສັງຄົມໄດ້ພຽງພໍ, ສຳລັບວຽກງານປ່າໄມ້ແມ່ນໃຫ້ສືບຕໍ່ເປັນເຈົ້າການຄຸ້ມຄອງ,ຕິດຕາມກວດການປ່າໄມ້, ການຄ້າໄມ້ໃຫ້ເຂັ້ມງວດກວ່າເກົ່າ, ຖ້າຫາກມີການກະທຳໃດສົ່ງຜົນກະທົບຕໍ່ປ່າໄມ້ໂດຍສະເພາະແມ່ນປ່າສະ ຫງວນແມ່ນໃຫ້ຢຸດຕິແຕ່ຫົວທີ, ສ່ວນວຽກງານພັດທະນາຊົນນະບົດແມ່ນໃຫ້ສືບຕໍ່ສ້າງບ້ານນ້ອຍໃຫ້ເປັນບ້ານໃຫຍ່ ແລະ ເປັນຕົວເມືອງນ້ອຍໃຫ້ໄດ້ຫຼາຍເພື່ອແນ່ໃສ່ສົ່ງເສີມການສ້າງອາຊີບໃຫ້ປະຊາຊົນຜູ້ທີ່ຍັງທຸກຍາກເຂດຫ່າງໄກສອກຫຼີກເພື່ອເຮັດແນວໃດໃຫ້ປະຊາຊົນມີຊີວິດເປັນຢູ່ທີ່ດີຂື້ນເພື່ອລະກ້າວ.

No comments:

Post a Comment