Ad

Ad

11 September 2015

ກອງ​ປະຊຸມ​ລັດຖະມົນຕີ​ແຮ່​ທາດ​ອາຊຽນ ​ຄັ້ງ​ທີ 5 ໄຂ​ຂຶ້ນ​ທີ່​ວຽງຈັນ


           ກອງປະຊຸມລັດຖະມົນຕີ ທີ່ຮັບຜິດຊອບວຽກງານແຮ່ທາດອາຊຽນ ຄັ້ງທີ 5 ​ໄດ້ໄຂຂຶ້ນໃນວັນທີ 10 ກັນຍາ 2015 ນີ້ ທີ່ນະຄອນຫລວງວຽງຈັນ, ​ໂດຍ​​ໃຫ້ກຽດເຂົ້າຮ່ວມເປີດພິທີ ຂອງທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດຂົງເຂດການຜະລິດແລະ ຈໍລະຈອນ, ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງແລະ ບໍ່ແຮ່, ພ້ອມດ້ວຍບັນດາລັດຖະມົນຕີທີ່ຮັບຜິດຊອບວຽກງານແຮ່ທາດ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມຢ່າງພ້ອມພຽງ.
            ທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ​ໄດ້ຍົກໃຫ້ເຫັນວ່າ: ​ໃນໄລຍະຜ່ານມາການຮ່ວມມືດ້ານບໍ່ແຮ່ ອາຊຽນໄດ້ປະສົບຜົນສຳເລັດອັນໜ້າເພິ່ງພໍໃຈໂດຍສະເພາະແມ່ນການປະຕິບັດແຜນຮ່ວມມືດ້ານແຮ່ທາດ ອາຊຽນແຕ່ປີ 2011-2015. ພ້ອມນັ້ນ ໄດ້ສະແດງຄວາມຊົມເຊີຍ ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຮ່າງແຜນການຮ່ວມມືດ້ານແຮ່ທາດ ອາຊຽນໄລຍະ III 2016-2020 ທີ່ຈະໄດ້ຮັບຮອງເອົາໃນກອງປະຊຸມຄັ້ງນີ້. ການຮ່ວມມືໃນຂະແໜງແຮ່
ທາດແມ່ນເປັນໜຶ່ງໃນປັດໄຈຫລັກທີ່ຊຸກຍູ້ການຂະຫຍາຍຕົວທາງເສດຖະກິດແລະ ສັງຄົມ ຂອງອາຊຽນໂດຍຜ່ານການສົ່ງເສີມດ້ານການຄ້າ, ການລົງທຶນ, ການສ້າງວຽກເຮັດງານທຳແລະ ການສ້າງລາຍໄດ້ໃຫ້ປະຊາຊົນທັງເປັນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ຫລຸດຜ່ອນຄວາມແຕກໂຕນຂອງການພັດທະນາພາຍໃນແລະ ລະຫວ່າງບັນດາປະເທດສະມາຊິກອາຊຽນເຊິ່ງໄດ້ປະກອບສ່ວນສຳຄັນໃນການສ້າງປະຊາຄົມເສດຖະກິດອາຊຽນພາຍໃນປີ 2015. ​ເຖິງວ່າຂະແໜງແຮ່ທາດຈະເປັນປັດໄຈສຳຄັນແກ່ການຂະຫຍາຍຕົວທາງເສດຖະກິດຂອງບັນດາປະເທດອາຊຽນແຕ່ບໍ່ສາມາດປະຕິເສດໄດ້ດ້ານຜົນກະທົບ ຂອງການພັດທະນາບໍ່ແຮ່ທາດຕໍ່ສິ່ງແວດລ້ອມ ໂດຍສະເພາະບັນຫາມົນລະພິດຈາກການຜະລິດແຮ່ທາດ.
            ຢ່າງໃດກໍຕາມເພື່ອເປັນເສີມຂະຫຍາຍຜົນການຮ່ວມມືໃນໄລຍະຜ່ານມາແລະເພີ່ມທະວີການຮ່ວມມືເພື່ອຫລຸດຜ່ອນຜົນກະທົບໃນອະນາຄົດ ທ່ານ ຮອງນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ທຸກປະເທດອາຊຽນ ຮັດແໜ້ນການຮ່ວມມືໃຫ້ຫລາຍຂຶ້ນກວ່າເກົ່າໂດຍສະເພາະການປະຕິບັດແຜນຮ່ວມມື 2016-2020,ໂດຍໃຫ້ຖືເປັນບູລິມະສີດແລະ ຮັບປະກັນແຫລ່ງທຶນໃນການຈັດຕັ້ງປະຕິບັດ; ການພັດທະນາແຮ່ທາດໃຫ້ມີຄວາມເຂັ້ມແຂງ, ​ເປັນມິດກັບສິ່ງແວດລ້ອມ, ສົ່ງເສີມການນຳໃຊ້ເຕັກໂນໂລຊີພະລັງງານສີຂຽວ, ທັງຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງໃນອາຊຽນ; ​ເພີ່ມທະວີການຮ່ວມມືສ້າງຂີດຄວາມສາມາດໃຫ້ບຸກຄະລາກອນດ້ານແຮ່ທາດແລະ ພັດທະນາແຮງງານທີ່ມີສີມືໃນອາຊຽນ,ໂດຍສະເພາະບັນປະເທດສະມາຊິກໃໝ່ໃຫ້ສາມາດແຂ່ງຂັນແລະເຊື່ອມໂຍງເຂົ້າກັບພາກພື້ນແລະ ສາກົນ. ນອກຈາກການຮ່ວມມືພາຍໃນອາຊຽນຕ້ອງຮັດແໜ້ນການຮ່ວມມືກັບຄູ່ຮ່ວມເຈລະຈາ(ອາຊຽນ+3) ​ເຊິ່ງເປັນປະເທດທີ່ມີລະດັບການພັດທະນາດ້ານເສດຖະກິດທີ່ນຳໜ້າໃນອາຊີ ອັນຈະຊ່ວຍໃຫ້ການປະຕິບັດແຜນຮ່ວມມືດ້ານແຮ່ທາດ ໃນ 5 ປີຂ້າງໜ້າໄດ້ຮັບຜົນສຳເລັດສູງ.

            ກອງປະຊຸມລັດຖະມົນຕີທີ່ຮັບຜິດຊອບວຽກງານແຮ່ທາດອາຊຽນຄັ້ງທີ 5 ​ໄດ້ພິຈາລະນາແລະ ຮັບ ຮອງເອົາ 3 ​ເອກກະສານສຳຄັນຄື: ແຜນປະຕິບັດການຮ່ວມມື ອາຊຽນ ໄລຍະ III ແຕ່ ປີ 2016-2025, ໂດຍບາດກ້າວທີ 1 ເລີ່ມແຕ່ປີ 2016-2020 ເຊິ່ງປະກອບມີ 4 ຍຸດທະສາດສຳຄັນ ເຊັ່ນ: ການອຳນວຍຄວາມສະດວກ, ການສົ່ງເສີມການຄ້າ ແລະ ການລົງທຶນ ດ້ານແຮ່ທາດ; ການສົ່ງເສີມການພັດທະນາດ້ານແຮ່ທາດແບບຍືນຍົງທັງໃນດ້ານສິ່ງແວດລ້ອມ ແລະ ສັງຄົມ; ຄວາມເຂັ້ມແຂງດ້ານຄຸນນະພາບຂອງສະຖາບັນ ແລະ ຊັບພະຍາກອນມະນຸດ ໃນຂະແໜງແຮ່ທາດ ອາຊຽນ ແລະ ການສ້າງຖານຂໍ້ມູນ ແລະ ຂ່າວສານດ້ານແຮ່ທາດ. ນອກນີ້ ຍັງມີການຫາລືບົດແນະນຳການໃຫ້ລາງ ວັນອາຊຽນ ໃນການປະຕິບັດຫລັກການທີ່ດີເລີດໃຫ້ແກ່ຜູ້ພັດທະນາແຮ່ທາດແບບຍືນຍົງທັງຮັບປະກັນຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ລວມເຖິງຫລັກການ ວ່າດ້ວຍການນຳໃຊ້ກອງທຶນແຮ່ທາດ ອາຊຽນ. ພາຍຫລັງທີ່ໄດ້ຜ່ານການຄົ້ນຄວ້າແລະ ປຶກສາຫາລື ຈາກຜູ້ແທນອາວຸໂສ ອາຊຽນແລະ ອາຊຽນ+3 ​ໃນສອງວັນທີ່ຜ່ານມາ.

No comments:

Post a Comment