Ad

Ad

14 September 2015

ນຳສະເໜີ SAMSUNG Galaxy S6 Edge Plus

ວັນທີ 12 ກັນຍານີ້ບໍລິສັດຊຳຊຸງປະເທດໄທເອເລັກໂຕຣນິກຈຳກັນ ( Samsung LTH ) ໄດ້ຈັດພິທີນຳສະເໜີຜະລິດຕະພັນໃໝ່ SAMSUNG  Galaxy S6 Edge Plus ຂຶ້ນຢູ່ສູນການຄ້າວຽງຈັນເຊັນເຕີ ທີ່ນະຄອນຫຼວງວຽງຈັນ ຊຶ່ງລູກຄ້າ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມເປັນຈຳນວນຫຼາຍ.

ຫົວໜ້າຝ່າຍຜະລິດຕະພັນມືຖືບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນຄືຍຸກໄອທີ ແລະ ສິ່ງທີ່ຈະ ມາຕອບສະໜອງໃນຊີວິດປະຈຳວັນຂອງພວກເຮົາກໍແມ່ນຄວາມທັນສະໄໝ, ດັ່ງ SAMSUNG  Galaxy S6 Edge Plus ທີ່ໄດ້ນຳມາສະເໜີໃນມື້ນີ້ຖືເປັນນະວັດຕະກຳໃໝ່ຫຼ້າສຸດຂອງໂທສະສັບຊຳຊຸງ, ຊຶ່ງມີຄວາມທັນສະໄໝທີ່ຊຳຊຸງພັດທະນາຂື້ນມາ ເພື່ອຮອງຮັບຄວາມຕ້ອງການດັ່ງກ່າວຂອງສັງຄົມ, ເນື່ອງຈາກ SAMSUNG  Galaxy S6 edge Plus ເປັນມືຖືທີ່ອອກແບໃຫ້ມີ
ຄວາມງົດງາມ, ບາງ, ເບົາ, ຫຼູ່ຫຼາພົບພາສະດວກ ແລະ ມີຄວາມທົນທານ, ໂດຍສະເພາະແມ່ນແບັດເຕີລີມີຄວາມທົນທານກວ່າ ໂທລະສັບທຸກຮຸ່ນໃນປັດຈຸບັນ, ພ້ອມກັບໜ້າຈໍທີ່ກວ້າງເຖິງ 5,7 ນິ້ວ ມີຄວາມບາງ 6,9 mm, ເຮັດໃຫ້ມີຄວາມແຈ້ງສົມຈິງ ແລະ ໂທສະສັບຮຸ່ນນີ້ຍັງມີກ້ອງຖ່າຍຮູບທີ່ຄົມຊັດເປັນພິເສດບໍ່ວ່າຈະຖ່າຍໃນສະຖານທີ່ໃດແຈ້ງ ຫລື ມືດກໍໄດ້, ໂທລະສັບຮຸ່ນນີ້ຍັງສາມາດເຊື່ອມຕໍ່ກັບຄອມພິວເຕີໄດ້ຢ່າງງ່າຍດາຍ ແລະ ວ່ອງໄວບໍ່ວ່າຈະເປັນການໂອນຖ່່າຍຂໍ້ມູນຈາກໂທສະສັບຫາຄອມພິວເຕີ ແລະ ອື່ນໆ, ພິເສດຖ້າລູກຄ້າທ່ານໃດຊື້ SAMSUNG  Galaxy S6 Edge Plus ໄລຍະນີ້ຮັບທັນທີບັນສົມມະນາຄຸນມູນຄ່າ 250.000 ກີບ ແລະ ຂອງແຖມອື່ນໆເປັນຈຳນວນຫລາຍ.

No comments:

Post a Comment