Ad

Ad

14 September 2015

ອາທິດຜ່ານມາ ໄດ້​ເກີດ​ໄຟ​ໄໝ້​ເຮືອນ​ປະຊາຊົນເສຍຫາຍ 2 ຫລັງ

     ທ້າຍອາທິດຜ່ານມາ, ​ໄດ້ເກີເຫດໄຟໄໝ້ເຮືອນປະຊາຊົນເສຍຫາຍກ້ຽງ 2 ຫລັງ, ​ເຊິ່ງຫລັງທີໜຶ່ງ​​ໄດ້ເກີດຂຶ້ນໃນ​​ເວລາປະມານ 19 ​ໂມງຂອງວັນທີ 11 ກັນຍາ ນີ້, ​ຢູ່ບ້ານນາໄຊໜ່ວຍ 8, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ​​ເປັນເຮືອນ 2 ຊັ້ນເທິງໄມ້ລຸ່ມກໍ່, ໂດຍມີສາເຫດມາຈາກໄຟຟ້າຊ໋ອດຢູ່ກະດານໄຟຊັ້ນ 2 ​ແລ້ວລຸກລາມໄປທົ່ວເຮືອນຢ່າງໄວ ລວມມູນຄ່າ​​ເສຍຫາຍປະມານ 350 ລ້ານກີບ ແລະໃນເວລາປະມານ 10 ​ໂມງເຊົ້າຂອງວັນທີ 12 ກັນຍານີ້, ຢູ່ບ້ານໂພນສົມບູນ ໜ່ວຍ 2 ​ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນເຊິ່ງເປັນເຮືອນ 2 ຊັ້ນ, ​ເສຍຫາຍໝົດຫລັງເຊັ່ນກັນ ລວມໄປເຖິງລົດໃຫຍ່ 1 ຄັນແລະ ລົດຈັກ 2 ຄັນ ຖືກໄຟລວບ, ​​​ເຈົ້າຂອງເຮືອນໃຫ້ຮູ້ວ່າ: ກ່ອນອອກຈາກບ້ານ​ ​ຕົນເອງໄດ້ຈູດທູບທຽນບູຊາຮ້ານພະ ຢູ່​​ຊັ້ນ 2​ ​ແລ້ວກໍອອກຈາກບ້ານໄປຕັກບາດກັບຄອບຄົວຢູ່ວັດ​​ໂພນສົມບູນ ຫລັງຈາກນັ້ນ ທູບທຽນທີ່ຈູດໄຟ​​ໄວ້ນັ້ນໄດ້ເກີດ​​ໃໝ້ແລ້ວລາມໄປໃສ່​​​ແຜ່ນແພແລະອື່ນໆທີ່ຢູ່ບໍລິເວນ​​ນັ້ນແລ້ວລຸກລາມໄປທົ່ວເຮືອນຢ່າງໄວວາລວມມູນຄ່າ​​ເສຍຫາຍປະມານ 250 ລ້ານກີບ.

No comments:

Post a Comment