Ad

Ad

14 September 2015

ສານນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກ 5 ປີ

ພາບ-ຂ່າວ: ຫນັງສືພິມ ປກສ
ໃນທ້າຍອາທິດຜ່ານມານີ້,​ ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງໂທດນາງ ລິນດາ(ນ້ອຍ) ອາຍຸ 24 ປີ ຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນຈໍາຄຸກ 5 ປີພ້ອມປັບໃໝ10 ລ້ານກີບ ໃນຂໍ້ຫາຄ້າຢາເສບຕິດ, ໂດຍຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອຕົ້ນເດືອນກຸມພາ 2015 ນີ້, ພ້ອມຂອງກາງຢາບ້າ 80 ເມັດ ແລະ ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ເລີ່ມມົ້ວສຸມ ແລະ ຄ້າຢາເສບຕິດແຕ່ປີ 2014 ໂດຍຊື້ນໍາເຄືອຂ່າຍຢາເສບຕິດໃນນະຄອນຫລວງວຽງຈັນ, ເພື່ອມາຈໍາໜ່າຍ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວດໍາເນີນຄະດີຕາມລະບຽບກົດໝາຍ.


No comments:

Post a Comment