Ad

Ad

14 September 2015

ທ້າຍ​ອາທິດ​ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ມີ​ຜູ້​ເສຍ​ຊີວິດ​ 2 ຄົນ ຈາກ​ອຸປະຕິ​ເຫດທາງ​​ຖະໜົນ

   ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນຕອນຄ່ຳຂອງວັນທີ 12 ກັນຍານີ້, ຢູ່ຖະໜົນ 13 ​ໃຕ້ເຂດບ້ານສົມປະເສີດເມືອງປາກງື່ມ ນະຄອນຫລວງວຽງຈັນໄດ້ເກີດເຫດລົດໃຫຍ່ຕຳລົດຈັກ ຢ່າງຮຸນແຮງ ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດແລະໃນຕອນດຶກຂອງວັນດຽວກັນ, ຢູ່ບ້ານດົງປາແຫລບເມືອງຈັນທະບູລີ ນະຄອນຫລວງວຽງຈັນໄດ້ມີລົດຈັກຕຳເອົາທ້າຍລົດໃຫຍ່ທີ່ຈອດຢູ່ແຄມທາງຢ່າງແຮງເຮັດໃຫ້ຜູ້ຂັບລົດຈັກຊື່ທ້າວ ອານຸສັກ ອາຍຸ 24ປີ, ​ກຳມະກອນ ຢູ່ບ້ານໜອງປິງ, ​ເມືອງຈັນທະບູລີ ເສຍຊີວິດຄາທີ່.


     ​ເຈົ້າໜ້າທີ່ ຈະລາຈອນໄດ້ໃຫ້ທັດສະນະວ່າ: ອຸປະຕິເຫດສ່ວນໃຫຍ່ແມ່ນ​​ເກີດຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່, ບໍ່ປະຕິບັດກົດລະບຽບຈະລາຈອນແລະ ບາງຄັ້ງກໍເກີດຈາກ​​ໄພທຳມະຊາດເປັນຕົ້ນ​​ໄລຍະນີ້ ​​ແມ່ນລະດູຝົນເຊິ່ງເຮັດໃຫ້​​ເສັ້ນທາງບາງ​​ເສັ້ນ ມືນ, ປຽກຈຶ່ພາໃຫ້ເກີດອຸປະຕິເຫດໄດ້ງ່າຍ. ດັ່ງນັ້ນ ຈຶ່ງເຕືອນມາຍັງຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງລະມັດລະວັງໃຫ້ຫລາຍຂຶ້ນເພື່ອຫລີກລ້ຽງການເກີດອຸປະຕິເຫດ.    

No comments:

Post a Comment