Ad

Ad

14 September 2015

ສະຖານທູດສະຫະລັດອາເມລິກາ ແລະ ອົງການກາແດງລາວຮ່ວມກັນຈັດການບໍລິຈາກເລືອດເພື່ອລະນຶກເຫດການວັນທີ 11 ກັນຍາ

ພະນັກງານສະຖານທູດສະຫະລັດອາເມລິກາທີ່ນະຄອນຫລວງວຽງຈັນ, ພ້ອມດ້ວຍອົງການກາແດງລາວ, ໄດ້ຮ່ວມກັນຈັດການບໍລິຈາກເລືອດຂຶ້ນທີ່ສະຖານທູດດັ່ງກ່າວ, ເພື່ອລະນຶກເຫດການ 11 ກັນຍາ 2011 ໃນການກໍ່ວິນາດສະກໍາຂອງຜູ້ກໍ່ການຮ້າຍ.
ສໍາລັບປະຊາຊົນອາເມລິກາ, ໄດ້ຖືເອົາວັນທີ 11 ກັນຍານີ້, ເປັນການບໍລິຈາກເພື່ອໄວ້ອາໄລເຖິງຜູ້ປະສົບເຄາະຮ້າຍ, ຜູ້ທີ່ຍັງມີຊີວິດຢູ່ແລະຜູ້ທີ່ລຸກຂຶ້ນຕໍ່ສູ້ຕ້ານການໂຈມຕີດັ່ງກ່າວ, ທ່ານປະທານາທິບໍດີ ບາຣັກ ໂອບາມາ ໄດ້ກໍານົດເອົາວັນທີ 11 ກັນຍາເປັນມື້ການໃຫ້ຄວາມຊ່ວຍເຫລືອສັງຄົມ ແລະ ລະນຶກເຖິງຜູ້ທີ່ຈາກໄປ.  
ໃນບົດປາໄສຂອງທ່ານຮອງທູດ ໄມໂຄຄຣາຍ ກ່ອນການບໍລິຈາກເລືອດໄດ້ເນັ້ນເຖິງຄວາມສໍາຄັນໃນການບໍລິຈາກສິ່ງຕ່າງໆຄືນໃຫ້ແກ່ຊຸມຊົນ ແລະ ສັງຄົມທີ່ພວກເຮົາດໍາລົງຊີວິດຢູ່ ແລະ ໄດ້ຮຽກຮ້ອງ
ໃຫ້ທຸກຄົນບໍ່ຄວນຈົດຈໍາພຽງແຕ່ໂສກນາດຕະກໍາອັນເສົ້າສະຫລົດໃຈໃນວັນທີ 11 ກັນຍາເທົ່ານັ້ນ, ພວກເຮົາຄວນຈົດຈໍາວິທີການຕ່າງໆທີ່ປະ ຊາຊົນໃນໂລກໄດ້ຮ່ວມກັນໃຫ້ການຊ່ວຍເຫລືອຊຶ່ງກັນ ແລະ ກັນຕະຫລອດມາ. ພ້ອມດຽວກັນນີ້, ບັນດາອະດີດນັກສຶກສາຈາກສະຫະລັດອາເມລິກາທີ່ໄດ້ຮັບທຶນແລກປ່ຽນຕ່າງໆກໍໄດ້ບໍລິຈາກເລືອດໃນວັນດັ່ງກ່າວເຊັ່ນກັນຢູ່ທີ່ສູນຮັບບໍລິຈາກເລືອດນະຄອນຫລວງວຽງຈັນ, ໂດຍຈໍານວນຜູ້ເຂົ້າຮ່ວມບໍລິຈາກທັງໝົດຫລາຍກວ່າ 100 ຄົນ.

No comments:

Post a Comment