Ad

Ad

14 September 2015

ລາວກຽມຄວາມພ້ອມ​ການເປັນປະທານອາຊຽນ ໃນປີ 2016

     ໃນວັນທີ 11 ກັນຍານີ້, ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຮ່າງແຜນບູລິມະສິດປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ແລະ ບັນດາເນື້ອໃນຕ່າງໆໃຫ້ແກ່ການເປັນປະທານອາຊຽນຂອງລາວ ໃນປີ 2016 ນີ້, ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ປິ່ນປາຖະ ໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາ ຊຽນ ແລະ ເຈົ້າໜ້າທີ່ອາວຸໂສຈາກກະຊວງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

     ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນຂອງລາວ ​​ໃຫ້ຮູ້ວ່າ: ​ເພື່ອເປັນການກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການເປັນປະທານອາຊຽນຂອງລາວ ກໍຄືການເປັນປະທານກອງປະຊຸມປະຊາຄົມວັດທະນະທຳ-ສັງຄົມອາຊຽນ ປີ 2016ນີ້, ​​ເຈົ້າໜ້າທີ່ອາວຸໂສທັງ 10 ກວ່າກະຊວງ​ ​ໄດ້ຮ່ວມກັນປຶກສາຫາລືແລະແລກປ່ຽນບົດຮຽນ​​ໃນການເປັນປະທານອາຊຽນທີ່ຜ່ານມາຂອງບັນດາປະເທດສະມາຊິກຕ່າງໆໃນການກໍານົດແຜນບູລິມະສິດຂອງຕົນ, ​ໃນໄລຍະຜ່ານມາ ຊຶ່ງມີທັງຜົນສຳເລັດແລະ ສິ່ງຄົງຄ້າງຕ່າງໆໃນການນຳສະເໜີແຜນບູລິມະສິດຂອງຕົນເພື່ອ​​ເປັນບົດຮຽນສຳລັບການເປັນປະທານອາຊຽນຂອງລາວມີຜົນສຳເລັດສູງ. ນອກຈາກນີ້ເຈົ້າໜ້າທີ່ອາວຸໂສຂອງກະຊວງແຮງງານແລະ ສະຫວັດດີການໄດ້ສະເໜີ​​ໃຫ້ຈັດກອງປະຊຸມສຳມະນາກ່ຽວກັບການສົ່ງເສີມວຽກທີ່ມີຄຸນຄ່າແລະເປັນທຳເພື່ອພັດ ທະນາເສດຖະກິດ​​ຊົນນະບົດ,
ກະຊວງສຶກສາທິການແລະ ກິລາໄດ້ສະເໜີ​​ເອົາວຽກການສຶກສາກ່ອນໄວຮຽນແລະ ວຽກງານກິລາ ​​ເປັນກິດຈະກຳຕິດພັນກັບການສົ່ງເສີມການຮັກສາສຸຂະພາບແລະເຈົ້າໜ້າທີ່ອາວຸໂສຂອງຄະນະພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກໄດ້ສະເໜີຕໍ່ກອງປະຊຸມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ລາວແລະ ການຈັດ ສັນພູມລຳ​​ເນົາແລະ ບ່ອນທຳມາຫາກິນຢ່າງຖາວອນໃຫ້ປະຊາຊົນ, ​ເພື່ອຫລຸດຜ່ອນແລະແກ້ໄຂຄວາມທຸກຍາກຂອງເຂົາເຈົ້າໃຫ້ບັນລຸຜົນສຳເລັດໂດຍໄວ, ພິເສດ ສູນກາງສະຫະພັນແມ່ຍິງລາວກໍໄດ້ສະເໜີກ່ຽວກັບການສ້າງວຽກເຮັດງານທຳໃຫ້ແມ່ຍິງຜູ້ທຸກຍາກແລະ ການເຊື່ອມຊຶມບົດບາດຍິງ​-ຊາຍ, ​ເຂົ້ໃນທຸກຂະແໜງການ ​​ແລະ ສັງຄົມ, ​ເພື່ອໃຫ້ປະທານກອງປະຊຸມພິຈາລະນາແລະປັບປຸງ​​ໃຫ້ສອດຄ່ອງ.

No comments:

Post a Comment