Ad

Ad

14 December 2016

ແກ້ວໂອໂຕກຣຸບ ມັດສະດາລາວ ນຳສະເໜີລົດຮຸ່ນໃໝ່

           ວັນທີ 12 ທັນວານີ້, ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ແກ້ວໂອໂຕ້ກຣຸບ ມັດສະດາ ໄດ້ຈັດງານນຳສະເໜີລົດຮຸ່ນໃໝ່ 2 ຮຸ່ນຄື: New Mazda CX-3 ແລະ Mazda MX-5 RF, ທີ່ຫລູຫລາ ແລະ ທັນສະໄໝກວ່າຮຸ່ນຜ່ານມາ, ທ່ານ ທິບພະເນດ ແກ້ວມະນີວົງ, ຜູ້ຈັດ ການທົ່ວໄປຂອງບໍລິສັດແກ້ວໂອໂຕ ກຣຸບ ກ່າວວ່າ: ລົດ MAZDA ເປັນຍີ່ຫໍ້ທີ່ປະຢັດນ້ຳ ມັນອັນດັບ 1 ໃນອາເມລິກາ ຕິດຕໍ່ກັນ 4 ປີ (2013-2016), ຊຶ່ງ ນີ້ຄືຜົນການລາຍງານ ຂອງສຳນັກງານປົກປ້ອງສິ່ງແວດລ້ອມປະ ເທດອາເມລິກາ (EPA, ເມື່ອໃນວັນທີ 2 ພະຈິກ ຜ່ານມານີ້, ຍອ້ນການນຳໃຊ້ເຕັກໂນໂລຊີ ສະກາຍແອັກທີບເຂົ້າໃນ
ເຄື່ອງຈັກ ເພື່ອມາສ້າງ ຄວາມໄຝ່ຝັນໃຫ້ກາຍເປັນຄວາມຈິງດ້ວຍລົດມັດສະດາລາວ All-New MAZDA CX-3 ສູ່ອິດສະຫຼະໃໝ່, ປຽ່ນຊີວິດໃຫ້ແຕກຕ່າງລືມທຸກຄວາມຮູ້ສຶກທີ່ຜ່ານມາ, ມຸ່ງໜ້າສູ່ຊີວິດທີ່ຫລູ ຫລາ Premium ກັບນິຕິໃໝ່ຂອງ Freestyle Crossover ທີ່ສະກົດທຸກສາຍຕາທຸກອົງ ສາ, ທຸກມຸມມອງ, ໂດຍການອອກແບບຫລ້າສຸດ ທັງແຮງປະຍັດນໍ້າມັນ ເໜືອລະດັບ ດ້ວຍເຄື່ອຈັກ SkyActiv ທີ່ມີ option ຫຼາຍ ແລະ ໃໝ່ຫຼ້າສຸດ ມີລະບົບຄວມປອດໄພ ລະດັບສູງທຽບເທົ່າກັບລົດຢູໂຣບລະດັບຫຼູຂອງລົດມັດສະດາ. ຜູ້ຈັດການ ໃຫ້ຮູ້ຕື່ມວ່າ: ລົດ New Mazda CX-3 ຮຸ່ນໃໝ່ນີ້ລາຄາເລີ່ມຕົ້ນພຽງ 32.000 ໂດລາສະຫະລັດ ແລະ Mazda MX-5 RF ລາຄາແມ່ນ 54.000 ໂດລາສະຫະລັດ. ຖ້າໃຜສົນໃຈ ກໍມີສິດເປັນເຈົ້າຂອງໄດ້ທັນທີ.

No comments:

Post a Comment