Ad

Ad

14 December 2016

ກະສິກຳຕັ້ງເປົ້າປູກເຂົ້ານາແຊງໃຫ້ໄດ້100.000 ເຮັກຕາ

          ກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ເນື່ອງຈາກມີຫຼາຍປັດໃຈທີ່ເຮັດໃຫ້ການ ຜະລິດເຂົ້ານາແຊງໃນຊຸມປີຜ່ານມາບໍ່ບັນລຸໄດ້ຕາມຄາດໝາຍເປັນຕົ້ນແມ່ນ: ກະສິກອນໄດ້ ຫັນເນື່ອທີ່ປູກເຂົ້າໄປປູກພືດອື່ນແທນ, ບວກກັບຊາວກະສິກອນຈຳນວນໜຶ່ງໄດ້ຫັນໄປເຮັດອາຊີບອື່ນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ, ດັ່ງນັ້ນການປູກເຂົ້ານາແຊງປີ2017 ນີ້, ກະຊວງກະສິກຳໄດ້ນົດເນື້ອທີ່ໄວ້ 100.000 ເຮັກຕາ ( ຫຼຸດປີຜ່ານມາ) ເພື່ອໃຫ້ໄດ້ຕາມ ຄາດໝາຍແຜນການ, ຄາດຄະເນຜົນຜະລິດ, ດ້ວຍສະມັດຕະພາບສະເລ່ຍ 5 ໂຕນ / ເຮັກຕາ, ປັດຈຸບັນກະສິກອນທ້ອງຖິ່ນຕ່າງໆບ່ອນທີ່ມີເງື່ອນໄຂໄດ້ເລີ່ມກະກຽມດິນ ແລະ ຕົກກ້າເພື່ອກະກຽມໃຫ້ແກ່ການປັກດຳແລ້ວ, ສຳລັບການປູກພືດລະດູ
ແລ້ງໃຫ້ບັນລຸ 50 ພັນເຮັກຕາ, ຂະນະທີ່ຂະແໜງກະສິກຳກໍໄດ້ລົງສົມທົບກັບທ້ອງຖິ່ນກຳນົດລະອຽດກ່ຽວກັບການປູກເຂົ້າ ແລະ ປູກພືດ, ພ້ອມທັງຊຸກຍູ້ໃຫ້ຊາວກະສິກອນ, ໂດຍສະເພາະແມ່ນການໃຫ້ຄວາມຮູ້ການນຳໃຊ້ເຕັກນິກການຜະລິດແບບກະເສດສຸມເພື່ອຍົກສະມາດຕະພາບໃຫ້ສູງຂຶ້ນ, ພ້ອມທັງເລັ່ງປົວແປງລະບົບຊົມລະປະທານທີ່ຊຸດໂຊມຮັບປະກັນການສະໜອງນ້ຳໃຫ້ພຽງພໍໃນເນື່ອທີ່ການຜະລິດໂດຍສະເພາະແມ່ນຢູ່ 10 ແຂວງຈຸດສຸມຜະລິດເຂົ້າຄື: ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກໃຫ້ບັນລຸຕາມຄາດໝາຍແຜນການວາງໄວ້.

No comments:

Post a Comment