Ad

Ad

14 December 2016

ປີນີ້ ລາວສົ່ງອອກເຂົ້າໄປຕ່າງປະເທດໄດ້ 20 ພັນກວ່າໂຕນ

          ແຫລ່ງຂ່າວ ຂປລ ລາຍງານໃຫ້ຮູ້ວ່າ: ໃນປີ 2016 ນີ້, ລາວເຮົາສາມາດສົ່ງອອກເຂົ້າໄປຕ່າງປະເທດ, ໂດຍສະເພາະ ຕະຫລາດເອີຣົບ, ຕະຫລາດຈີນ ແລະ ອື່ນໆ ໄດ້ 21 ພັນໂຕນ, ເຖິງວ່າການຜະລິດຜ່ານມາຈະໄດ້ຮັບຜົນກະທົບບໍ່ໜ້ອຍຈາກສະພາບດີນຟ້າອາກາດເຊັ່ນຝົນຕົກຫລ້າຊ້າ.
          ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດໃນກອງປະຊຸມລັດຖະບານເປີດກວ້າງປະຈຳປີ 2015-2016 ນີ້ວ່າ: ຄາດວ່າປີ 2017 ທີ່ຈະເຖິງນີ້ ລາວຈະສາມາດສົ່ງອອກເຂົ້າໄປຕ່າງປະເທດໄດ້ຫລາຍຂຶ້ນ, ໂດຍຈະສືບຕໍ່ກະຕຸກຊຸກຍູ້ການຜະລິດປຸງແຕ່ງທີ່ທັນສະໄໝ
ຕາມມາດຖານກະສິກຳສະອາດ ແລະ ສ້າງມາດຖານໂຮງສີເຂົ້າຕາມລະບົບສາກົນ, ໃຫ້ສາມາດສ້າງເຄື່ອງໝາຍການຄ້າໃຫ້ເຂົ້າລາວ ເປັນທີ່ຍອມຮັບຂອງສາກົນ ເພື່ອສົ່ງເສີມການສົ່ງອອກກັບທີ່ ແລະ ສົ່ງອອກໄປຕ່າງປະເທດໂດຍກົງໃຫ້ມີປະສິດທິພາບຍົກສູງປະສິດທິຜົນຂອງການນຳໃຊ້ທຶນ ໂດຍການປະຕິບັດລະບຽບກົດໝາຍ, ວິໄນແຜນການ - ການເງິນຢ່າງເຂັ້ມງວດ.

          ສຳລັບປີ 2016 ນີ້ ລາວ ສາມາດຜະລິດເຂົ້າໄດ້ທັງໝົດຈຳນວນ 4 ລ້ານກວ່າໂຕນ ໃນເນື້ອທີ່ຜະ ລິດເຂົ້າທັງໝົດ ເກືອບ 1 ລ້ານເຮັກຕາ.

No comments:

Post a Comment