Ad

Ad

13 December 2016

ລັດຖະບານປະດັບຫລຽນໄຊໃຫ້ຮອງລັດຖະມົນຕີກະຊວງວິທະຍາສາດຫວຽດນາມ

            ແຫລ່ງຂ່າວ (ຂປລ) ລາຍງານວ່າ: ວັນທີ 9 ທັນວານີ້ທີ່ນະຄອນຫລວງວຽງຈັນທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະ ມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຕາງໜ້າໃຫ້ລັດຖະບານລາວ, ປະດັບຫລຽນໄຊອິດສະຫລະຊັ້ນ III ໃຫ້ທ່ານ ເຈິ່ນ ຫວຽດແທັງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ. ຕາມລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫລຽນໄຊເພື່ອຍ້ອງຍໍ, ຊົມເຊີຍ ຕໍ່ທ່ານ ເຈິ່ນ ຫວຽດແທັງ ທີ່ມີຜົນງານ, ຄຸນງາມ ຄວາມດີ, ອຸທິດເຮື່ອແຮງ, ສະຕິປັນຍາຊ່ວຍເຫລືອແກ່ ສປປ ລາວ ໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍສະເພາະການຮ່ວມມື ສ້າງນິຕິກຳທາງດ້ານວິທະຍາ ສາດ-ເຕັກໂນໂລຊ, ດ້ານເຕັກນິກ-ວິຊາການໃນໄລຍະຜ່ານມາ. ຜົນງານດັ່ງກ່າວ, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊຸດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.

No comments:

Post a Comment