Ad

Ad

15 February 2017

ມອບການສຶກສາທີ່ເປັນເລີດແກ່ເດັກນ້ອຍເຮົາ: ບົດຮຽນ5ຢ່າງຈາກສ.ເກົາຫຼີ

ໂດຍ: ມຶກບໍ່ແຫ້ງ
ຈາກທ່ານເນລສັນເມນເດລລາ (Nelson Mandela) ອະດີດຜູ້ນຳທີ່ຍິ່ງໃຫຍ່ຂອງຊາວອາຟຣິກາໃຕ້ແລະຂອງໂລກກ່າວໄວ້ວ່າ: ການສຶກສາແມ່ນອາວຸດທີ່ມີປະສິດທິພາບທີ່ສຸດທີ່ພວກເຮົາສາມາດນຳໃຊ້ມັນເພື່ອປ່ຽນແປງໂລກ, ນັ້ນກໍໝາຍຄວາມວ່າ ການສຶກສາກໍເປັນເຄື່ອງມືທີ່ຊົງພະລັງໃນການຫຼຸດຜ່ອນຄວາມທຸກຍາກແລະຄວາມບໍ່ເທົ່າທຽມກັນໃນສັງຄົມແລະການສຶກສາກໍແມ່ນພື້ນຖານຂອງການເຕີບໂຕທີ່ຍືນຍົງຕື່ມອີກ.
ໃນບົດນີ້ຜູ້ຂຽນຈະຂໍສະເໜີ 5 ບົດຮຽນທີ່ສຳຄັນຈາກ ສ.ເກົາຫຼີ ກ່ຽວກັບການພັດທະນາການ
ສຶກສາ, ແລ້ວອາດມີຄໍາຖາມວ່າເປັນຫຍັງຈຶ່ງແມ່ນ ສ.ເກົາຫຼີ, ສາເຫດສຳຄັນກໍຄື ສ.ເກົາຫຼີ ແມ່ນເປັນປະເທດໜຶ່ງທີ່ມີຄຸນນະພາບການສຶກສາທີ່ດີເພາະອີງຕາມບົດລາຍງານດັດສະນີຄວາມກ້າວໜ້າທາງສັງຄົມປີ2016, ສ.ເກົາຫຼີ ຈັດຢູ່ລຳດັບທີ 7 ຂອງໂລກທີ່ມີປະຊາກອນເຂົ້າເຖິງການສຶກສາທີ່ມີຄຸນະ ພາບ ແລະ ມີດັດສະນີດ້ານການພັດທະນາມະນຸດທີ່ຢູ່ໃນລະດັບສູງ 0,8 ຈາກສິ່ງດັ່ງກ່າວໄດ້ເຮັດໃຫ້ ສ.ເກົາຫຼີ ກາຍເປັນປະເທດທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດໃນອາຊີກໍຄືໃນໂລກ.
ບົດຮຽນອັນທີໜຶ່ງ: ສ.ເກົາຫຼີ ໄດ້ສຸມໃສ່ການພັດທະນາການສຶກສາຂັ້ນພື້ນຖານເຊິ່ງຮຽກວ່າເປັນສິດທິຂອງທຸກຄົນຕ້ອງສາມາດເຂົ້າເຖິງການສຶກສາໂດຍສົ່ງເສີມການລົງທຶນມຸ່ງເນັ້ນໃສ່ການສຶກສາ, ໃນສອງເຊັ່ນຄົນ, ສ.ເກົາຫຼີ ເລີ່ມຈາກປະເທດທີ່ການກືກໜັງສືທົ່ວປະເທດກາຍມາເປັນປະເທດທີ່ກາຍມາເປັນຜູ້ນຳໜ້າທາງການສຶກສາເຊິ່ງມັນເປັນບົດຮຽນທີ່ດີແກ່ຫຼາຍປະເທດໃນໂລກໂດຍສະເພາະບັນດາປະເທດທີ່ຍັງມີອັດຕາການຮູ້ໜັງສືຍັງບໍ່ທັນສູງໂດຍຂັ້ນຕອນທີ່ໜຶ່ງກໍຄືເສີມຂະຫຍາຍໂຄງການການສົ່ງເສີມການອ່ານເຊິ່ງມັນເປັນການລົງທຶນທີ່ຄຸ້ມຄ່າ.
ບົດຮຽນອັນທີສອງ: ລັດຖະບານ ສ.ເກົາຫຼີ ໄດ້ຊ່ວຍເຫຼືອທາງດ້ານການເງິນແກ່ການສືກສາພາກສ່ວນເອກະຊົນມາໄດ້ຫຼາຍທົດສະວັດແລ້ວໂດຍສະເພາະລະດັບມັດມະຍົມສຶກສາເຊິ່ງກາຍເປັນລະບົບການສົ່ງເສີມການສຶກສາໜຶ່ງທີ່ມີຜົນສຳເລັດສູງທີ່ສຸດໃນໂລກເຊິ່ງນັກສຶກສາຈາກ ສ.ເກົາຫຼີ ກໍຖືກຈັດລຳດັບທີ່ດີຈາກການປະເມີນຂອງອົງການການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OEDC).
ບົດຮຽນອັນທີສາມ: ສ.ເກົາຫຼີ ໄດ້ນຳໃຊ້ລະບົບການໃຫ້ຢຶມເງິນແກ່ນັກສຶກສາໃນເວລາທີ່ກຳລັງສຶກສາແລ້ວໃຊ້ຄືນເມື່ອມີວຽກເຮັດງານທຳເຊິ່ງໂຄງການນີ້ແມ່ນສາມາດສົ່ງເສີມຜູ້ທຸກຍາກໃຫ້ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບເທົ່າທຽມກັບຜູ້ອື່ນເຊິ່ງລະບົບດັ່ງກ່າວນີ້ກໍແມ່ນສ.ເກົາຫຼີເປັນຜູ້ບຸກເບີກກ່ອນທີ່ປະເທດອື່ນຈະນຳໄປໃຊ້.
ບົດຮຽນອັນທີສີ່: ແມ່ນສ້າງຄົນໃຫ້ສອດຄ່ອງກັບວຽກທີ່ຕ້ອງການໂດຍສະເພາະການສຶກສາວິຊາຊີບ.ການເຝິກອົບຮົມວິຊາຊີບທີ່ນຳພາໂດຍຜູ້ຈ້າງວຽກເປັນກົນໄກທີ່ປະສົບຜົນສຳເລັດທີ່ສຸດໃນສ.ເກົາຫຼີ, ການພັດທະນາທັກສະແມ່ນມີບົດບາດສຳຄັນທີ່ສຸດໃນການຊຸກຍູ້ການພັດທະນາເສດຖະກິດທີ່ຂະຫຍາຍຕົວໄວໃນ ສ.ເກົາຫຼີ ເພາະສະນັ້ນລັດຖະບານຂອງປະເທດດັ່ງກ່າວຈຶ່ງສຸມໃສ່ການລົງທຶນເພື່ອປັບປຸງຄຸນນະພາບການສຶກສາວິຊາຊີບອີງຕາມຄວາມຕ້ອງການໃນປັດຈຸບັນແລະອະນາຄົດແລະພ້ອມນັ້ນບັນດາໂຮງຮຽນວິຊາຊີບທັງຫຼາຍກໍໄດ້ຮັບການສົ່ງເສີມເປັນຢ່າງດີໃນການຮ່ວມມືກັບບັນດາບໍລິສັດອຸດສາຫະກຳຕ່າງໆແລະຜູ້ຈ້າງວຽກແມ່ນມີບົດບາດສຳຄັນທີ່ສຸດໃນການສ້າງທັກສະແກ່ນັກສຶກສາຢູ່ປະເທດດັ່ງກ່າວ.
ແລະ ບົດຮຽນອັນທີຫ້າ: ແມ່ນນຳໃຊ້ລະບົບການໃຫ້ຢຶມເງິນທີ່ຫຼາກຫຼາຍແກ່ການສຶກສາຂັ້ນມະຫາວິທະຍາໄລແລະວິຊາຊີບ, ມີຕົວຢ່າງໜຶ່ງໜ້າສົນໃຈຄືລັດຖະບານໄດ້ຢືມເງິນຈາກທະນາຄານໂລກຈຳນວນ 100 ລ້ານໂດລາເພື່ອສົ່ງເສີມການສຶກສາຂັ້ນສູງ, ແລ້ວລັດຖະບານເອົາຈຳນວນເງິນດັ່ງກ່າວໃຫ້ພາກສ່ວນເອກະຊົນຢືມເພື່ອແນໃສ່ບັນລຸເປົ້າໝາຍການສ້າງຊັບພະຍາກອນມະນຸດທີ່ມີຄວາມຊ່ຽວຊານ.

ເພາະສະນັ້ນ, ເພື່ອຈະບັນລຸເປົ້າໝາຍອື່ນໄດ້ໂດຍສະເພາະຄວາມທຸກຍາກ ແລະ ຄວາມບໍ່ເທົ່າທຽມກັນນັ້ນ, ການປັບປຸງການສຶກສາທີ່ມີຄຸນນະພາບແມ່ນບາດກ້າວທີ່ສຳຄັນ ແລະ ບົດຮຽນຈາກສ.ເກົາຫຼີນີ້ອາດມີຄຸນຄ່າແກ່ການຮຽນຮູ້ ແລະ ເລືອກເຟັ້ນເອົາເພື່ອພັດທະນາການສຶກສາຂອງພວກເຮົາ. 

No comments:

Post a Comment