Ad

Ad

15 February 2017

ຈົ່ງເພີ່ມທະວີສະກັດກັ້ນໄຂ້ເລືອດອອກໃຫ້ມີຜົນ

ໜ່ວຍເຝົ້າລະວັງພະຍາດ, ກະຊວງສາທາລະນະສຸກລາຍງານວ່າ: ປັດຈຸບັນການລະບາດຂອງໄຂ້ຍຸງລາຍຢູ່ຫລາຍແຂວງມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ  ບາງແຂວງພາກໃຕ້, ຊຶ່ງນັບແຕ່ປີໃໝ່ມານີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 360 ກໍລະນີ, ໂຊກດີຍັງບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ, ແຕ່ຖືເປັນສັນຍານເຕືອນຂອງການລະບາດແຕ່ຫົວຫີ,ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ຈຳປາສັກມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 100 ກໍລະນີ, ອັດຕະປື 92 ກໍລະນີ,
ບໍລິຄຳໄຊ 18 ກໍລະນີ, ສະຫວັນນະເຂດ 14 ກໍລະນີ, ສາລະວັນ 11 ກໍລະນີ, ເຊກອງ 9 ກໍລະນີ, ຄຳມ່ວນ 8 ກໍລະນີ ແລະ ແຂວງອື່ນໆອີກຈຳນວນໜຶ່ງ, ຜ່ານມາກະຊວງສາທາລະນະສຸກ ແລະ ອຳນາດການປົກຄອງໄດ້ສຸມໃສ່ການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງດ້ວຍການຮ່ວມມືກັນໂຄສະນາແນະນຳປະຊາຊົນຮູ້ປ້ອງກັນຕົນເອງ ແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານເຮືອນ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວຍັງມີລັກສະນະເພີ່ມຂຶ້ນ, ດັ່ງນັ້ນ ພາກສ່ວນກ່ຽວ ແລະ ປະຊາຊົນໃນຂອດທົ່ວປະເທດທຸກຄົນຈົ່ງເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນໃຫ້ແຂງແຮງກວ່າເກົ່າ, ເພື່ອບໍ່ໃຫ້ເກີດການລະບາດໃຫຍ່ດັ່ງທີ່ເຄີຍເປັນມາແລ້ວນັ້ນ ແລະ ສິ່ງສຳຄັນແມ່ນໃຫ້ປະຊາຊົນເປັນເຈົ້າການທຳລາຍແຫຼ່ງເພາະພັນ ຂອງໜອນນ້ຳຍຸງລາຍທີ່ເປັນພາຫະນຳເຊື້ອ, ດ້ວຍການປະຕິບັດຄຳຂວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເປັນເຈົ້າການກວ່າເກົ່າຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນ, ເພື່ອເຮັດແນວໃດສາມາດຈຳກັດພະຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ດັບສູນ.

No comments:

Post a Comment