Ad

Ad

14 February 2017

ລາວຈະສືບຕໍ່ສ້າງນິຕິກໍາເພື່ອອໍານວຍຄວາມສະດວກດ້ານການຄ້າ

           ໃນໂອກາດເຂົ້າຮ່ວມກອງປະຊຸມສໍາມະນາຫົວຂໍ້: ການຄ້າລາວສູ່ການຄ້າໂລກ ຂອງທ່ານຮອງລັດຖະ ມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ສົມຈິດ ອິນທະມິດ ເມື່ອບໍ່ດົນມານີ້ ແລະ ໄດ້ມີຄໍາເຫັນວ່າ: ສປປ ລາວ ຈະຕ້ອງໄດ້ສືບຕໍ່ປະຕິບັດພັນທະສັນຍາສາກົນ ເພື່ອປັບປຸງນະໂຍບາຍ, ການສ້າງກົດໝາຍ ແລະ ລະ ບຽບການຕ່າງໆທີ່ກ່ຽວພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO) ເປັນຕົ້ນ: ວຽກງານສຸຂະອະນາໄມພືດ-ສັດ, ວຽກງານມາດຕະຖານ ແລະ ວັດແທກ, ລວມເຖິງການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ.

           ທ່ານຮອງລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ກ່າວວ່າ: ຕະຫລອດໄລຍະ 15 ປີທີ່ສປປ ລາວ ເລີ່ມເຈລະຈາເຂົ້າເປັນສະມາຊິກອົງການການຄ້າໂລກ, ກໍໄດ້ມີການປັບປຸງ ແລະ ສ້າງນິຕິກໍາທີ່ພົວພັນດ້ານການຄ້າໃຫ້ສອດຄ່ອງ ກັບສັນຍາຂອງອົງການດັ່ງກ່າວຫລາຍກວ່າ 90 ສະບັບ, ໃນນັ້ນກົດໝາຍມີ 26 ສະບັບ, ດໍາລັດມີ 18 ສະບັບ ແລະ ນິຕິກໍາອື່ນໆອີກຫລາຍສະບັບ ເພື່ອແນໃສ່ສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ແລະ ດຶງດູດນັກລົງທຶນ ແລະ ໃນໄລຍະ 4 ປີທີ່ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ກໍ່ໄດ້ສຸມໃສ່ຈັດຕັ້ງປະຕິບັດພັນທະສາກົນຕ່າງໆສໍາເລັດຫລາຍດ້ານ, ອັນໄດ້ ປະກອບສ່ວນໃຫ້ແກ່ການລົງທຶນພາຍໃນປະເທດເພີ່ມຂຶ້ນຈາກ 294 ລ້ານໂດລາລາສະຫະລັດໃນປີ 2012 ມາເປັນ 721 ລ້ານໂດລາສະຫະລັດໃນປີ 2014 ແລະ ຖ້າຫາກພວກເຮົາມີຄວາມຄືບໜ້າໃນການປັບປຸງນິຕິກໍາທີ່ອໍານວຍໃຫ້ແກ່ການຄ້າຫລາຍເທົ່າໃດຍິ່ງເຮັດໃຫ້ຕົວເລກການລົງທຶນເພີ່ມຂຶ້ນເລື້ອຍໆ.

   ອິງຕາມເວບໄຊຂອງອົງການການຄ້າໂລກ ໃຫ້ຮູ້ວ່າ: ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກລໍາດັບ 158 ໃນວັນທີ 2 ກຸມພາ 2013.  

No comments:

Post a Comment