Ad

Ad

14 February 2017

ແຂວງບໍ່ແກ້ວເລັ່ງຫາສາເຫດທີ່ເຮັດໃຫ້ປາຕາຍຈໍານວນ ຫລາຍຢູ່ວັງສະຫງວນນໍ້າງ້າວເມືອງຫ້ວຍຊາຍ.

ພາບຈາກໂທລະໂຄ່ງ
  ຕາມການລາຍງານຈາກຫ້ອງການກະສິກໍາ-ປ່າໄມ້ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພາຍ ຫລັງໄດ້ຮັບແຈ້ງຈາກປະຊາຊົນໃນເຂດບ້ານປຸງນານູນ, ບ້ານໜອງຄໍາ ແລະ ບ້ານທິມົນສີນ, ເມືອງຫ້ວຍຊາຍເວລາປະມານ 6 ໂມງເຊົ້າຂອງວັນທີ 12 ກຸມພານີ້ວ່າເກີດມີປາຕາຍເປັນຈໍານວນຫລາຍຢູ່ວັງສະຫງວນ ນໍ້າງ້າວ, ຈຶ່ງໄດ້ສົ່ງວິຊາການລົງກວດກາຈຸດທີ່ເກີດເຫດຢ່າງຮີບດ່ວນ ແລະ ພົບເຫັນກະຕຸກຢາງໜ່ວຍໜຶ່ງທີ່ມີໂຕໜັງສືເປັນພາສາຈີນຟູຢູ່ນໍ້າ, ຊຶ່ງຄາດວ່າແມ່ນກະຕຸກສານເຄມີທີ່
ໃຊ້ແລ້ວຖີ້ມລົງສາຍນໍ້າດັ່ງກ່າວ, ໂດຍເຈົ້າໜ້າທີ່ໄດ້ເອົາຂຶ້ນມານໍາໄປກວດກາວ່າກະຕຸກດັ່ງກ່າວແມ່ນບັນຈຸສານເຄມີປະເພດໃດ, ພ້ອມທັງເອົາຕົວຢ່າງ ນໍ້າມາກວດກາຕື່ມອີກ, ຊຶ່ງຄາດວ່າຈະຮູ້ສາເຫດທີ່ເຮັດໃຫ້ປາຕາຍໃນໄວໆນີ້, ພ້ອມດຽວກັນນັ້ນກໍໄດ້ແຈ້ງເຕືອນປະຊາຊົນໃນສາມບ້ານທີ່ມີປາຕາຍ ລວມເຖິງບ້ານໃກ້ຄຽງທີ່ອາໃສຢູ່ຕາມແຄມສາຍນໍ້າດັ່ງກ່າວຫ້າມເອົາປາທີ່ຕາຍມາບໍລິໂພກເດັດຂາດ, ພ້ອມທັງກວດເລືອດຂອງປະຊາຊົນຈໍານວນໜຶ່ງທີ່ໄດ້ເອົາປາຕາຍມາກິນກ່ອນໜ້ານີ້. 

          ນາຍບ້ານປຸ່ງນານູນ ໃຫ້ຮູ້ວ່າ: ວັງສະຫງວນສາຍນໍ້າງ້າວນີ້, ເປັນແຫລ່ງເພາະພັນປາຫລາກຫລາຍຊະນິດທີ່ປະຊາຊົນໄດ້ຊ່ວຍປົກປັກຮັກສາ ແລະ ເປັນແຫລ່ງສະໜອງອາຫານທີ່ສໍາຄັນໃຫ້ແກ່ປະຊາຊົນຫລາຍບ້ານ ແລະ ຕໍ່ສະພາບດັ່ງກ່າວໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມໃນເຂດນັ້ນ.

No comments:

Post a Comment