Ad

Ad

14 February 2017

ປີ 2017 ຫວຽດນາມເພີ່ມທຶນການສຶກສາໃຫ້ແກ່ລາວຕື່ມອີກ

          ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ປີ 2017 ນີ້ລັດຖະບານ ສສ ຫວຽດນາມ, ໄດ້ສະໜອງທຶນການສຶກສາແກ່ພະນັກງານ, ນັກສຶກສາລາວໄປຮຽນຢູ່ຫວຽດນາມຈໍານວນພັນທຶນ, ຂະນະທີ່ຝ່າຍລາວກໍໄດ້ສະໜອງທຶນການສຶກສາໃຫ້ຝ່າຍຫວຽດນາມມາຮຽນໃນລະດັບປະລນຍາຕີ, ອານຸປະລີນຍາ ແລະ ບໍາລຸງໄລຍະສັ້ນຈໍານວນ 60 ທຶນ, ໂດຍການຄັດເລືອກພະນັກງານ ແລະ ນັກສຶກສາໄປຮຽນໃນສົກປີ 2017 ແມ່ນຈັດຕັ້ງປະຕິບັດຕາມແຜນການຮ່ວມມືລະຫວ່າງສອງຝ່າຍ ແລະ ປັດຈຸບັນ, ມີພະນັກງານ, ນັກສຶກສາລາວທີ່ກຳລັງຮຽນ ແລະ ຄົ້ນຄວ້າຢູ່ຫວຽດນາມທັງໝົດ 14.209 ຄົນ, ໃນນີ້ທຶນລັດຖະບານມີ
3.419 ຄົນ, ທຶນແຮກສ່ຽວ-ທຶນຮ່ວມມືຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີ 5.266 ຄົນ, ທຶນອົງການຈັດຕັ້ງສາກົນມີ 31 ຄົນ, ທຶນຊ່ວຍເຫລືອຈາກບັນດາວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວຈໍານວນ 23 ຄົນ ແລະ ທຶນສ່ວນຕົວມີ 5.470 ຄົນ.

   ກະຊວງດັ່ງກ່າວໃຫ້ຮູ້ວ່າ: ໃນກອງປະຊຸມຄະນະກຳມະການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ  ສສ ຫວຽດນາມຄັ້ງທີ 39 ທີ່ນະຄອນຫລວງຮ່າໂນ້ຍໃນວັນທີ 5-8 ກຸມພານີ້, ໂດຍການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດ ຖະມົນຕີແຫ່ງ ສສ ຫວຽດນາມ ຫງວຽນ ຊວນ ຟຸກ, ກໍໄດ້ມີພິທີລົງນາມລະຫວ່າງທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາລາວ ແລະ ທ່ານ ຟົງ ຊວານ ຍາ ລັດຖະມົນຕີກະ ຊວງສຶກສາ ແລະ ກໍ່ສ້າງຫວຽດນາມກ່ຽວກັບແຜນການຮ່ວມມືປະຈໍາປີ 2017, ພ້ອມທັງຕີລາຄາວ່າການຊ່ວຍກໍ່ສ້າງຖັນແຖວພະນັກງານ ແລະ ຊັບພະຍາກອນມະນຸດຂອງສອງຝ່າຍແມ່ນນັບມື້ເພີ່ມຂຶ້ນນັບທັງດ້ານປະລິມານ ແລະ ຄຸນນະພາບ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່ຂອງສອງປະເທດໄດ້ເປັນຢ່າງດີ. ນອກຈາກນີ້, ສອງຝ່າຍໄດ້ຕົກລົງສືບຕໍ່ຊຸກຍູ້ໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືລາວ-ຫວຽດນາມໃນຂົງເຂດການສຶກສາ ແລະ ພັດທະນາຊັບພະ ຍາກອນມະນຸດໄລຍະ 2011-2020 ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບ.

No comments:

Post a Comment