Ad

Ad

14 February 2017

ການຄ້ານະຄອນຫລວງລົງຊຸກຍູ້ຜູ້ປະກອບການຕິດສະຫລາກສິນຄ້າເປັນພາສາລາວ


        ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ, ໄດ້ລົງຊຸກຍູ້ການຕິດສະຫລາກສີນຄ້າເປັນພາສາລາວຢູ່ບໍລິສັດ ຊີໄອການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ພອນສະຫວັນ ຂາອອກ-ຂາເຂົ້າຈໍາກັດຜູ້ດຽວ ແລະ ບໍລິສັດສົມບູນການຄ້າຂາອອກ-ຂາເຂົ້າຈໍາກັດຜູ້ດຽວ, ເພື່ອປະຕິບັດຄໍາສັ່ງຂອງລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າກ່ຽວກັບການຕິດສະຫລາກສີນຄ້າເປັນພາສາລາວໃຫ້ເປັນເອກະພາບ ແລະ ເຂັ້ມງວດ, ພາຍຫລັງເຫັນວ່າຍັງມີສີນຄ້າຈໍານວນຫລວງ ຫລາຍບໍ່ຕິດສະຫລາກເປັນພາສາລາວວາງຈໍາໜ່າຍໃນທ້ອງຕະຫລາດ, ສູນການຄ້າ, ຮ້ານມິນີມາກນັບທັງໃນນະຄອນຫລວງວຽງຈັນ ແລະ ທ້ອງຖິ່ນຕ່າງໆ.
           ການລົງຊຸກຍູ້ວຽກງານດັ່ງກ່າວແນໃສ່ໃຫ້ຜູ້ຜະລິດພາຍໃນ ແລະ ນໍາເຂົ້າຜະລິດຕະພັນຈາກຕ່າງປະ ເທດຕ້ອງຕິດສະຫລາກເປັນພາສາລາວກ່ອນຈະຈໍາໜ່າຍ ເພື່ອໃຫ້ຜູ້ຊົມໃຊ້ເຂົ້າໃຈກ່ຽວກັບສັບພະຄຸນ ແລະ ຄຸນນະພາບຂອງສີນຄ້າກ່ອນຈະເລືອກຊື້ ແລະ ເພື່ອຫລີກລ້ຽງການຊົມໃຊ້ສີນຄ້າທີ່ບໍ່ມີຄຸນະພາບ, ເສຍຄຸນ ແລະ ໝົດອາຍຸການນໍາໃຊ້ ທີ່ສົ່ງຜົນກະທົບອັນບໍ່ດີຕໍ່ສຸຂະພາບຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ, ໂດຍໄດ້ແນະນໍາໃຫ້ຜູ້ປະກອບການປະຕິບັດຕາມຄໍາສັ່ງຂອງລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ຄື: ຜູ້ຜະລິດ, ຜູ້ປະກອບ, ປຸງແຕ່ງ, ຫຸ້ມຫໍ່ສິນຄ້າຢູ່ ສປປ ລາວ, ຜູ້ນຳເຂົ້າ ແລະ ຈຳໜ່າຍສິນຄ້າທີ່ຂຶ້ນທະບຽນວິສາຫະກິດການຄ້າຂາຍຍົກ ຫລື ເປັນຕົວແທນຈຳໜ່າຍສິນຄ້າໃດໜຶ່ງຕ້ອງຕິດສະຫລາກສິນຄ້າເປັນພາສາລາວກ່ອນຈະຈຳໜ່າຍໃຫ້ຜູ້ຊົມໃຊ້ ຫລື ສະໜອງໃຫ້ຜູ້ຂາຍຍ່ອຍ, ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນສິນຄ້າທີ່ສະໜອງນັ້ນບໍ່ໄດ້ຕິດສະຫລາກເປັນພາສາລາວຈະຖືກກ່າວເຕືອນ, ປັບໄໝ, ໃຫ້ໂຈະ ຫລື ຖອນໃບທະບຽນວິສາຫະກິດ.
          ສໍາລັບຜູ້ດຳເນີນທຸລະກິດການຄ້າຂາຍຍ່ອຍ, ການຮັບເອົາສິນຄ້າມາຈໍາໜ່າຍໃຫ້ຮັບເອົາສິນຄ້າທີ່ຕິດສະຫລາກເປັນພາສາລາວເທົ່ານັ້ນ, ພ້ອມນີ້ກໍຕ້ອງວາງຂາຍສິນຄ້າທີ່ໄດ້ຕິດສະຫລາກເປັນພາສາລາວ, ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນສິນຄ້າທີ່ວາງຂາຍບໍ່ໄດ້ຕິດສະຫລາກເປັນພາສາລາວຈະຖືກກ່າວເຕືອນ, ປັບໄໝ, ຍຶດ ຫລື ອາຍັດສິນຄ້າດັ່ງກ່າວ.
           ສ່ວນສິນຄ້າທີ່ໄດ້ຜະລິດ ຫລື ນເຂົ້າມາຈຳໜ່າຍກ່ອນປະກາດໃຊ້ຄຳສັ່ງສະບັບນີ້ຜູ້ຂາຍຍ່ອຍຕ້ອງປະສານເອົາສະຫລາກທີ່ເປັນພາສາລາວນຳຜູ້ທີ່ສະໜອງສິນຄ້າໃຫ້ຕົນ, ຖ້າຜູ້ສະໜອງສິນຄ້າບໍ່ສາມາດຈັດພິມໃຫ້ໄດ້ແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງວຽງຈັນສົມທົບກັບຫ້ອງການອຸດສາ ຫະກຳ ແລະ ການຄ້າເມືອງລົງໄປກວດກາ ແລະ ບັນທຶກສິນຄ້າດັ່ງກ່າວ, ຈາກນັ້ນຈະຕິດຕາມການຈຳໜ່າຍເປັນແຕ່ລະໄລຍະຈົນກວ່າຈະຈຳໜ່າຍສິນຄ້າເຫລົ່ານັ້ນໝົດໄປ. ສໍາລັບເນື້ອໃນສະຫລາກຕ້ອງປະກອບມີເນື້ອໃນດັ່ງນີ້: ປະເພດ ຫລື ຊະນິດສິນຄ້າ, ເຄື່ອງໝາຍການຄ້າທີ່ໄດ້ຈົດທະບຽນຂອງຜູ້ຜະລິດ ແລະ ຜູ້ນຳເຂົ້າເພື່ອຈຳໜ່າຍ, ສະຖານທີ່ຜະລິດ ແລະ ຜູ້ນຳເຂົ້າເພື່ອຈຳໜ່າຍ, ຊື່ປະເທດຜະລິດສິນຄ້າ, ລາຄາ, ຈຳນວນ, ປະລິ ມານ, ຄຸນນະພາບ, ບໍລິມາດ, ສ່ວນປະກອບທີ່ກຳນົດແຈ້ງອັດຕາສ່ວນປະກອບ, ຂໍ້ແນະນຳວິທີນຳໃຊ້, ຄຳ ເຕືອນ, ວັນ, ເດືອນ, ປີຜະລິດ ແລະ ວັນໝົດອາຍຸນຳໃຊ້, ສະຫລາກຕ້ອງຕິດໃຫ້ແໜ້ນ, ຕິດຢູ່ບ່ອນເຫັນໄດ້ງ່າຍ ແລະ ຕ້ອງຕິດໃສ່ທັງສິນຄ້າ ແລະ ຫີບຫໍ່ ຫລື ສິ່ງບັນຈຸຕ່າງໆ, ສ່ວນສິນຄ້ານຳເຂົ້າຈາກຕ່າງປະເທດນັ້ນເນື້ອໃນຂອງສະຫລາກທີ່ເປັນພາສາລາວຕ້ອງຖືກກັບເນື້ອໃນຂອງສະຫລາກທີ່ເປັນພາສາຕ່າງປະເທດ, ສໍາລັບສິນຄ້າທີ່ຖືກຍົກເວັ້ນການຕິດສະຫລາກມີຄື: ສິນຄ້າທີ່ນຳເຂົ້າຊົ່ວຄາວເພື່ອສົ່ງອອກຕໍ່, ເພື່ອວາງສະແດງໃນງານຕະຫລາດນັດ ຫລັງຈາກນັ້ນສົ່ງອອກຄືນ, ສິນຄ້າຜ່ານແດນ, ຂອງຂວັນ ແລະ ຂອງຕ້ອນ, ສິນຄ້າທີ່ເປັນສະບຽງອາຫານສົດ, ສະບຽງອາຫານທີ່ປຸງແຕ່ງແຕ່ບໍ່ມີການຫຸ້ມຫໍ່ ແລະ ຂາຍໂດຍກົງໃຫ້ຜູ້ຊົມໃຊ້, ສິນຄ້າທີ່ເປັນວັດຖຸດິບບໍ່ມີການຫຸ້ມຫໍ່ນຳເຂົ້າເພື່ອສະໜອງໃຫ້ການຜະລິດໃນໂຮງງານ ຫລື ການກໍ່ສ້າງ.

          ສໍາລັບມາດຕະການຕໍ່ຜູ້ລະເມີດມີດັ່ງນີ້: ສໍາລັບຮ້ານຄ້າຂາຍຍ່ອຍລະເມີດ ຄັ້ງທີໜຶ່ງແມ່ນຕັກເຕືອນ ແລະ ເຮັດບົດບັນທຶກຮັບຮູ້ການລະເມີດ, ລະເມີດຄັ້ງທີສອງໃຫ້ດຳເນີນການປັບໄໝແຕ່ 5 ແສນຫາ 1 ລ້ານກີບ ແລະ ລະເມີດຄັ້ງທີສາມແມ່ນປັບໃໝແຕ່ 1-2 ລ້ານກີບ, ສ່ວນຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ຂາຍຍົກ ແລະ ຜູ້ເປັນຕົວແທນຈຳໜ່າຍລະເມີດຄັ້ງທີສອງແມ່ນປັບໄໝ 5-7 ລ້ານກີບ ແລະ ລະເມີດຄັ້ງທີສາມແມ່ນປັບໄໝແຕ່ 7-9 ລ້ານກີບ ແລະ ໃຫ້ໂຈະ ຫລື ຖອນໃບທະບຽນວິສາຫະກິດຕາມລະບຽບກົດໝາຍ.

No comments:

Post a Comment