Ad

Ad

14 February 2017

ໄຟໄໝ້ເຮືອນປະຊາຊົນບ້ານດອນຄຳເສຍຫາຍ 20 ກວ່າຫລັງ

          ເຈົ້າໜ້າທີ່ ກົມມອດໄຟ ກະຊວງ ປກສ ໃຫ້ຮູ້ວ່າ: ເວລາປະມານ 13:30 ໂມງຂອງວັນທີ 11 ກຸມພາຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນປະຊາຊົນບ້ານດອນຄຳ, ເມືອງຮຸນ ແຂວງອຸດົມໄຊ ເສຍຫາຍ 26, ໃນນັ້ນ ເປັນເຮືອນຊັ້ນເຄິ່ງ ຈຳນວນ 20 ຫລັງ ແລະ ເລົ້າເຂົ້າຈຳນວນໜຶ່ງ, ກໍໄດ້ຮັບຄວາມເສຍຫາຍສົ່ງຜົນມີຜູ້ໄດ້ຮັບບາດເຈັບ 3 ຄົນ. ຜ່ານມາສືບສວນ-ສອບສວນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ສາເຫດກໍໃຫ້ເກີດໄຟໄໝ້ຄັ້ງນີ້ ແມ່ນຍ້ອນໄຟຟ້າລັດວົງຈອນ, ຊຶ່ງໃຊ້ເວລາກວ່າ 1 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟ
ໄວ້ໄດ້, ອັນໄດ້ສົ່ງຜົນເສຍຫາຍເປັນຈຳນວນຫລວງຫລາຍ ແລະ ເຮັດໃຫ້ປະຊາຊົນຄອບຄົວບໍ່ມີບ່ອນຢູ່ອາໃສ. ດັ່ງນັ້ນ ອຳນາດການປົກຄອງບ້ານດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ສັງຄົມຈົ່ງໄດ້ພ້ອມກັນໃຫ້ການຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບດັ່ງກ່າວໃຫ້ໄວທີ່ສຸດ, ໂດຍສະເພາະນ້ຳດື່ມ, ອາຫານ ແລະ ເຄື່ອງນຸ່ງຮົ່ມ ເພື່ອເຂົາເຈົ້າສາມາດຕ້ານກັບສະພາບອາກາດໜາວທີ່ພວມປະສົບຢູ່.

No comments:

Post a Comment