Ad

Ad

14 February 2017

ແຮງງານລາວໄດ້ຮັບການພັດທະນາດ້ານສີມືຢ່າງຕໍ່ເນື່ອງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ:ຍາມໃດພັກ ແລະ ລັດຖະບານກໍ ຖືສຳຄັນໃນການສ້າງຊັບພະຍາດກອນປະນຸດຂອງປະເທດໃຫ້ມີຄວາມຮູ້ຄວາມສາມາດ, ເວົ້າສະເພາະແມ່ນການພັດທະ ນາແຮງງານລາວໃຫ້ມີສີມື, ມີຄວາມສາມາດ, ມີທັດສະນະຄະຕິ ແລະ ມີຄວາມອົດທົນພະຍາຍາມເພື່ອເຮັດໃຫ້ແຮງງານລາວມີວຽກເຮັດງານທຳທີ່ໝັ້ນຄົງ, ໄດ້ຮັບການປົກປ້ອງ ແລະ ມີສະຫວັດດີການທີ່ດີ,ຊຶ່ງຜ່ານມາ ເຫັນວ່າ: ສີມືແຮງງານລາວໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ສາມາດແຂ່ງຂັນໃນພາກພື້ນກໍຄື
ສາກົນ ແລະ ຊ່ວຍໃຫ້ເຂົາເຈົ້າມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍຮັບທີ່ແນ່ນອນພ້ອມນີ້ຜູ້ອອກ ແຮງງານກໍໄດ້ຮັບການປົກປ້ອງສິດຜົນປະໂຫຍດຢ່າງຊອບທຳ ຢ່າງທົ່ວເຖິງ,ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຂອງພາກສ່ວນກ່ຽວຂ້ອງໃນປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເພື່ອປັບປຸງພື້ນຖານໂຄງລ່າງລວມເຖິງຫລັກສູດການຮຽນ-ການສອນ, ໄດ້ທົດສອບລະດັບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດໃນ 27 ສາຂາອາຊີບ ແລະ ຄັດເລືອກເອົາຜູ້ມີສີມືແຮງງານດີເດັ່ນ ເຂົ້າຮ່ວມການແຂ່ງຂັນສີມືແຮງງານລະດັບຊາດ ແລະ ລະດັບອາຊຽນໄປຄຽງຄູ່ກັບການສົ່ງເສີມວຽກເຮັດງານທຳໃຫ້ແກ່ແຮງງານລາວຫັນໄປສູ່ກົນໄກການບໍລິການຈັດຫາແຮງງານເທື່ອລະກ້າວ. ສະເພາະປີຜ່ານມາສາມາດຈັດຫາວຽກເຮັດງານທຳໃຫ້ແຮງງານໄດ້ຫລາຍກວ່າ 300.000 ຄົນ, ເປັນຍິງຫລາຍກວ່າ 100.000 ຄົນເຮັດໃຫ້ໂຄງປະກອບຂອງກຳລັງແຮງງານ ຫັນໄປສູ່ຂົງເຂດເສດຖະກິດຕາມທິດຫັນເປັນອຸດສາ ຫະກຳ ແລະ ທັນສະໄໝເທື່ອລະກ້າວ. ນອກນີ້ ຍັງໄດ້ຕັ້ງໜ້າປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານຕາມລະບຽບກົດໝາຍ, ລະບົບການຮ່ວມມືໃນການແກ້ໄຂບັນຫາດ້ານແຮງງານໄດ້ຮັບການພັດທະນາໃຫ້ດີຂຶ້ນ, ຄ່າແຮງງານຂັ້ນຕໍ່າໄດ້ຮັບການປັບປຸງໃຫ້ສອດຄ່ອງກັບຄ່າຄອງຊີບຂັ້ນພື້ນຖານ.

ສ່ວນວຽກງານປະກັນສັງຄົມກໍເປັນວຽກງານຕົ້ນຕໍທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມພວມເລັ່ງໃສ່ຈັດຕັ້ງປະຕິບັດເພື່ອໃຫ້ວຽກງານດັ່ງກ່າວນັບມື້ກວ້າງຂວາງເຮັດໃຫ້ຜູ້ປະກັນຕົນເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີເຮັດໃຫ້ເງິນສະສົມໃນກອງທຶນປະກັນສັງຄົມສູງເຖິງ 666,11 ຕື້ກີບ, ອັດຕາການປົກຄຸມປະກັນສັງຄົມ ແລະ ປະກັນສຸຂະພາບກວມ 30,22% ຂອງພົນລະເມືອງ.

No comments:

Post a Comment