Ad

Ad

14 February 2017

ຫັນແຜນງານໃຫ້ໄປເຖິງເປົ້າ

ໂດຍ : ທິດກ່ຳ
 ສຳລັບນະໂຍບາຍ ກໍຄືໜ້າວຽກຂອງລັດຖະບານທີ່ໄດ້ວາງອອກໃນປີ 2017 ກໍມີຫລາຍອັນ ເຊັ່ນ: ນະໂຍບາຍກະຕຸ້ນເສດຖະກິດ, 13 ໜ້າວຽກຂອງລັດຖະບານ, ນະໂຍບາຍຈັດເກັບລາຍຮັບ-ລາຍຈ່າຍປະຈຳປີ, ມາດຕະ ການກ່ຽວກັບການປະຢັດ ແລະ ອື່ນໆ. ບັນດານະໂຍບາຍ ຫລືວ່າ ໜ້າວຽກທີ່ໄດ້ວາງອອກນີ້ ທຸກ ສິ່ງທຸກຢ່າງມັນກໍນອນຢູ່ໃນມະຕິ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ຂອງລັດຖະບານແຕ່ 2015 ຫາ 2020. ຕາມທິດກໍ່າວ່າ, ເຮົາ ເດີນທາງມານີ້ມັນກໍໄດ້ 2 ປີກວ່າ ແລ້ວ ແລະ ຈາກນີ້ໄປຫາປີ 2020 ກໍຍັງເຫລືອພຽງ 2 ປີ ກວ່າ. ເມື່ອພວກເຮົາທັງຫລາຍ ເດີນທາງໄປ
ຮອດປີ 2020 ກໍຈະ ໄດ້ເຫັນປະເທດຊາດບ້ານເມືອງມີຄວາມຈະເລີນຮຸ່ງເຮືອງໄປໜ້າ. ອັນທີ່ສຳຄັນແມ່ນຈະໄດ້ເຫັນປະເທດຊາດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ. ຕາມທິດກໍ່າຄິດ, ປະເທດຊາດບ້ານເມືອງເຮົາຈະ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໄດ້ ຫລື ບໍ່ນັ້ນ ມັນກໍຂຶ້ນກັບພວກເຮົາໝົດທຸກຄົນໃນຊາດ ບໍ່ວ່າໃຜຈະເຮັດຫຍັງຢູ່ໃສກໍຕ້ອງໄດ້ບຸກທະລຸໃຫ້ແຜນງານຂອງຕົນໄດ້ເດີນໜ້າໄປເຖິງເປົ້າ.
ແຕ່ອັນສຳຄັນໂຕທີ່ທິດກໍ່າ ຢາກເນັ້ນໜັກໆສະເພາະເຈາະຈົງນັ້ນກໍແມ່ນແຜນຈັດເກັບລາຍຮັບ-ລາຍຈ່າຍປະຈຳປີ 2017 ເຊິ່ງ ມັນເປັນໂຕເລກໂຕຜາດ່ວນໆ ສົດໆຮ້ອນໆສຳລັບປີນີ້ ກໍຄືດ້ານລາຍຮັບຕ້ອງສູ້ຊົນໃຫ້ໄດ້ 23.941 ຕື້ກີບ ເທົ່າກັບ 18,64% ແລະ ດ້ານລາຍຈ່າຍແມ່ນບໍ່ໃຫ້ເກີນ 32.402 ຕື້ກີບ ເທົ່າກັບ 24,99% ເຊິ່ງເຫັນວ່າຈະຂາດດູນງົບປະມານໄປ 8.461 ຕື້ກີບ ເທົ່າກັບ 6,52% ຂອງລວມຍອດຜະລິດຕະພັນ ພາຍໃນ (GDP) ໂດຍມູນຄ່າ ຂອງ GDP ໃນປີ 2017 ໃຫ້ໄດ້ ຫລາຍກວ່າ 129.682 ຕື້ກີບ. ສຳລັບມາດຕະການປະຕິບັດ ແຜນງົບປະມານສຳລັບປີ 2017 ກໍໄດ້ລະບຸຢ່າງຈະແຈ້ງວ່າ: ມອບໃຫ້ບັນດາກົມກອງອ້ອມຂ້າງກະຊວງການເງິນປະສານສົມທົບກັບພາກສ່ວນກ່ຽວຂ້ອງພ້ອມກັນຄົ້ນຄວ້າສ້າງ, ປັບປຸງນິຕິກຳ ຂອງຂະແໜງການເງິນ ແລະ ຜັນຂະຫຍາຍກົດໝາຍ ໂດຍອອກນິຕິກຳລຸ່ມກົດໝາຍໃຫ້ຄົບຖ້ວນ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງຈັດເກັບລາຍຮັບ ແລະ ລາຍຈ່າຍໃນທົ່ວປະເທດໃຫ້ສຳເລັດຜົນ.

ເຖິງຢ່າງໃດກໍດີ, ຕາມທິດ ກໍ່າວ່າ ເພື່ອເປັນການບຸກທະລຸແຜນງານຄັ້ງນີ້ໃຫ້ເກີດດອກອອກຜົນອັນສຳຄັນຕົ້ນຕໍກໍແມ່ນຄົນເປັນຜູ້ເຮັດ. ໝາຍຄວາມວ່າຄົນຜູ້ເຮັດກໍຕ້ອງໄດ້ມາດຕະຖານ. ຄຳວ່າມາດຕະຖານນັ້ນກໍ ແມ່ນຄັດເລືອກເອົາຄົນທີ່ມີຄວາມຮູ້, ຄວາມສາມາດ, ຈົງຮັກພັກດີຕໍ່ການຈັດຕັ້ງ, ຕໍ່ຊາດບ້ານເມືອງ ແລະ ເຫັນຜົນປະໂຫຍດຂອງປະເທດຊາດເປັນໃຫຍ່. ອັນໂຕທີ່ເດັດໆນັ້ນ ຕ້ອງມີຄວາມສັດຊື່ບໍລິສຸດຈິງໃຈນັ້ນເປັນ ເອກ. ຕາມເຮົາຄິດ, ເຖິງວ່າມີລະບົບຄຸ້ມຄອງນຳພາ ຫລື ມີອຸປະກອນທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບ-ລາຍຈ່າຍດີປານໃດກໍຕາມ, ຖ້າຄົນຫາກເຮັດຄືໂສ້ບໍ່ເຄັ່ງ, ຫົວຈັກບໍ່ເດັດຂາດເຂັ້ມແຂງແດ່ມັນກໍພໍແຕ່ມ້າມແປະພຸງ ສຸດທ້າຍກໍຄືອັນເກົ່າຜ່ານມາຍ້ອນວ່າເຮັດອັນໃດໃຜກໍຫາກິນນຳອັນນັ້ນ.

No comments:

Post a Comment