Ad

Ad

14 February 2017

ເປີດການແຂ່ງຂັນກິລາມິດຕະພາບ ປະຈຳປີ 2017 ລະຫວ່າງລັດວິສາຫະກິດໄຟຟ້າລາວ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ

          ເພື່ອເປັນການສ້າງສາຍພົວພັນໃຫ້ແໜ້ນແຟ້ນຂຶ້ນ, ການແຂ່ງຂັນກິລາມິດຕະພາບ ລັດວິສາຫະກິດໄຟຟ້າລາວ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ, ໄດ້ມີຂຶ້ນໃນວັນທີ 10 ກຸມພານີ້, ທີ່ນະຄອນຫລວງວຽງຈັນ, ຊຶ່ງແມ່ນລັດວິສາຫະກິດໄຟຟ້າລາວ ໄດ້ຮັບກຽດເປັນເຈົ້າພາບ, ໂດຍການເຂົ້າຮ່ວມຂອງທ່ານ ບຸນອຸ້ມ ສີວັນເພັງ ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ກໍລະສິດ ພັກໂຊຕານົນ ຜູ້ວ່າການການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ພ້ອມດ້ວຍ
ຄະນະ, ກອງເຊຍຂອງທັງສອງຝ່າຍກໍເຂົ້າຮ່ວມຢ່າງຫລວງ ຫລາຍ, ເພື່ອເປີດໂອກາດໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ທາງດ້ານເຕັກນິກວິຊາການ ແລະ ພ້ອມດຽວກັນນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ພະນັກງານທັງສອງຝ່າຍມີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນຫລາຍຂຶ້ນ. ການແຂ່ງຂັນໃນຄັ້ງນີ້ ແບ່ງອອກເປັນ 4 ປະເພດຄື: ກິລາບານເຕະ, ກິລາຕີກ໋ອບ, ກິລາເປຕັງ ແລະ ກິລາດອກປີກໄກ່ (ແບັດບິນຕັນ) ທີ່ໄດ້ດຳເນີນໄປດ້ວຍມິດຕະພາບ ແລະ ຄວາມເບີກບານມ່ວນຊື່ນ ແລະ ຄັ້ງຕໍ່ໄປ ແມ່ນທາງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທຈະໄດ້ຮັບເຈົ້າພາບທີ່ປະເທດຂອງຕົນໃນປີ 2018.

No comments:

Post a Comment