Ad

Ad

16 February 2017

ນັກທຸລະກິດສົນໃຈເຂົ້າປະມູນຊື້ລົດການນໍາ

              ຕາມການເປີດເຜີຍຂອງຄະນະຮັບພິຊອບປະມູນຂາຍລົດການນໍາລະດັບສູງ ໃຫ້ຮູ້ວ່າ: ພາຍ ຫລັງລັດຖະບານໄດ້ມີແຈ້ງການປະມູນຂາຍພາຫະນະທີ່ຮັບໃຊ້ການນໍາລະດັບສູງເມື່ອຕົ້ນເດືອນກຸມພາຜ່ານມານີ້, ກໍປະກົດວ່າໄດ້ມີນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ດໍາເນີນທຸລະກິດຢູ່ລາວໃຫ້ຄວາມສົນໃຈເຂົ້າປະມູນຊື້ລົດດັ່ງກ່າວຫລາຍສົມຄວນ, ຊຶ່ງມີທັງໝົດ 14 ຄັນ, ໃນນັ້ນມີລົດເກັງຍີຫໍ້ບີເອັມດັບເບີນຢູ (BMW) ລຸ້ນ 730 LI ຈໍານວນ 7 ຄັນ ແລະ ລົດເກັງຍີຫໍ້ເມີຊີເດດເບນ (Mercedes BENZ ລຸ້ນ
S350 ຈໍານວນ 7 ຄັນ, ຊຶ່ງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີສະບັບເລກທີ 225 ລົງວັນທີ 8 ກຸມພາ 2017 ລະບຸວ່າ: ການເປີດຊອງປະມູນຈະມີຂຶ້ນໃນຕອນເຊົ້າເວລາ 9:00 ໂມງຂອງວັນທີ 21 ກຸມພານີ້ທີ່ຫໍປະຊຸມແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ, ແຕ່ຖ້າຫາກມີການປ່ຽນແປງວັນເວລາເປີດຊອງປະມູນແມ່ນຈະມີການແຈ້ງໃຫ້ຊາບຕື່ມ ແລະ ປັດ ຈຸບັນມີນັກທຸລະກິດໄດ້ພົວພັນເອົາຊອງປະມູນໄປແລ້ວຫລາຍກວ່າ 60 ຄົນ ແລະ ຄາດວ່າອາດເກີນຮ້ອຍຄົນເມື່ອຮອດມື້ເປີດຊອງປະມູນ.

           ຄະນະຮັບພິຊອບວຽກງານດັ່ງກ່າວໃຫ້ຮູ້ວ່າ: ການຈັດປະມູນນີ້ແມ່ນປະຕິບັດຕາມກົດໝາຍວ່າດ້ວຍຊັບສີນຂອງລັດ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບເລກທີ 06/ນຍ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຖອນ, ການປະມູນ ແລະ ການປະກອບລົດປະຈໍາຕໍາແໜ່ງຂອງການນໍາລະດັບສູງ.     

No comments:

Post a Comment