Ad

Ad

15 February 2017

ງານວາງສະແດງສິນຄ້າໂອດ໋ອບທົ່ວປະເທດຈະມີຂື້ນໃນວັນທີ 22 -26 ກຸມພານີ້, ທີ່ສູນການຄ້າ ລາວໄອເຕັກ

ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າຖະແຫຼ່ງຕໍ່ສືມວນຊົນ, ຢູ່ສະມາ ຄົມນັກຂ່າວແຫ່ງປະເທດລາວໃນວັນທີ 14 ກຸມພານີ້ວ່າ: ກົມຂອງຕົນຈະຈັດງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງງຜະລິດຕະພັນ ຫຼື (ໂອດ໋ອບ) ທົ່ວປະເທດຄັ້ງທຳອິດຂຶ້ນໃນວັນທີ 22-26 ກຸມພານີ້, ທີ່ສູນການ ຄ້າລາວໄອເຕັກ (ຕຶກເກົ່າ) ເພື່ອນຳສະເໜີສິນຄ້າດັ່ງກ່າວໃຫ້ເປັນທີ່ຮູ້ຈັກກ້ວາງ ຂວາງ ແລະ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດທີ່ຍັງບໍ່ ທັນໄດ້ຮັບກາໝາຍໂອດ໋ອບໄດ້ນຳເອົາສິນຄ້າ ແລະ ຜະລິດຕະ ພັນ
ຂອງຕົນມາວາງສະແດງ ແລະ ຂາຍ, ທັງເປັນການພົບປະແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງຜູ້ປະກອບການດ້ວຍກັນ, ລວມເຖິງຄູ່ຄ້າທັງພາຍໃນ ແລະ ຕ່າງປະເທດ,ພິເສດໃນງານຄັ້ງນີ້ນອກຈາກຈະມີສິນຄ້າໂອດ໋ອບໃນທົ່ວປະເທດເຂົ້າຮ່ວມວາງສະແດງຫຼາຍກວ່າ 200 ຮ້ານແລ້ວ, ຍັງຈະມີສິນຄ້າພົ່ນເດັ່ນອື່ນໆ, ລວມເຖິງອາຫານພື້ນເມືອງລາວເຂົ້າຮ່ວມວາງສະ ແດງອີກເປັນຈຳນວນຫຼາຍ, ພ້ອມນັ້ນຍັງຈະຈັດໃຫ້ມີກອງປະຊຸມສຳມະນາແລກປ່ຽນຄວາມຮູ້ກ່ຽວກັບຜະລິດຕະພັນລາວ, ເວົ້າສະເພະແມ່ນສິນຄ້າໂອດ໋ອບ, ພ້ອມນັ້ນບັນດາຫົວໜ່ວຍຜະລິດສິນຄ້າທີ່ເປັນເອກະລັກຂອງລາວທີ່ເຂົ້າຮ່ວມໃນງານດັ່ງກ່າວນີ້ແມ່ນຈະໄດ້ຮັບສິດທິພິເສດຫຼາຍຢ່າງຈາກຄະນະຈັດງານຄື: ຄະນະຈັດງານຈະຈ່າຍ ຄ່າເຊົ່າຫ້ອງຊ່ວຍ 500 .000 ກີບຕໍ່/ຮ້ານ ແລະ ຈະຈັດໃຫ້ມີການປະກວດກະຕ່າຂອງຂັວນສິນຄ້າກາໝາຍໂອດ໋ອບນຳອີກ.

ທ່ານ ຫົວໜ້າກົມສົ່ງເສີມການຄ້າກ່າວວ່າ: ສິນຄ້າໂອດ໋ອບເປັນຜະລິດຕະພັນທີ່ນຳໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະ ວັດຖຸດິບທ້ອງຖິ່ນເຂົ້າໃນການຜະລິດ, ທີເປັນເອກະລັກຂອງເມືອງ ແລະ ບ້ານນັ້ນໆ, ຊຶ່ງມີທັງສິນຄ້າທີ່ຈັບບາຍໄດ ແລະ ຮູບແບບຂອງການບໍລິການທີ່ມີມູນເຊື້ອ ແລະ ເປັນມໍລະດົກຕົກທອດກັນມາ, ສຳລັບປະເທດ ເຮົາເລີ່ມມີການສົ່ງເສີມການຜະລິດສິນຄ້າໂອດ໋ອບມາແຕ່ປີ 2000, ຊຶ່ງມາຮອດປັດຈຸບັນທົ່ວປະເທດມີທັງໝົດ 129 ຫົວໜ່ວຍ, ຢູ່ໃນ 16 ແຂວງທີ່ເປັນຫົວໜ່ວຍຜະລິດສິນຄ້າ ໂອດ໋ອບ.

No comments:

Post a Comment