Ad

Ad

15 February 2017

ລາວເປັນເຈົ້າພາບຈັດກອງປະຊຸມໜ່ວຍງານຮ່ວມມືທາງດ້ານຊັບສິນທາງປັນຍາອາຊຽນຄັ້ງທີ 52

ເພື່ອສືບຕໍ່ເສີມຂະຫຍາຍການຈັດຕັ້ງປະຕິບັດສັນຍາວ່າດ້ວຍການຮ່ວມມືທາງດ້ານຊັບສິນທາງປັນຍາໃນຂອບອາຊຽນ ແລະ ຮັບປະກັນ ໃຫ້ສິດຕໍ່ກັບຊັບສິນທາງປັນຍາ ກາຍເປັນພາຫະນະແຫ່ງການເຊື່ອມໂຍງເສດຖະກິດໃນພາກພື້ນອາຊຽນ ແລະ ປະກອບສ່ວນໃຫ້ບັນລຸເປົ້າໝາຍຂອງເສດຖະ ກິດອາຊຽນ ໃນປີ 2025 ໃຫ້ໄດ້ເລີກເຊິ່ງ, ໃນວັນທີ 14 ກຸມພານີ້, ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນເຈົ້າພາບ
ຈັດກອງປະຊຸມຂອງໜ່ວຍງານຮ່ວມມື ທາງດ້ານຊັບສິນທາງປັນຍາອາຊຽນ (AWGIPC) ຄັ້ງທີ 52 ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີກະຊວງດັ່ງກ່າວ, ມີທ່ານຫົວໜ້າກົມຊັບສິນທາງປັນຍາ, ມີທ່ານຫົວໜ້າໜ່ວຍງານຮ່ວມມືທາງດ້ານຊັບສິນທາງປັນຍາຈາກ 10 ປະເທດອາຊຽນເຂົ້າຮ່ວມ.

          ທ່ານຮອງລັດຖະມົນຕີກ່າວວ່າ: ອາຊຽນຈະສາມາດບັນລຸເປົ້າໝາຍ ເພື່ອກາຍເປັນສູນກາງດ້ານຊັບສິນທາງປັນຍາ, ໂດຍຜ່ານແຜນປະຕິບັດງານທາງດ້ານຊັບສິນທາງປັນຍາອາຊຽນ 2016-2025, ຊຶ່ງປະກອບມີ 19 ໂຄງການ ທີ່ຈະໄດ້ຮັບການຈັດຕັ້ງປະຕິບັດໃຫ້ສຳເລັດໃນ 10 ປີຂ້າງໜ້າ, ແຜນປະຕິບັດງານດັ່ງກ່າວນີ້, ແນໃສ່ເຮັດໃຫ້ການຈົດທະບຽນຊັບສິນທາງປັນຍາ, ໂດຍສະເພາະໃນຂົງເຂດເຄື່ອງໝາຍການຄ້າ ໃຫ້ມີຄວາມກົມກຽວໃນພາກພື້ນອາຊຽນ ພ້ອມທັງປັບປຸງຂັ້ນຕອນການຈົດທະບຽນໃຫ້ງ່າຍຂຶ້ນ ແລະ ສ້າງກົນໄກການສົ່ງເສີມການອຳນວຍຄວາມສະດວກສະບາຍໃນການດຳເນີນທຸລະກິດ ແລະ ປັບປຸງວຽກງານການບັງຄັບໃຊ້ສິດທາງດ້ານຊັບສິນທາງປັນຍາໃນພາກພື້ນອາຊຽນໃຫ້ມີປະສິດທິຜົນສູງຂຶ້ນ.

No comments:

Post a Comment