Ad

Ad

15 February 2017

ລາວຫາລືການປ້ອງກັນ ແລະ ຄວບຄຸ້ມການລະບາດຕັກແຕນຝຸງໄມ້ປ່ອງ

          ເມື່ອມໍ່ໆມານີ້ ກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບການປ້ອງກັນ ແລະ ຄວບຄຸ້ມການລະບາດຂອງຕັກແຕນຝຸງໄມ້ປ່ອງຂຶ້ນທີ່ແຂວງຫົວພັນ, ໂດຍການເປັນປະທານຂອງມທ່ານ  ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງໆຫົວພັນ, ທ່ານ  ບົວຄົງ ນາມມະວົງ ຮອງເຈົ້າແຂວງໆຫຼວງພະບາງ. ແລະ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ, ຫຼວງພະບາງ, ຊຽງຂວາງ, ອຸດົມໄຊ ແລະ ຜົ້ງສາລີເຂົ້າຮ່ວມຢ່າງພ້ອມພຽງ.


ຮອງຫົວໜ້າກົມປູກຝັງໄດ້ມີຄຳເຫັນໃນກອງປະຊຸມວ່າ: ເພື່ອແກ້ໄຂບັນຫາການລະບາດຂອງຕັກແຕນຝຸງທີ່ທຳລາຍຜົນຜະລິດຂອງປະຊາຊົນ, ໂດຍສະເພາະແມ່ນບັນດາແຂວງພາກເໜືອ, ເຖິງວ່າຜ່ານມາຊວງກະສິກໍາ ແລະ ປ່າໄມ້ໄດ້ເອົາໃຈໃສ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພື່ອຈັດຕັ້ງຊີ້ນໍາ-ນໍາພາເພື່ອຈັດຕັ້ງປຕິບັດວຽກງານດັ່ງກ່າວຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຕໍ່ການປ້ອງກັນ ແລະກໍາຈັດຕັກແຕນຝຸງໄມ້ປ່ອງຢູ່ພາກເໜືອຂອງປະເທດ ແລະ ບັນດານິຕິກໍາຕ່າງໆທີ່ກ່ຽວຂ້ອງ,ພ້ອມໄດ້ສະໜອງອຸປະກອນ ແລະ ຢາປາບຕັກແຕນ, ພ້ອມທັງເອົາໃຈໃສ່ຝຶກອົບຮົມດ້ານວິຊາການເພື່ອກຽມຄວາມພ້ອມໃຫ້ແກ່ການປ້ອງກັນການລະບາດຂອງສັດຕູພືດດັ່ງກ່າວ. ຜ່ານມາ ຄະນະສຳຫຼວດຕິດຕາມເຝົ້າລະຫວັງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງທີ່ປະຈໍາຢູ່ແຕ່ລະເມືອງໄດ້ລົງສຳຫຼວດ ແລະ ພົບເຫັນຈຸດຕັກແຕກແຕກເປັນຕົວອ່ອນ ຈໍານວນ 640 ຈຸດ, ກວມເອົາ 376 ບ້ານ, 23 ເມືອງ ໃນ 5 ແຂວງ ແລະ ໄດ້ສີດຢາກໍາຈັດ ໄດ້ທັງໝົດ 636 ຈຸດ ກວມເອົາ 158 ບ້ານ ໃນເນື້ອທີ 2.661 ແຮັກຕາ.ແຕ່ເຖິງຢ່າງໃດກໍດີໃນຕໍ່ໜ້ານີ້ຈະໄດ້ສືບຕໍ່ປຸກລະດົມທຸກຂະແໜງການ, ຂົນຂວາຍຍາດແຍ່ງການສະໜັບສະໜູນ ເພື່ອປະກອນສ່ວນເຂົ້າໃນຂະບວນການການປ້ອງກັນ ແລະຄວບຄຸ້ມ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ຢ່າງຕັ້ງໜ້າ ເພື່ອຫຼຸດຜ່ອນຈໍານວນປະຊາກອນ ຂອງຕັກແຕນຝຸງໄມ້ປ່ອງ ບໍ່ໃຫ້ມີການລະບາດ ຂະຫຍາຍໄປສູ່ເຂດອື່ນ. ພ້ອມນັ້ນໃນກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລືປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ເພື່ອຊອກຫາວິທີທາງໃນການປາບຕັກແຕນຝຸງໄມ້ປ່ອງໃຫ້ມີປະສິດທິຜົນສູງຂຶ້ນ.

No comments:

Post a Comment