Ad

Ad

9 January 2017

50% ຂອງອຸປະຕິເຫດໃນປະເທດເຮົາແມ່ນມາຈາກການດື່ມສິ່ງມຶນເມົາ

ອົງການອະນາໄມໂລກໃຫ້ຮູ້ວ່າ: ແຕ່ລະປີເຄື່ອງດື່ມທີ່ມີທາດເຫຼົ້າເປັນພາລະທາງດ້ານເສດຖະກິດທີ່ໜັກໜ່ວງຂອງລາວຊຶ່ງກວມເອົາ 2% ຂອງ GDP  ແລະ ຫຼາຍກວ່າ 3 ແສນຄົນເກີດເປັນພະຍາດ, 180 ພັນຄົນຕິດເຫຼົ້າ ແລະ 50% ຂອງອຸປະ ຕິເຫດຕາມທ້ອງຖະໜົນແມ່ນເກີດຈາກການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ມີ 2.360 ກໍລະນີເສຍຊີວິດຍ້ອນອຸປະຕິເຫດທີ່ກ່ຽວພັນກັບການດື່ມເຄື່ອງດຶ່ມທີ່ມີທາດເຫຼົ້າ ແລະ ຈາກການລາຍງານຂອງອົງການອະນາໄມໂລກຊີ້ໃຫ້ເຫັນວ່າອັດຕາການບໍລິໂພກເຫຼົ້າໃນ ສປປ ລາວ ແມ່ນສູງກວ່າປະເທດອື່ນໃນພູມີພາກ ແລະ ມີທ່າອຽງສູງຂື້ນຫາກບໍ່ມີການຄວບຄຸມຢ່າງຈິງຈັງ ແລະ ໃນຜ່ານມາເຖິງວ່າພັກ-ລັດຖະບານກໍຄືສະພາແຫ່ງຊາດໄດ້ສະແດງຄວາມເປັນຫ່ວງຕໍ່ຊີວິດ ແລະ ຊັບສິນຂອງ
ປະຊາຊົນ, ຜົນທາງລົບຕໍ່ສຸຂະພາບ, ເສດຖະກິດ-ສັງຄົມ,ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະກໍໄດ້ຮີບຮ້ອນສ້າງແຜນການ ແລະ ຮັບຮອງເອົາກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ໂດຍລັດຖະບານໄດ້ມອບຄວາມຮັບຜິດຊອບໃຫ້ກະຊວງສາທາລະນະສຸກສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງເປັນເຈົ້າ ການໃນການຈັດຕັ້ງປະຕິບັດ, ໂດຍປະທານປະເທດໄດ້ອອກດຳ ລັດປະກາດໃຊ້ໃນຕົ້ນປີ 2015 ເປັນຕົ້ນມາ ແລະ ກໍເຫັນວ່າມີຜົນສຳເລັດໃນເບື້ອງຕົ້ນຈຳນວນໜຶ່ງ,ແຕ່ຄຽງຄູ່ກັນນັ້ນກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ໃຊ້ຄວາມພະຍາ ຍາມໂຄສະນາສຶກສາອົມຮົມດ້ວຍຫຼາຍຮູບການເພື່ອປູກຈິດສຳນຶກໃນການສ້າງຄວາມເຂົ້າໃຈໃຫ້ສັງຄົມ, ໂດຍສະເພາະແມ່ນ ແມ່ຍິງຖືພາ, ເດັກນ້ອຍເຍົາວະຊົນ ແລະ ຊາວໜຸ່ມໃຫ້ເຫັນໄດ້ຜົນຮ້າຍຂອງເຄື່ອງດື່ມສິ່ງທີ່ມີທາດເຫຼົ້າ, ແນ່ໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ. 

No comments:

Post a Comment