Ad

Ad

5 January 2017

ກະຊວງການຕ່າງປະເທດປັບປຸງກົງຈັກການຈັດຕັ້ງພາຍໃນ

ໃນວັນທີ 4 ມັງກອນ 2017 ນີ້, ກະຊວງການຕ່າງປະເທດ, ໄດ້ຈັດພິທີມອບ-ຮັບຕໍາແໜ່ງ ຫົວໜ້າກົມ ລະຫວ່າງ ທ່ານ ຢົງ ຈັນທະລັງສີ ຫົວໜ້າສະຖາບັນການຕ່າງປະເທດ (ຜູ້ເກົ່າ) ກັບທ່ານ ທ່ຽງ ບຸບຜາ ຫົວໜ້າສະຖາບັນການຕ່າງປະເທດ (ຜູ້ໃໝ່), ທ່ານ ວິໂຣດ ສູນດາລາ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ (ຜູ້ເກົ່າ) ກັບທ່ານນາງ ຟອງສະໝຸດ ອັ່ນລາວັນ (ຜູ້ໃໝ່) ແລະ ທ່ານ ຄໍາອິນ ຄິດຈະເດດ ຫົວໜ້າກົມອົງການຈັດຕັ້ງສາກົນ (ຜູ້ເກົ່າ) ກັບທ່ານ ອານຸພາບ ວົງໜໍ່ແກ້ວ ຫົວໜ້າກົມອົງການຈັດຕັ້ງ
ສາກົນ (ຜູ້ໃໝ່). ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໂອ້ລົມ, ໂດຍໄດ້ຕີລາຄາສູງ ຕໍ່ບັນດາທ່ານ ຫົວໜ້າກົມ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ, ພ້ອມທັງເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ເລິກເຊິ່ງ ແລະ ສາມາດເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດໃຫ້ບັນລຸຜົນສໍາເລັດ, ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນຂອງປະເທດໃນໄລຍະໃໝ່.

No comments:

Post a Comment