Ad

Ad

5 January 2017

ຍ້ອນຫຍັງຄົນຂໍທານໃນນະຄອນຫຼວງວຽງຈັນຍັງປະກົດມີໃຫ້ເຫັນ

ປັດຈຸບັນຢູ່ຕາມຕະຫຼາດ, ຫ້າງຮ້ານ ແລະ ເຂດຊຸມຊົນຕ່າງໆໃນນະຄອນຫຼວງວຽງຈັນໄດ້ປກົດມີຄົນຂໍທານຈຳນວນໜຶ່ງຊຶ່ງມີທັງຄົນພິການ ແລະ ຄົນທີ່ສາມາດເຮັກວຽກໄດ້ເຄື່ອນໄຫວຂໍທານນຳຜູ້ທີ່ຜ່ານໄປມາດ້ວຍຮູບການຕ່າງໆ, ອັນໄດ້ສ້າງພາບພົດບໍ່ຈົບບໍ່ງາມໃຫ້ແກ່ຕົວເມືອງນະຄອນ ຫຼວງ, ຊຶ່ງຕໍ່ບັນຫາດັ່ງກ່າວພາກສ່ວນກ່ຽວຂ້ອງກໍຍອມຮັບວ່າຜ່ານການລົງກວດກາແຕ່ລະຄັ້ງກໍໄດ້ພົບເຫັນຄົນຂໍທານນຳນວນໜຶ່ງ ແລະ ສ່ວນຫຼາຍແມ່ນມາຈາກຕ່າງແຂວງເປັນຈຳນວນຄົນທີ່ຍັງເຮັກວຽກ ໄດ້ແຕ່ຍ້ອນຄວາມຂີ້ຄານມັກງ່າຍ ແລະ ອີກຈຳນວນໜຶ່ງແມ່ນໃຊ້ເວລາຫວ່າງຈາກການເຮັດໄຮ່ເຮັດນາແລ້ວມາຂໍທານກິນ,
ສ່ວນກຸ່ມຄົນທຸກຈົນ ຫຼື ເສຍອົງຄະແມ່ນມີໜ້ອຍລົງ, ແຕ່ເມື່ອທ່ຽບໃສ່ໄລຍະກ່ອນແລ້ວແມ່ນຫຼຸດລົງຫຼາຍ, ທັງນີ້ກໍຍ້ອນພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ, ດ້ວຍການສົມທົບກັບບັນດາເມືອງ ແລະ ກຸ້ມບ້ານເປົ້າໝາຍເພື່ອກວດກາຈຳນວນຄົນຂໍທານແລ້ວນຳສົ່ງເຂົາເຈົ້າຄືນຖິ່ນຖານເດີມ ຫຼື ສູນສັງຄົມສົງເຄາະເພື່ອສຶກສາອົບຮົບ ແລະ ຈັດຫາວຽກເຮັດງານທຳໃຫ້ເຂົາເຈົ້າ, ສ່ວນຜູ້ເຖົ້າ, ຄົນພິການ ແລະ ເດັກນ້ອຍທີ່ຊ່ວຍເຫຼືອຕົນເອງບໍ່ໄດ້ ແລະ ບໍ່ມີຍາດພີ່ນ້ອງແມ່ນທາງສູນຈະດູແລເບິ່ງແຍງໃຫ້ທີ່ພັກພາອາໄສ, ສ່ວນສາເຫດທີ່ຍັງມີຄົນຂໍທານຢູ່ນັ້ນແມ່ນຍ້ອນຄົນຂໍທານຈຳນວນໜຶ່ງບໍ່ຍອມຫັນປ່ຽນພຶດຕິກຳ, ເຖິງວ່າຈະຜ່ານການສຶກສາອົບຮົມ ແລະ ສົ່ງກັບຖິ່ນຖານແລ້ວແຕ່ກໍຍັງກັບມາຂໍທານອີກ, ພ້ອມນັ້ນກໍຍັງມີຄົນພິການຈຳນວນໜຶ່ງທີ່ໃຊ້ຄວາມເວດທະນາສົ່ງສານຂອງຕົນມາໃຊ້ຫາເງິນດ້ວຍການຂໍທານ, ຊຶ່ງທັງໝົດນັ້ນລ້ວມແລ້ວແຕ່ເປັນຄວາມຂີ້ຄ້ານມັກງ່າຍຂອງກະໂຕເຂົາເຈົ້າເອງ, ດັ່ງນັ້ນພາກສ່ວນກ່ຽວຂ້ອງກໍຈະຕ້ອງໄດ້ເພີ່ມທະວີແກ້ໄຂບັນຫາດັ່ງກ່າວໃຫ້ເອົາຈິງເອົາຈັງກວ່າເກົ່າ, ໂດຍສະເພາະແມ່ນການກວດກາຫາກະໂຕຄົນຫາທານເພື່ອປັບປ່ຽນເຂົາເຈົ້າເພື່ອເຮັດແນວໃດໃຫ້ດນະຄອນຫຼວງວຽງຈັນມີຄວາມເປັນລະບຽບຮຽບຮ້ອຍ. 

No comments:

Post a Comment