Ad

Ad

5 January 2017

ສະພາການຄ້າຜູ້ເຕົ້າໂຮມຫົວໜ່ວຍທຸລະກິດເຄື່ອນໄຫວມີປະສິດທິຜົນ

          ດັ່ງພວກເຮົາຮັບຮູ້ແລ້ວວ່າ: ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນພຶດສະພາ 1989, ໂດຍມີບົດບາດໃນການເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດໃນລາວ, ເພື່ອຈັດຕັ້ງປະຕິບັດນະໂຍບາຍເປີດກ້ວາງເສດຖະກິດຂອງລັດຖະບານ, ພ້ອມທັງເປັນຕົວແທນໃຫ້ແກ່ຜູ້ໃຊ້ແຮງງານ, ມີໜ້າທີ່ປຸກລະດົມຂົນ ຂວາຍ, ເຕົ້າໂຮມ, ຈັດຕັ້ງສຶກສາ, ນຳພາຫົວໜ່ວຍທຸລະກິດເຄື່ອນໄຫວຢ່າງຖືກຕ້ອງຕາມລະບຽບກົດໝາຍ, ທັງປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກ.


          ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວໃນກອງປະຊຸມຄັ້ງທີ VII ຂອງຕົນ ເມື່ອຕົ້ນເດືອນທັນວາຜ່ານມານີ້ວ່າ: ໄລຍະທີ່ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໃນຖານະເປັນຜູ້ຕາງໜ້າຜູ້ໃຊ້ແຮງງານ, ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ສາມາດປະຕິບັດກິດຈະກຳຕ່າງໆຄື: ຕັ້ງໜ້າປະຕິບັດພັນທະໄຕຼພາຄີ ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ໃຊ້ແຮງງານຢ່າງປົກກະຕິກັບກະຊວງແຮງງານ ແລະ ກຳມະບານ, ເຂົ້າຮ່ວມກອງປະຊຸມປະຈຳປີຂອງອົງການແຮງງານສາກົນ, ປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງຫລັກສູດ, ວິທີການພັດທະນາສີມືແຮງງານຮ່ວມກັບກະຊວງແຮງງານ, ພ້ອມທັງເຂົ້າຮ່ວມເຄື່ອນໄຫວວຽກງານໃນລະບົບສາມຝ່າຍຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມລັດຖະ ບານ, ສູນກາງສະຫະພັນກຳມະບານລາວໃນນາມຕາງໜ້າຜູ້ອອກແຮງງານ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຕາງໜ້າຜູ້ໃຊ້ແຮງງານ ເພື່ອສ້າງສາຍພົວພັນແຮງງານທີ່ີດີໃນຫລາຍກິດຈະກຳເຊັ່ນ: ເຂົ້າຮ່ວມເປັນຄະນະປະຈຳ ແລະ ຄະນະກຳມະທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນປະທານ ຮ່ວມໃນຫລາຍຫົວຂໍ້ຂອງວຽກງານສາມຝ່າຍ ເພື່ອປົກປ້ອງຜູ້ໃຊ້ແຮງງານ ແລະ ວຽກງານອື່ນໆທີ່ຕິດພັນກັບຂົງເຂດທຸລະກິດ ໃນການເປັນເຈົ້າພາບຮ່ວມ, ພ້ອມນີ້ ຍັງໄດ້ຄົ້ນຄວ້າໃຫ້ສັດຕະຍາບັນສົນທິສັນຍາຂອງອົງການແຮງງານສາກົນ, ທັງເປັນຄະນະຮັບຜິດຊອບກອງປະຊຸມກະກຽມເນື້ອໃນໃຫ້ວິຊາການ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມແຮງງານເຄື່ອນຍ້າຍ, ຄະນະກຳມະການຄຸ້ມຄອງກອງປະຊຸມປະກັນ ສຸຂະພາບແຫ່ງຊາດ, ຄະນະຮັບຜິດອຊອບຮ່າງດຳລັດວ່າດ້ວຍສຸຂະພາບ ແລະ ຄວາມປອດໄພແຮງງານ, ຄະນະຮັບຜິດຊອບຮ່ວມມືພັດທະນາອຸດສາຫະກຳຕັດຫຍິບລາວ, ຄະນະສະພາທີ່ປຶກສາ ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ, ຄະນະຮັບຜິດຊອບ (ຄູ່ຮ່ວມງານ), ໂຄງການປັບປຸງວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນຂະແໜງການປຸງແຕ່ງໄມ້, ຄະນະຮັບຜິດຊອບກະກຽມ ແລະ ເຂົ້າຮ່ວມກອງປະຊຸມເຜີຍແຜ່ການສືກສາຄວາມເປັນໄປໄດ້ໃນການສ້າງກອງທຶນສະຫວັດດີການສັງຄົມ ສຳລັບແຮງງານເຄື່ອນຍ້າຍ, ຄະນະຮັບຜິດຊອບຈັດງານຕະຫລາດນັດແຮງງານ, ຄະນະປະສານງານໂຄງການຈັດຕັ້ງປະຕິບັດແຜນງານແຫ່ງຊາດເພື່ອປົກປ້ອງ ແລະ ລຶບລ້າງແຮງງານເດັກໃນ ສປປ ລາວ ໄລຍະແຕ່ປີ 2014-2020 ແລະ ຄະນະກຳມະທິການ ການສ້າງວຽກເຮັດງານທຳທີ່ມີຄຸນຄ່າ, ເຮັດການສຳຫລວດ-ເກັບກຳຂໍ້ມູນຂ່າວສານຕະຫລາດແຮງງານ, ເປັນຜູ້ປະສານງານວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ, ວຽກງານສາມຝ່າຍ ເພື່ອສ້າງສາຍພົວພັນແຮງງານທີ່ດີ, ປະສານງານວຽກງານການແຂ່ງຂັນສີມືແຮງງານແຫ່ງຊາດໃນແຕ່ລະປີ, ຄະນະກຳມະທິການຊີ້ນຳໂຄງການ ແລະ ຄະນະປະສານງານໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການຈັດຫາງານ ແລະ ລະບົບຂໍ້ມູນຂ່າວສານຕະຫລາດແຮງງານໃນລາວດີຂຶ້ນເປັນລຳດັບ.

No comments:

Post a Comment