Ad

Ad

5 January 2017

ຍ້ອນຫຍັງອຸປະຕິເຫດຈຶ່ງເພີ່ມຂຶ້ນ

  ແຕ່ລະປີຢູ່ປະເທດເຮົາມີຜູ້ຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດຍ້ອນອຸປະຕິເຫດບົນທ້ອງຖະໜົນຫລາຍຮ້ອຍຫລາຍພັນຄົນ, ຕາມການສະເລ່ຍຂອງເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ມື້ໜຶ່ງຈະມີຜູ້ເສຍຊີວິດຈາກອຸປະຕິເຫດປະມານ 2-3 ຄົນ, ສ່ວນຜູ້ບາດເຈັບແມ່ນນັບບໍ່ຖ້ວນ. ຈາກຕົວເລກທີ່ບໍ່ເພິ່ງປາດຖະໜານີ້ສົ່ງຜົນໃຫ້ລາວເຮົາເປັນປະເທດທີ່ມີອັດຕາການເກີດອຸປະຕິເຫດຢູ່ອັນດັບຕົ້ນໆຂອງພາກພື້ນ.
  ຕາມການລາຍງານຂອງເຈົ້າໜ້າທີ່ຈະລາຈອນ ໃຫ້ຮູ້ວ່າ: ໃນໄລຍະ 4 ວັນ ຂອງການສະຫລອງປີໃໝ່ 2017, ທົ່ວປະເທດມີອຸປະຕິເຫດເກີດຂື້ນເຖິງ 161 ກໍລະນີ, ມີຜູ້ເສຍຊີວິດ 18 ຄົນ ແລະ ມີຜູ້ບາດຈັບເປັນຈໍານວນຫລາຍ ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າເພີ່ມຂຶ້ນຫລາຍສີກໍລະນີ. ແນວໃດກໍຕາມ, ສະພາບອຸປະຕິເຫດບົນທ້ອງ
ຖະໜົນມັນບໍ່ພຽງແຕ່ສ້າງຜົນເສຍຫາຍທາງດ້ານສຸຂະ ພາບ, ຊີວິດ ແລະ ຊັບສີນຂອງຄູ່ກໍລະນີດ້ວຍກັນເທົ່ານັ້ນ, ແຕ່ມັນຍັງສົ່ງຜົນສະທ້ອນບໍ່ດີຫລາຍຢ່າງຕໍ່ສະພາບເສດຖະກິດ-ສັງຄົມຂອງປະເທດອີກດ້ວຍ ເປັນຕົ້ນ: ສ້າງຜົນເສຍຫາຍໃຫ້ແກ່ຊັບສີນຂອງບຸກຄົນ, ລວມໝູ່ເປັນຈໍານວນມະຫາສານໃນແຕ່ລະປີ, ມີຫລາຍຄອບຄົວໄດ້ສູນເສຍພໍ່ແມ່, ລູກຫລານ ແລະ ຍາດພີ່ນ້ອງ, ສ່ວນຜູ້ໄດ້ຮັບບາດເຈັບຈົນເຖິງຂັ້ນພິການກໍບໍ່ສາມາດໄປເຮັດວຽກເຮັດງານໄດ້, ສູນເສຍກໍາລັງແຮງງານ ແລະ ສຸດທ້າຍກໍກາຍເປັນພາລະຂອງຄອບຄົວ ແລະ ສັງຄົມຕ້ອງໄດ້ດູແລເບິ່ງແຍງ.

            ເມື່ອເປັນແນວນີ້ແລ້ວຈະມີວິທີໃດເພື່ອຫລຸດຜ່ອນມັນ? ຜູ້ຂຽນໄດ້ຖາມຄວາມຄິດເຫັນນໍາຫລາຍຄົນທີ່ເປັນນັກຮຽນຮູ້ປັນຍາຊົນຕໍ່ກັບການແກ້ໄຂບັນຫາອຸປະຕິເຫດນີ້, ໂດຍສ່ວນໃຫຍ່ມີຄໍາເຫັນວ່າ: ບັນຫາອຸປະຕິເຫດທີ່ເກີດຂຶ້ນຫລາຍໃນທຸກມື້ນີ້ແມ່ນມາຈາກສອງຫາເຫດຕົ້ນຕໍຄື: (1) ແມ່ນເກີດຈາກຄົນກໍຄືຕົວນັກຂັບຂີ່ ແລະ (2) ແມ່ນສະພາບແວດລ້ອມທີ່ປິ່ນອ້ອມ. ເປັນຫຍັງຈຶ່ງວ່າແນວນັ້ນຍ້ອນວ່າປັດຈຸບັນຍັງມີນັກຂັບຂີ່ຈໍານວນບໍ່ໜ້ອຍຍັງບໍ່ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ, ຊຶ່ງມັນສະແດງອອກຄື: ຂັບຂີ່ລົດແບບປະໝາດ, ລ່ວງໄຟອໍານາດ, ລ່ວງປ້າຍຫ້າມ, ຂັບຂີ່ລົດໄວ, ເມົາແລ້ວຂັບຂີ່ ແລະ ອື່ນໆ ແລະ ນັກຂັບຂີ່ຈໍານວນໜຶ່ງແມ່ນບໍ່ໄດ້ຜ່ານການຮຽນຮູ້ກົດລະບຽບຈະລາຈອນຢ່າງຖືກວິທີ ກໍຄືການໄດ້ໃບຂັບຂີ່ມາດ້ວຍການບໍ່ໄດ້ຜ່ານການສອບເສັງກໍມີ. ສ່ວນເກີດຈາກສະພາບແວດລ້ອມອື່ນໆນັ້ນ ກໍແມ່ນຖະໜົນຫົນທາງທີ່ບໍ່ຮັບປະກັນດ້ານເຕັກນິກ, ເສັ້ນທາງເປ່ເພ, ບໍ່ມີໄຟແສງສະຫວ່າງ ແລະ ອື່ນໆ. ສະນັ້ນການແກ້ໄຂອຸປະຕິເຫດໃຫ້ຫລຸດລົງນີ້ແມ່ນພວກເຮົາຕ້ອງໃຊ້ເວລາຍາວນານ ແລະ ຕ້ອງເຮັດຢ່າງເປັນລະບົບເຊິ່ງເລີ່ມມາແຕ່ຄອບຄົວ, ສະຖາບັນການສຶກສາ, ຊຸມຊົນ, ສໍານັກງານ, ອົງການຕ່າງໆ ຕ້ອງໄດ້ເຮັດວຽກງານໂຄສະນາສຶກສາອົບຮົມດ້ານກົດລະບຽບ ແລະ ນິຕິກໍາຕ່າງໆກ່ຽວກັບການສັນຈອນ ແລະ ເອົາເຂົ້າເປັນຫລັກສູດການສຶກສາໃນແຕ່ລະຂັ້ນ, ປັບປຸງໂຮງຮຽນສອນການຂັບຂີ່ໃຫ້ໄດ້ມາດຕະຖານດີກວ່າເກົ່າ, ນັກຂັບຂີ່ຕ້ອງໄດ້ຜ່ານການສອບເສັງຈາກໂຮງຮຽນ, ປັບປຸງເສັ້ນທາງໃຫ້ຮັບປະກັນດ້ານມາດຕະຖານເຕັກນິກ, ຕິດຕັ້ງໄຟແສງສະຫວ່າງ, ໄຟເຍືອງທາງໃຫ້ດີ, ນອກຈາກນີ້ກໍປັບປຸງບັນດາມາດຕະການດ້ານການກ່າວເຕືອນ ແລະ ປັບໃໝຜູ້ທີ່ລະເມີດໃຫ້ເຄັ່ງຄັດຫລາຍກວ່າເກົ່າ, ຈຶ່ງຈະສາມາດແກ້ໄຂສະພາບອຸປະຕິເຫດຫລຸດລົງໄດ້.

No comments:

Post a Comment