Ad

Ad

5 January 2017

ອຸດສະຫະກໍາປຸງແຕ່ງຂອງລາວນັບມື້ຂະຫຍາຍຕົວ

ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາອຸດສະຫະກໍາປຸງແຕ່ງຂອງລາວໄດ້ຮັບການພັດທະນາ ແລະ ມີຜົນສໍາເລັດສູງ, ຫລາຍຫົວໜ່ວຍການຜະລິດໄດ້ມີໜໍ່ແໜງຫັນເປັນອຸດສະຫະກໍາທັນສະໄໝ, ໂດຍສະເພາະການສ້າງມູນຄ່າເພີ່ມແລະສ້າງວຽກເຮັດງານທໍາທີ່ມີການຂະຫຍາຍຕົວໄວເຊິ່ງໄລ່ມາຮອດປັດຈຸບັນມີລວມຍອດມູນຄ່າການຜະລິດຫລາຍກວ່າ 25 ພັນຕື້ກີບ,ອັດຕາຂະຫຍາຍຕົວສະເລ່ຍ 13% ຕໍ່ປີ, ໃນນັ້ນເດັ່ນກວ່າໝູ່ແມ່ນອຸດສະຫະກໍາການຜະລິດສະບຽງອາຫານ, ຮອງລົງມາແມ່ນຊິ້ນສ່ວນອາໄຫລ່, ແຮ່ທາດ, ເຄື່ອງດື່ມ ແລະ ອື່ນໆ, ໂດຍສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມພາຍໃນປະເທດໄດ້ຫລາຍກວ່າ 90%. ຂະນະດຽວກັນການພັດທະ ນາດ້ານພື້ນຖານໂຄງລ່າງ
ອຸດສະຫະກໍາປຸງແຕ່ງກໍນັບມື້ຂະຫຍາຍກວ້າງຂວາງ, ມາຮອດປັດຈຸບັນສາມາດຈັດສັນ ແລະ ກໍານົດເຂດອຸດສະຫະກໍາແລ້ວຫລາຍກວ່າ 18 ພັນເຮັກຕາ, ເພື່ອຮອງຮັບການຂະຫຍາຍຕົວຂອງໂຮງຈັກໂຮງງານທີຈະເກີດຂຶ້ນໃໝ່ໃນຕໍ່ໜ້າ, ໃນສົກປີ 2012-2013 ທົ່ວປະເທດມີໂຮງຈັກໂຮງງານ 206 ແຫ່ງໄດ້ດໍາເນີນການຜະລິດໃນເຂດຈັດສັນດັ່ງກ່າວ ແລະ ໄດ້ສ້າງເຂດນິຄົມອຸດສະຫະກໍາຂຶ້ນສອງແຫ່ງຄື: ເຂດນິຄົມອຸດສະຫະກໍາ-ການຄ້າວຽງຈັນໂນນທອງ, ມີເນື້ອທີ່ປະມານ 110 ເຮັກຕາ ແລະ ມາຮອດປັດຈຸບັນໄດ້ຮັບການພັດທະນາແລ້ວຫລາຍກວ່າ 60% ແລະ ມີເກືອບ 40 ບໍລິສັດເຂົ້າມາຈົດທະບຽນລວມມີມູນຄ່າການລົງທຶນເກືອບ 50 ລ້ານໂດລາສະຫະລັດ,ເຂດອຸດສະຫະກໍານະຄອນຫລວງວຽງຈັນຫລັກ 21 ມີເນື້ອທີ່ 2 ພັນເຮັກຕາ, ມາຮອດປັດຈຸບັນມີໂຮງຈັກໂຮງງານຕັ້ງຂື້ນແລ້ວຫລາຍກວ່າ 30 ແຫ່ງ ແລະ ເຂດພັດທະນາອື່ນໆກໍເຫັນວ່າມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທືນຫຼາຍຂຶ້ນ, ຊຶ່ງເດັ່ນກວ່າໝູ່ແມ່ນຂະແໜງປຸງແຕ່ງອາຫານ,ເຄື່ອງດື່ມ ແລະ ວັດສະກໍ່ສ້າງ, ໃນນັ້ນການຜະລິດເຄື່ອງດື່ມປະເພດເຫລົ້າເບຍສະໜອງໄດ້ 100%,ນໍ້າດື່ມ, ນໍ້າຫວານກວມຫລາຍກວ່າ 90%, ຊີມັງກວມປະມານ 65%, ເຫລັກເສັ້ນກວມປະມານ 25% ຂອງຄວາມຕ້ອງການທັງໝົດ, ສ່ວນອຸດສະຫະກໍາປຸງແຕ່ງທີ່ເກີດຂຶ້ນໃໝ່ກໍມີຫລາກຫລາຍເຊັ່ນ:ໂຮງງານຜະລິດເສັ້ນໄໝ ແລະ ແຜ່ນແພ, ໂຮງງານຜະລິດຫົວອາຫານສັດ, ໂຮງງານປຸງແຕ່ງຊີ້ນ,ຜະລິດນໍ້າຕານ, ຢາງພາລາ, ກາເຟ, ຄັ່ງ, ຢາງແປກ, ເກືອກາລີ ແລະ ອື່ນໆ. ສ່ວນການຜະລິດຫັດຖະກໍາໃນໄລຍະຜ່ານມາມີຍອດມູນຄ່າປະມານ 2.850 ຕື້ກີບ, ຂະຫຍາຍຕົວສະເລ່ຍປະມານ 15% ຕໍ່ປີ,ອັນໄດ້ເຮັດໃຫ້ສີນຄ້າຫັດຖະກໍາຂອງປະຊາຊົນບັນດາເຜົ່າທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນໄດ້ຮັບການພັດທະນາທາງດ້ານລວດລາຍ ແລະ ສີໄມ້ລາຍມືສວຍງາມດີຂຶ້ນ, ອັນພົ້ນເດັ່ນແມ່ນມີຫລາຍຜະລິດຕະພັນໄດ້ຮັບລາງວັນຈາກການປະກວດທັງຢູ່ພາຍໃນ ແລະ ລະດັບພື້ນ, ປັດຈຸບັນທົ່ວປະເທດມີໂຮງງານຫັດຖະກໍາຫລາຍກວ່າ 4.200 ແຫ່ງແລະມີຕະຫລາດສົ່ງອອກຕົ້ນຕໍຄື: ຍີ່ປຸ່ນ, ເອີຣົບ ແລະອາເມລິກາ, ໃນນັ້ນຜ້າຝ້າຍ, ຜ້າໄໝມ້ອນຍ້ອມດ້ວຍສີທໍາມະຊາດແມ່ນສີນຄ້າທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງທັງຕະຫລາດພາຍໃນ ແລະ ຕ່າງປະເທດ.

No comments:

Post a Comment