Ad

Ad

9 January 2017

ກະຊວງ ຖວທ ປັບປຸງການຈັດຕັ້ງໃໝ່

           ໃນວັນທີ 5 ມັງກອນນີ້, ທີ່ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ຈັດພິທີປະກາດ ການແຕ່ງຕັ້ງມອບ-ຮັບ ຕຳ ແໜ່ງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສາລີ ພິມພິນິດ ຫົວໜ້າກົມ ໂຄສະນາການທ່ອງທ່ຽວ (ຜູ້ເກົ່າ) ກັບ ທ່ານ ສູນ ມະນີວົງ ເປັນຜູ້ຮັກສາການ ຫົວໜ້າກົມໂຄສະນາການທ່ອງທ່ຽວ (ຜູ້ໃໝ່), ທ່ານ ບຸນທຽງ ສິລິປະພັນ ຫົວໜ້າກົມມໍລະດົກ (ຜູ້ເກົ່າ) ກັບ ທ່ານ ທອງໃບ ໂພທິສານ ເປັນຜູ້ຮັກສາການ ຫົວໜ້າກົມມໍລະດົກ (ຜູ້ໃໝ່) ແລະ ທ່ານ ສູນ ມະນີວົງ ຫົວໜ້າກົມ
ພັດທະນາທ່ອງທ່ຽວ (ຜູ້ເກົ່າ) ກັບ ທ່ານ ອາລຸນ ບຸນມີໄຊ ເປັນຜູ້ຮັກສາການ ຫົວໜ້າກົມພັດທະນາການທ່ອງທ່ຽວ (ຜູ້ໃໝ່). ໃຫ້ກຽດເຂົ້າຮ່ວມຂອງທ່ານ ບໍ່ແສງຄຳ ວົງດາລາ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຮອງກົມ, ຫົວພະແນກ ພ້ອມດ້ວຍຂະແໜງການອ້ອມຂ້າງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
   ການປະກາດການຈັດຕັ້ງຄັ້ງນີ້, ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່ໂດຍອີງຕາມດໍາລັດນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ແລະ ຂໍ້ຕົກລັງຂອງລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່.
   ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການປະຕິບັດວຽກງານໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ມອບໝາຍໃຫ້ສໍາເລັດຜົນເປັນຈິງ.

No comments:

Post a Comment