Ad

Ad

9 January 2017

ລາວ-ກຳປູເຈຍ ຈະເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ໃນວັນທີ 10 ມັງ ກອນນີ້

          ໃນວັນທີ 10 ມັງກອນທີ່ຈະມາເຖິງນີ້, ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ຣາຊະອານາຈັກ ກຳປູເຈຍ ຈະຈັດພິທີເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽງ ກຣຽນ ລະຫວ່າງ ສອງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໂດຍຈະມີເຈົ້າໜ້າທີ່ກ່ຽວຂ້ອງ ແລະ ປະຊາຊົນຂອງສອງປະເທດ ເຂົ້າຮ່ວມ.

ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ຈະເປັນດ່ານສາກົນ ແຫ່ງ ທໍາອິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ, ເຊິ່ງຜ່ານມາ ເຄີຍເປັນດ່ານທ້ອງຖິ່ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນແຂວງ ຈຳປາສັກ ແຫ່ງ ສປປ ລາວ ແລະ ແຂວງ ຊຽງແຕງ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນວັນທີ 9 ເມສາ 2009, ລັດຖະບານສອງປະເທດ ໄດ້ຕົກລົງເຫັນດີຍົກລະດັບໃຫ້ເປັນດ່ານສາກົນ, ໂດຍຄວາມພະຍາຍາມ ຂອງສອງຝ່າຍ ໃນການກະກຽມດ້ານຕ່າງໆ ທັງເປັນການກໍ່ສ້າງພື້ນຖານໂຄງລ່າງ ແລະ ຂັ້ນຕອນເອກະສານລະບຽບການກ່ຽວຂ້ອງ ເພື່ອສ້າງດ່ານແຫ່ງນີ້ ໃຫ້ກາຍເປັນດ່ານສາກົນ ຈົນສຳເລັດ.

ການເປີດດ່ານສາກົນດັ່ງກ່າວ, ແມ່ນມີຄວາມໝາຍຄວາມສໍາຄັນປະຫວັດສາດ ສຳລັບສອງປະເທດທີ່ເກີດຂຶ້ນ ໃນທ່າມກາງບັນຍາກາດທີ່ສອງປະເທດ ໄດ້ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ລາວ-ກໍາປູເຈຍ-ກໍາປູເຈຍ-ລາວ ຄົບຮອບ 60 ປີ ແລະ ທັງຈະເປັນການຕອບສະໜອງຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນສອງປະເທດ ທີ່ຢາກຮັດແໜ້ນສາຍພົວພັນມິດຕະ ພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍຜ່ານການໄປມາຫາສູ່ກັນໃຫ້ຫລາຍຂຶ້ນ ແລະ ສະດວກສະບາຍຕາມບໍລິເວນຊາຍແດນ ແລະ ຈະເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ລະຫວ່າງ ປະຊາຊົນສອງຊາດ ກໍຄືຕໍ່ຕ່າງປະເທດ.

No comments:

Post a Comment