Ad

Ad

9 January 2017

ເປີດນຳໃຊ້ເຂື່ອນໄຟຟ້າເຊເສັດ 3

     ພິທີເປີດນໃຊ້ເຂື່ອນໄຟຟ້າເຊເສັດ 3 ທີ່ມີກລັງຕິດຕັ້ງ 23 ເມກາວັດ (MW) ໄດ້ຈັດຂຶ້ນໃນວັນທີ 6 ມັງກອນນີ້ທີ່ແຂວງສາລະວັນ, ໂດຍມີທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ເຈົ້າ ແຂວງສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.   
   ທ່ານຜູ້ອນວຍກາຍໃຫຍ່ລັດວິສະຫະກິດໄຟຟ້າລາວ ບຸນອູ້ມ ສີວັນເພັງ ກ່າວວ່າ: ເຂື່ອນໄຟຟ້າເຊເສັດ 3 ມີມູນຄ່າກໍ່ສ້າງທັງໝົດ 50,7 ລ້ານໂດລາສະຫະລັດ, ເປັນທຶນກູ້ຢືມ
ຈາກທະນາຄານ EXIM BANK ແຫ່ງ ສປຈີນ ແລະ ບໍລິສັດ ນໍຣິນໂກ (NORINCO) ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມຕົ້ນຜະລິດກະແສໄຟຟ້າໃນທ້າຍເດືອນກໍລະກົດ 2016 ຜ່ານມາ, ຮອດປັດຈຸບັນສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 27 ລ້ານກິໂລວັດໂມງ ແລະ ຄິດເປັນມູນຄ່າຫລາຍກວ່າ 10 ຕື້ກີບ.
   ທ່ານ ຫວັງເຢ້ວຖ່າວ ຜູ້ອນວຍການໃຫຍ່ບໍລິສັດ NORINGO ກ່າວວ່າ: ເຂື່ອນໄຟຟ້າເຊເສັດ 3 ຈະຊຸກຍູ້ການພັດທະນາເສດຖະກິດທ້ອງຖີ່ນ ແລະ ສະໜອງພະລັງງານທີ່ສະອາດເພື່ອການພັດທະນາເສດຖະກິດ-ສັງຄົມຂອງລາວ.
   ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ໃນຊຸມປີຜ່ານມາຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ດຳເນີນການວາງຍຸດທະສາດເພື່ອພັດທະນາລະບົບໄຟຟ້າຢ່າງຖືກຕ້ອງຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ເປັນຕົ້ນແມ່ນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ໂດຍນໍາໃຊ້ແຫຼ່ງນໍ້າທໍາມະຊາດ, ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງປະເທດ, ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳໃຫ້ມີປະສິດທິຜົນສູງ, ແນໃສ່ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການເພື່ອຊົມໃຊ້ຢູ່ພາຍໃນ, ເພີ່ມທະວີການສົ່ງອອກໃຫ້ນັບມື້ເພີ່ມຂຶ້ນ, ບົນພື້ນຖານຮັບປະກັນການພັດທະ
ນາພະລັງງານໄຟຟ້າແບບເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ ແລະ ຜົນສຳເລັດຂອງໂຄງການເຂື່ອນໄຟຟ້າເຊເສັດ 3 ນີ້ຈະເປັນພື້ນຖານໃນການສືບຕໍ່ພັດທະນາອຸດສາຫະກຳໄຟຟ້າຢູ່ປະເທດເຮົາໃຫ້ຂະຫຍາຍຕົວຢ່າງເປັນລະບົບຕໍ່ເນື່ອງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນເທື່ອ

ລະກ້າວ.

No comments:

Post a Comment