Ad

Ad

9 January 2017

ປະທານາທິບໍດີສິງກະໂປຈະຢ້ຽມຢາມລັດຖະກິດ ສປປ ລາວ

 ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານປະທານປະເທດແຫ່ງສາທາ ລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ບຸນຍັງ ວໍລະຈິດ, ທ່ານ ໂທນີ ທານ ເກັງຢໍາ ປະທານາທິບໍດີແຫ່ງສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະມາຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນລະ ຫວ່າງວັນທີ 11-14 ມັງກອນນີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

           ສໍາລັບຊີວະປະຫວັດຫຍໍ້ຂອງທ່ານໂທນີ ທານ ເກັງຢໍາ ເກີດເມື່ອວັນທີ 7 ກຸມພາ 1940, ຮຽນຈົບສາມັນສຶກສາທີ່ໂຮງຮຽນເຊນແພດທຣິກ ແລະ ສະຖາບັນເຊັນໂຈເຊັບ, ປີ 1962 ຈົບການສຶກສາລະດັບປະລີນຍາຕີກຽດນິຍົມອັນດັບໜຶ່ງຂະແໜງຟີຊິກ
ສາດມະຫາວິທະຍາໄລສິງກະໂປ, ຫລັງຈາກນັ້ນໄປສຶກສາຕໍ່ໃນລະດັບປະລິນຍາໂທສາຂາວິທະຍາສາດທໍາມະຊາດທີ່ສະຖາບັນເຕັກໂນໂລຊີແມດຊາຊູເຊດ ສະຫະລັດອາເມລິກາ ແລະ ສຶສາຕໍ່ປະລີນຍາເອກຂະແໜງຄະນິດສາດປະຍຸກທີ່ມະຫາວິທະ ຍາໄລອາດີເລດປະເທດອົດສະຕາລີ, ປີ 1964-1967 ເປັນອາຈານສອນຢູ່ຄະນະຟີຊິກສາດມະຫາ ວິທະຍາໄລສິງກະໂປ, ປີ 1969 ເຮັດວຽກຢູ່ທະນາຄານ OCBC (Overseas-Chinese Banking Corporation), ໃນຕໍາແໜ່ງຜູ້ຈັດການ, ປີ 1979 ເລີ່ມເຂົ້າມາຫລີ້ນການເມືອງ ແລະ ຖືກເລືອກຕັ້ງເປັນສະມາຊິກສະພາກ່ອນໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີແຫ່ງລັດອາວຸໂສປະຈໍາກະຊວງສຶກສາທິການ, ປີ 1980 ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງສຶກສາທິການ, ທັງດໍາລົງຕໍາແໜ່ງເປັນຮອງຄະນະບໍດີມະຫາວິທະຍາໄລແຫ່ງຊາດສິງກະໂປ, 1981 ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, 1983-1985 ເປັນລັດຖະມົນຕີກະຊວງການເງິນທັງຄວບຕໍາແໜ່ງລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, ປີ 1985-1991 ເປັນລັດຖະມົນຕີກະຊວງສຶກສາທິການ, ທ້າຍປີ 1991 ໄດ້ລາອອກຈາກພາກລັດ ແລະ ໄປເຮັດວຽກນໍາເອກະຊົນຊຶ່ງໄດ້ເປັນຜູ້ອໍານວຍການໃຫຍ່ທະນາຄານ OCBC ປີ 1995 ໄດ້ກັບມາເຮັດວຽກນໍາພາກລັດ ແລະ ໄດ້ຮັບແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ປີ 2003 ເປັນຮອງລັດຖະ ມົນຕີ ແລະ ລັດຖະມົນຕີປະສານງານປະຈໍາກະຊວງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ປີ 2005 ເຂົ້າບໍານານ ແລະ ຖືກແຕ່ງຕັ້ງເປັນຮອງອໍານວຍການ ແລະ ຜູ້ບໍລິຫານລະດັບສູງຂອງວິສາຫະກິດເພື່ອການລົງທຶນຂອງລັດຖະບານສິງກະໂປ, ເປັນປະທານກອງທຶນເພື່ອການຄົ້ນຄວ້າແຫ່ງຊາດ, ທັງເປັນປະທານສະພາຄົ້ນຄວ້ານະວັດຕະກໍາ ແລະ ວິສາຫະກິດ ແລະ ທັງເປັນປະທານກຸ່ມບໍລິສັດສື່ມວນຊົນສິງກະໂປ ແລະ ປີ 2011 ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນທີ 7 ແຫ່ງສາທາລະນະລັດສິງກະໂປ.

No comments:

Post a Comment