Ad

Ad

10 January 2017

ຕະຫຼາດທຶນຂອງລາວນັບມື້ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງ

ຄະນະກຳມະກຳຄຸມຄອງຕະຫຼາດຫຼັກຊັບລາວໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາຕະຫຼາດຫຼັກຊັບລາວໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດຕົນໃນການລະດົມທນ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານບໍ່ວ່າຈະເປັນການເພີ່ມຂຶ້ນຂອງຈຳນວນບໍລິສັດຈົດທະບຽນຈາກ 2 ບໍລິສັດໃນປີ 2011 ມາເປັນ 4 ບໍລິສັດໃນປີ 2014  ແລະ ສາມາດລະດົມທນໄດ້ສູງເຖິງ 5.883 ຕື້ກີບ, ເຮັດໃຫ້ມູນຄ່າຕະຫຼາດຫຼັກຊັບຂອງລາວເພີ່ມຂຶ້ນຈາກ 5.175 ຕື້ກີບໃນປີ 2011 ມາເປັນ 12.294 ຕື້ກີບໃນປີ 2015 , ເພີ່ມຂຶ້137,6 %, ກວມເອົາ 30,5% ຂອງຍອດສິນເຊື້ອທະນາຄານທຸລະກິດໃນທ້າຍປີ 2014  ແລະ ມາເຖິງທ້າຍປີ 2015 ຜ່ານມາຕະຫຼາດຫຼັກຊັບລາວມີການປັບຕົວເພີ່ມຂຶ້ນພາຍຫຼັງທີ່ບໍລິສັດ ສຸວັນນີ ໂຮມເຊັນເຕີ
ມະຫາຊົນສຳເລັດການອອກຈຳໜ່າຍຮຸ່ນເພີ່ມທຶນໃຫ້ແກ່ມວນຊົນຄັ້ງທຳອິດ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບເປັນບໍລິສັດທີ 5 , ຊຶ່ງເຮັດໃຫ້ຈຳນວນບັນຊີຫຼັກຊັບຂອງລາວເພີ່ມຂຶ້ນຈາກ 4.117 ບັນຊີ, ເປັນ 11.756 ບັນຊີ, ເພີ່ມຂຶ້ນປະມານ 185,5%, ກວມເອົາບັນຊີນັກລົງທືນພາຍໃນ 9.408 ບັນຊີ, ນັກລົງທນຕ່າງປະເທດ 2.348 ບັນຊີ, ມີການແລກປ່ຽນຊີ້-ຂາຍຫຼາຍກວ່າ 143 ລ້ານຫຸ້ນໃນມູນຄ່າ 947 ຕື້ກີບ, ຊຶ່ງການແລກປ່ຽນຊື້-ຂາຍຂອງຕ່າງປະເທດກວມເອົາ 61 %, ພ້ອມນັ້ນຕະຫຼາດຫຼັກຊັບລາວຍັງໄດ້ພົວພັນຮ່ວມມືກັບຕະຫຼາດຫຼັກຊັບ ສ.ເກົາຫຼີ ໃນຖານະຜູ້ຮັບທຶນສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ກຽມເຊັນບົດບັນທຶກຄວາມເຂົ້າໃຈກັບຕະຫຼາດລັກຊັບ ເສິນເຈິນ ສປ ຈີນ ແລະ ກຳລັງກະກຽມຮ່ວມມືກັບຕະຫຼາດຫຼັກຊັບ ກໍປູເຈຍ ແລະ ສ້າງເງື່ອນ ໄຂເຂົ້າເປັນສະມາຊິກຂອງສະມາຄົມ ANNA ອີກດ້ວຍ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ສຳລັບແຜນຍຸດທະສາດ ການພັດທະນາຕະຫຼາດທືນໄລຍະຍາວ ( 2016- 2025 ) ໂດຍມີເປົ້າໝາຍຂະຫຍາຍຈຳນວນບໍລິສັດຈົດທະບຽບໃຫ້ໄດ້ 25- 30 ບໍລິສັດໃນປີ 2020  ແລະ ຈະສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງກອງທນຮ່ວມເພື່ອໃຫ້ສາມາດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ເພື່ອເປັນອີກທາງເລືອກໜຶ່ງໃຫ້ແກ່ນັກລົງທືນລາຍຍ່ອຍ, ສ້າງຜະລິດຕະພັນຫຼັກຊັບອະນຸພັນ, ເປັນຕົ້ນແມ່ນສັນຍາຊື້ -ຂາຍລ່ວງໜ້າ ແລະ ສັນຍາສິດເລືອກເພື່ອດຶງດູດການລົງທນໃຫ້ຫຼາຍຂຶ້, ພ້ອມນັ້ນຕະຫຼາດຫຼັກຊັບລາວຍັງຈະເອົາໃຈໃສ່ປັບປຸງລະບົບການຊື້-ຂາຍຫຼັກຊັບ, ລະບົບການຊຳລະສະສາງ ແລະ ຮັບຝາກຫຼັກຊັບໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງນັກລົງທນ ແລະ ມາດຕະຖານສາກົນໃຫ້ຫຼາຍຂຶ້, ພ້ອມມີແຜນຈະຄົ້ນຄ້ວາເງື່ອນໄຂ ແລະ ມາດ ຖານໃນການເຂົ້າເປັນສະມາຊິກຂອງສະຫະພັນຕະຫຼາດຫຼັກຊັບໂລກ ແລະ ຕະຫຼາດຫຼັກຊັບອາຊຽນອີກດ້ວຍ.

No comments:

Post a Comment