Ad

Ad

10 January 2017

ລາວເລີ່ມສ້າງລະບົບຄຸ້ມຄອງລາຍຮັບອາກອນທັນສະໄໝ

            ພິທີເປີດໂຄງການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນແບບທັນສະໄໝ (Introduction for the Tax Revenue Information System Project Tax RIS), ໄດ້ຈັດຂຶ້ນໃນທ້າຍອາທິິດຜ່ານມານີ້ຢູ່ນະຄອນຫລວງວຽງຈັນ ໂດຍການຮ່ວມມືລະຫວ່າງກົມສ່ວຍສາອາກອນກະຊວງການເງິນຂອງລາວ ແລະ ບໍລິສັດ LG CNS-HHI Consortium ຈາກ ສ.ເກົາຫລີ ເພື່ອແນ່ໃສ່ຮັບປະກັນໃຫ້ການເກັບລາຍຮັບອາກອນໃນທົ່ວປະເທດມີຄວາມໂປ່ງໃສ ແລະ ທັນເວລາ, ຊຶ່ງຄາດວ່າຈະເລີ່ມນໍາໃຊ້ໃນປີ 2018.
           ທ່ານຫົວໜ້າກົມສ່ວນສາອາກອນ ພູທະນູເພັດ ໄຊສົມບັດ ໃຫ້ຮູ້ວ່າ: ນີ້ແມ່ນ ການປັບປຸງກົນໄກ
ການເກັບລາຍຮັບສ່ວນສາອາກອນໃຫ້ມີປະສິດທິພາບ, ໂປ່ງໃສ, ທັນເວລາ ແລະ ສອດຄ່ອງກັບລະບຽບກົດໝາຍ. ໂດຍການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນແບບຄົບຊຸດ ລວມທັງການພັດທະນາຊຸດຄຳສັ່ງການແຈ້ງມອບລາຍຮັບ, ການກວດສອບຫລັງການແຈ້ງ, ການປະເມີນຄາດຄະເນແຫລ່ງລາຍຮັບ, ການກຳນົດເລກປະຈຳຕົວຜູ້ເສຍອາກອນ, ການເຊື່ອມຕໍ່ລະບົບຕ່າງໆຂອງກະຊວງການເງິນ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງກັບວຽກງານເກັບລາຍຮັບສ່ວຍສາອາກອນ ແລະ ເຊື່ອມຕໍ່ລະບົບການບໍລິການຂອງທະນາຄານ. ໂຄງການດັ່ງກ່າວແມ່ນນຳໃຊ້ເງິນກູ້ຜ່ອນຜັນຂອງລັດຖະບານ ສ.ເກົາຫລີໃນມູນຄ່າ 28,5 ລ້ານໂດລາສະຫະລັດ, ໃນນັ້ນທຶນສົມທົບຂອງລັດຖະບານລາວມີຈໍານວນ 4 ລ້ານໂດລາະຫະລັດ.
           ທ່ານ ວູນ ໂຢນ ຈົງ ຮອງປະທານບໍລິສັດ LG CNS-HHI Consortium ໃຫ້ຮູ້ວ່າ: ໂຄງ ການນີ້ຈະສາມາດຮອງຮັບການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານເສດຖະກິດໄດ້ເປັນຢ່າງດີ, ເປັນຕົ້ນແມ່ນການຍົກສູງປະສິດທິພາບໃນການຄຸ້ມຄອງບໍລິຫານລະບົບອາກອນໃຫ້ມີຄວາມສະດວກສະບາຍ, ມີມາດຖານ ແລະ ງ່າຍດາຍ, ໂດຍການຄຸ້ມຄອງທັງໝົດແມ່ນລວມສູນຜ່ານທາງລະບົບຄອມພິວເຕີ, ເປັນການສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຈາກການເກັບອາກອນທີ່ເພີ່ມຂຶ້ນ.

  ເຂົ້າຮ່ວມພິທີເປີດໂຄງການດັ່ງກ່າວມີທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຢາງ ກາງ ເຢິນ (Mr. Yang Kang Yoen) ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳລາວເຂົ້າຮ່ວມນຳດ້ວຍ.

No comments:

Post a Comment