Ad

Ad

10 January 2017

ລາວເລັ່ງຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ພາບປະກອບ
ຄະນະກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດໃຫ້ຮູ້ວ່າ: ໃນໄລຍະຜ່ານມານີ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຂອງພົນລະເມືອງລາວເຖິງວ່າຈະມີບາງດ້ານເຮັດໄດ້ດີ, ແຕ່ກໍຍັງມີຫຼຍອັນທີ່ຍັງ. ເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊຶ່ງສະແດງອອກໃຫ້ເຫັນຢູ່ຫຼາຍຂອດນັບແຕ່ການຈັດງານລ້ຽງ, ງານດອງ ແລະ ງານປະເພນີຕ່າງໆຢູ່ໃນສັງຄົມກໍຍັງຖືເອົາເຄື່ອງດື່ມທີ່ມີທາດເຫຼົ້າເປັນຫຼັກ, ພ້ອມກັນນີ້ການໂຄສະນາຜົນກະທົບຕ່າງໆຈາກເຄື່ອງດື່ມມນເມົາຜ່ານສື່ມວນຊົນກໍເຮັດໄດ້ບໍ່ກ້ວາງຂວາງ ແລະ ຍັງບໍ່ມີປະສິດທິຜົນ, ໂດຍສະເພາະແມ່ນໃນຕົວເມືອງໃຫຍ່ ແລະ ກະໂຕພາກສ່ວນກ່ຽວຂ້ອງເອງເຖິງວ່າໄດ້ໃຊ້ຄວາມພະຍາຍາມ
ໂຄສະນາເຜີຍແຜ່ລະບຽບກົດໝາຍຕ່າງໆກ່ຽວກັບຄວບຄຸມທາດເຫຼົ້າດ້ວຍຫຼາຍວິທີຄື: ການຖາມ-ຕອບບັນຫາ, ການແຕ່ງບົດເພັງ-ບົດລະຄອນກອມ ແລະ ກາບກອນເລື່ອງສັ້ນຕ່າງໆ, ເພື່ອໂຄສະນາສ່ອງແສງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າແຕ່ກໍເຫັນວ່າສັງຄົມຍັງບໍ່ມີການຫັນປ່ຽນແຕ່ຢ່າງໃດ, ທັງນີ້ກໍອາດເປັນຍ້ອນການຈັດ ຕັ້ງປະຕິບັດຄວບຄຸມບໍ່ທັນເຂັ້ມງວດ, ການໃຫ້ຄວາມຮ່ວມມືຂອງສັງຄົມຍັງບໍ່ທັນສູງ ແລະ ເລິກເຊິ່ງ, ບາງການໂຄສະນາຍັງມີລັກຊະນະຊວນເຊື້ອຂອງຜູ້ປະກອບການເຄື່ອງດື່ມທີ່ມີທາດເຫຼົ້າກໍຍັງມີໃຫ້ເຫັນ, ສົ່ງຜົນທາງດ້ານຈິດວິທະຍາຕໍ່ສັງຄົມກໍຄືຜູ້ບໍລິໂພກ, ອັນເປັນການຍຸຍົງສົ່ງເສີ່ມໃຫ້ຖັນແຖວຊາວໝຸ່ມ, ເຍົາວະຊົນກໍຄືສັງຄົມຍັງມີພຶດຕິກຳໃຊ້ເຄື່ອງດື່ມທີມີທາດເຫຼົ້າມີທ່າອ່ຽງເພີ່ມຂຶ້, ມັນສະແດງອອກໃນການເກີດອຸປະຕິເຫດທາງທ້ອງຖະໜົນທີ່ມີສາເຫດມາຈາກການດື່ມສິ່ງ, ຮ້າຍແຮງໄປກວ່ານັ້ນຢູ່ບາງຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫຼີກຫຼາຍແຂວງຍັງຖືເອົາການດື່ມສິ່ງມືນເມົາເປັນສຳຄັນໃນງານບຸນປະເພນີຕ່າງໆຂອງຕົນ ແລະ ທັງໝົດນີ້ມັນໄດ້ກາຍເປັນສິ່ງທ້າທາຍຕໍ່ສັງຄົມບ້ານເຮົາ, ທີ່ທຸກຄົນຈະຕ້ອງໄດ້ຮີບຮ້ອນແກ້ໄຂ, ເພື່ອເຮັດແນວໃດໃຫ້ປະເທດເຮົາສາມາດຄວບຄຸມເຄື່ອງດື່ມດັ່ງກ່າວໄດ້ຢ່າງມີປະສິດທິຜົນ.

1 comment:

  1. ເລີ່ມຈາກ ຜູ້ໃຫຍ່ໃນເຮືອນ ຫລື ຄອບຄົວນັ້ນ ສັ່ງສອນໃຫ້ລູກໃຫ້ຫລານ ວ່າເຫຼົ້າ ເບຍມີຜົນເສຍແນວໃດ?. ບໍ່ແມ່ນ ສອນແຕ່ຄົນອື່ນ, ພໍ່ ແລະ ແມ່ເອງເປັນຄົນກີນໃຫ້ລູກຫລານເບີ່ງ ສົ່ງເສີ່ມໃຫ້ລູກຫລານນຳແບບທີ່ຕົນເອງເຮັດ ແລ້ວຕຳນິຕິໃຜດີ

    ReplyDelete