Ad

Ad

2 May 2014

ສືບຕໍ່ວຽກງານ ຖວທ ໃຫ້ມີສຳເລັດອັນໃຫມ່



     ກອງປະຊຸມວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ໄດ້ຈັດຂຶ້ນແຕ່ວັນທີ 28 ແລະ ສຳ​ເລັດ​ລົງ​ໃນ​ວັນ​ທີ 30 ເມສານີ້, ທີ່ສູນ ການຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ນະຄອນຫລວງວຽງຈັນຊຶ່ງ ບັນດາ ຜູ້ແທນໄດ້ສຸມໃສ່ປະກອບຄຳຄິດເຫັນ ແລະ ເປັນເອກະພາບຕໍ່ວຽກ ງານ ຖວທ ລວມເຖິງການປະຕິ ບັດວຽກງານ 3 ສ້າງ ໃນສົກປີ 2013-2014 ແລະ ທິດທາງ ແຜນການ 2014-2015 ໂດຍທີ່ປະຊຸມ ໄດ້ຢືນຢັນຈະສືບຕໍ່ເພີ່ມທະວີການ ເຄື່ອນ ໄຫວໃຫ້ເປັນຂະບວນຟົດຟື້ນກວ່າເກົ່າ, ພ້ອມທັງສ້າງກາລະໂອກາດ ແລະ ເງື່ອນໄຂ ເອື້ອອຳນວຍໃຫ້ວຽກງານ ຖວທ ທັງສູນກາງ ແລະ ທ້ອງຖິ່ນທົ່ວ ປະເທດມີບັນຍາ ການທີ່ດີສາມາດບັນລຸຜົນສຳເລັດໃໝ່ໃນຫລາຍດ້ານ.
      ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວປະ ທານກອງປະຊຸມໄດ້ຍົກໃຫ້ເຫັນຜົນ ງານໃນໄລຍະຜ່ານມາເຖິງວ່າ ສະພາບການພາຍໃນແລະຕ່າງ ປະເທດຈະມີຄວາມຫຍຸ້ງ ຍາກ, ສັບສົນຫລາຍປະການກໍຕາມແຕ່ດ້ວຍຄວາມຕັດສິນໃຈສູງຂອງ ພະນັກງານ-ນັກຮົບ (ຖວທ) ທົ່ວ ປະເທດກໍສາມາດ
ຍາດໄດ້ຜົນສຳເລັດອັນພົ້ນເດັ່ນຫລາຍດ້ານ. ສະ ນັ້ນເພື່ອຮັບປະກັນການກ້າວຂຶ້ນຢ່າງໜັກແໜ້ນຂອງວຽກງານ (ຖວທ) ໃນ ປີຕໍ່ໜ້ານີ້ຈະຕ້ອງໄດ້ ສຸມໃສ່ບາງວຽກງານໃຫ້ມີປະສິດທິພາບເປັນຕົ້ນ: ສືບຕໍ່ໂຄສະນາ ເຜີຍແຜ່ເຊື່ອມຊຶມມະຕິ 9 ຂອງ ພັກ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ສ້າງໃຫ້ໄດ້ບາດກ້າວບຸກທະລຸ ອັນຈຳເປັນໃນຂະແໜງການ, ມ້າງສິ່ງກີດຂວາງອຸດຕັນຕ່າງໆ ເພື່ອ ກ້າວສູ່ຜົນງານອັນໃໝ່ໃຫຍ່ຫລວງກວ່າເກົ່າໃນການພັດທະ ນາວຽກງານ ຖວທ ໃນຊຸມປີຕໍ່ ໜ້າ. ສືບຕໍ່ໂຄສະນາເຜີຍແຜ່ ສ້າງ ຄວາມເຂົ້າໃຈຕໍ່ວຽກງານ ຖວທໃຫ້ເລິກເຊິ່ງກວ້າງຂວາງ ກວ່າເກົ່າ;ປັບປຸງວຽກງານໃຫ້ ເປັນລະບົບຄົບຊຸດ ແລະ ໄດ້ຮັບ ການ ພັດທະນາໃຫ້ມີການຂະ ຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບທຽບທັນກັບ ຄວາມຕ້ອງການຂອງຍຸກສະ ໄໝ; ບຳ ລຸງກໍ່ສ້າງພະນັກງານ ດ້ານທິດສະດີ-ການເມືອງ ແລະ ວິຊາສະເພາະໃຫ້ຫລາຍຂຶ້ນຕອບສະໜອງການເລັ່ງທວງຂອງໜ້າທີ່ການ ເມືອງໃນໄລຍະໃໝ່. 
      ປະທານກອງປະຊຸມ ຍັງໄດ້ ເນັ້ນໃຫ້ມີການພັດທະນາສ້າງພື້ນຖານໂຄງລ່າງດ້ານວັດຖຸເຕັກນິກດ້ານ ຖວທ ໃຫ້ຄົບຖ້ວນ ທັນສະໄໝເທື່ອລະກ້າວ; ສືບຕໍ່ສ້າງ ແລະ ປັບປຸງນິຕິກຳທີ່ຈຳເປັນ ຕ່າງໆເພື່ອຄຸ້ມຄອງການເຄື່ອນ ໄຫວວຽກງານສື່ມວນຊົນ, ວັດ ທະນະທຳ ແລະ ການທ່ອງທ່ຽວ ໃຫ້ໜັກແໜ້ນເຂັ້ມງວດ; ເພີ່ມທະວີການປະຕິບັດວຽກງານສາມ ສ້າງໃຫ້ມີຜົນສຳເລັດ ຢ່າງຕໍ່ເນື່ອງ, ຄຸ້ມຄອງລາຍຮັບວິຊາການໃຫ້ດີ ແລະ ຖືກຕ້ອງຕາມລະບຽບ ການເຮັດໃຫ້ວຽກງານ ຖວທ ສາ ມາດກຸ້ມຕົນເອງ ເທື່ອລະກ້າວ. ພ້ອມນີ້ໃຫ້ເປັນເຈົ້າການເຊື່ອມໂຍງ ແລະ ຮ່ວມມືກັບສາກົນໃຫ້ດີກວ່າເກົ່າ, ທີ່ສຳຄັນໃຫ້ລົງ ເລິກຄົ້ນຄວ້າທິດ ສະດີ ແລະ ພຶດຕິກຳຂອງວຽກ ຖວທ ເພື່ອເປັນ ພື້ນຖານການວາງແຜນຍຸດທະ ສາດພັດທະນາໃນສະເພາະໜ້າ-ຍາວນານ.
      ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ຍັງຢ້ຳອີກວ່າ:ແຕ່ນີ້ ເຖິງປີ 2015 ການນຳ ແລະ ພະ ນັກງານທຸກຄົນຈະຕ້ອງສູ້ຊົນບຸກ ບືນ, ເພີ່ມທະວີຢ່າງຕັ້ງໜ້າ ແລະ ແຂງແຮງກວ່າເກົ່າໃນການຜັນ ຂະຫຍາຍໄລຍະມ້ວນທ້າຍມະຕິ 9 ຂອງພັກ, ມະຕິ III ຂອງ ອົງຄະນະພັກກະຊວງໃຫ້ປາກົດຜົນ ເປັນຈິງ. ການນຳທຸກຂັ້ນຕ້ອງເພີ່ມທະວີການຊີ້ນຳຢ່າງໃກ້ຊິດ, ຫັນເອົາທິດທາງແຜນການ ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງນີ້ໃຫ້ເປັນແຜນງານ ແລະ ໂຄງການອັນລະອຽດໃນຂົງເຂດຄວາມຮັບຜິດຊອບໃຫ້ມີການປະ ຕິບັດຕົວຈິງ, ທັງມີການຕິດຕາມ ກວດກາ ແລະ ປະເມີນຜົນໄດ້ຮັບຖ້າມີຂໍ້ຄົງຄ້າງກໍຮີບຮ້ອນແກ້ໄຂໃຫ້ທັນການ.

No comments:

Post a Comment