Ad

Ad

2 May 2014

ສັບປະດາ​ຮູບ​ເງົາ​ຫວຽດນາມ​ຢູ່​ລາວ​ຫວນ​ຄືນ​ໄຊຊະນະ​ບັ້ນຮົບ​ດຽນບຽນ​ຟູ



     ກະ​ແສ​ຂ່າວ​ສົດໆ​ຮ້ອນໆ​ທີ່​ສຸດ​ໄດ້​ຮັບ​ການ​ສື່ສານ​ຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ຢ່າງ​ວ່ອງ​ໄວ​ໄປ​ທົ່ວ​ໂລກ​ໃນຕົ້ນ​ເດືອນ​ພຶດ ສະພາ​ກ່ອນ​ໜ້ານີ້ 60 ປີ ​ແມ່ນ​ຂ່າວ​​ກ່ຽວ​ກັບ​ການ​ປະລາ​ໄຊ​ຂອງ​ກອງທັບ​ຝຣັ່ງຢູ່​ດຽນບຽນ​ຟູ ​ເວລາ 17:30 ​ໂມງ ຂອງ​ວັນ​ທີ 7 ພຶດສະພາ 1954 ທຸງ​ໄຊ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ​ໄດ້​ຖືກ​ໂບກ​ສະ​ບັດ ​ໂດຍ​ນັກຮົບ​ຫວຽດນາມ 5 ຄົນ ຄື​ທ້າວ ຕະ ກວກ​ລວດ, ທ້າວ ຮວ່າງ ດັງ ວິງ, ທ້າວ ບຸ່ຍ ວັນ​ຫຍໍ, ທ້າວ ຫງວຽນ ວັນ​ລາມ ​ແລະ ທ້າວ ດ່າວ ວັນ​ທຽວ ຢູ່​ເທິງ​ຖ້ຳຂອງ​ນາຍ​ພົນ​ຝຣັ່ງ Christian de Castries, ພາຍຫລັງ​ການ​ສູ້​ຮົບ​ຢ່າງ​ພິລະ​ອາດ​ຫານ​ມາ​ເປັນ​ເວລາ 56 ວັນ, ບັ້ນຮົບ​ດຽນບຽນ​ຟູ​ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ ອັນ​ໄດ້​ສິ້ນສຸດ​ສະພາບ​ການ​ສົງ ຄາມ​ໄລຍະ 1953-1954 ຢ່າງ​ມີ​ໄຊ ດ້ວຍ​ບັນດາ​ບັ້ນຮົບ​ຢູ່​ໃນ​ທົ່ວ​ທຸກ​ສະພາບ​ຮົບ​ອິນດູຈີນ, ​ໃນ​ນັ້ນ ມີ​ບັ້ນຮົບ​ພາກ​ເໜືອ​ລາວ ປີ 1953 ບັງຄັບ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ ຝຣັ່ງຕ້ອງ​ເຂົ້າສູ່​ການ​ເຈລະຈາ​ເຊັນ​ສັນຍາ​ເຊີ​ແນວ ​ໃນ​ປີ 1954 ເຊິ່ງ​ໄດ້​ລຶບລ້າງ​ແຄວ້ນ​ອິນດູຈີນ​ຫົວ​ເມືອງ​ຂຶ້ນ ​ແລະ ຮັບ​ຮູ້​ຄວາມ​ເປັນ​
ເອກະລາດ, ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ 3 ປະ​ເທດ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ. ນີ້​ແມ່ນ​ຄຳ​ເວົ້າບາງ​ສ່ວນ​ຂອງ​ທ່ານ ຫງວຽນ ​ແມ໋​ງ ຮຸ່ງ ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ​ປະຈຳ​ລາວ ​ໃນ​ການ​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ສັບປະດາ​ຮູບ​ເງົາ​ຫວຽດນາມ​ຢູ່​ລາວ ​ເຊິ່ງຈະ​ເລີ່​ມສາຍ​ແຕ່​ວັນ​ທີ 5-11 ພຶດສະພາ 2014 ຢູ່​ນະຄອນຫລວງ​ວຽງ​ຈັນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະ ຫລອງ​ໄຊຊະນະ​ດຽນບຽນ​ຟູ​ ຄົບຮອບ 60 ປີ.
     ຮູບ​ເງົາ​ທີ່​ຈະ​ນຳ​ມາ​ສາຍ​ປະກອບ​ມີ 5 ​ເລື່ອງ ຄື​ເລື່ອງ​ຜົວ​ເມຍ​ອາ​ຟູ, ທຸງ​ສັນຍານ, ​ແມ່​ສອງ​ຄົນ, ດຽນບຽນ​ຟູ ​ແລະ ດອກ​ບານ​ແດງ ​ແລະ ຟີມ​ເອກະສານ 3 ຊຸດ ຄື​ດຽນບຽນ​ຟູ, ​ໄຊຊະນະ​ດຽນບຽນ​ຟູ ​ແລະ ຫລັກ​ໝາຍ​ຄຳ​ດຽນບຽນ​ຟູ.
     ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ​ກ່າວ​ວ່າ:​ເຖິງ​ວ່າ​ໄຊຊະນະ​ດຽນບຽນ​ຟູ​ ວັນ​ທີ 7 ພຶດສະພາ 1954 ​ໄດ້​ລ່ວງ​ເລີຍ​ມາ​ເປັນ​ເວລາ 60 ປີ​ແລ້ວ​ກໍ​ຕາມ, ​ແຕ່​ຫາກ​ເວົ້າ​ເຖິງ​ດຽນ ບຽນ​ຟູ​ເມື່ອ​ໃດ​ແລ້ວປະຊາ ຊົນ​ຊາວ​ຫວຽດນາມ-ຊາວ​ລາວ ແລະ ປະຊາຊົນ​ຜູ້​ຮັກຫອມ​ສັນຕິ ພາບ​ໃນ​ທົ່ວ​ໂລກ ຕ່າງ​ກໍ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ເປັນ​ຢ່າງ​ຍິ່ງ ​ເພາະ​ໄຊຊະ ນະ​ດຽນບຽນ​ຟູ​ບໍ່​ພຽງ​ແຕ່​ເປັນ​ໄຊຊະນະ​ຂອງ​ປະຊາຊົນ 3 ຊາດ​ອິນດູຈີນ​ເທົ່າ​ນັ້ນ, ​ແຕ່​ມັນ​ຍັງ​​ແມ່ນ​ໄຊຊະນະ​ຂອງ​ປະຊາ​ຊາດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ໃນ​ທົ່ວ​ໂລກ ຜູ້​ເຊິ່ງ​ເຄີຍ​ໄດ້​ຕົກ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້ ​ແລະ ​ເປັນ​ທາດ​ຂອງ​ພວກ​ຈັກ ກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ເຊິ່ງມີ​ພວກ​ລ່າ​ເມືອງ​ຂຶ້ນຝຣັ່ງ​ເປັນ​ຫົວ​ໂປ່.
     ​ໄຊຊະນະ​ດຽນບຽນ​ຟູ​ແມ່ນ​ໝາກຜົນ​ຂອງ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ ​ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ເສຍ​ສະລະ​ເລືອດ​ເນື້ອ ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ນຳ​ໂດຍ​ປະທານ ໂຮ່ຈີ​ມິ​ງ ຜູ້​ຍິ່ງ​ໃຫຍ່, ​ໃນ​ນັ້ນປະ ຊາຊົນ​ຊາວ​ໂລກ​ຕ່າງ​ກໍ​ຈົດ​ຈຳ​ຊື່​ສຽງ​ຂອງ​ທ່ານ​ນາຍ​ພົນ​ຜູ້​ທີ່​ເກັ່ງ​ກ້າ​ສາມາດ ​ເຊິ່ງ​ເພິ່ນ​ຜູ້ນັ້ນທັງ “ບຸ໋​ນ ​ແລະ ບູ້” (van - vo) ນັ້ນກໍ​ຄື​ທ່ານ​ນາຍ​ພົນ ຫວໍ​ງວຽນ​ຢາ​ບ ເຊິ່ງປະຊາຊົນ​ຊາວ​ໂລກ​ຍັງ​ຄົງ​ຈົດຈຳ​ບຸນຄຸນ ​ແລະ ຊື່​ສຽງ​ຂອງ​ທ່ານ​ໄປ​ຕະຫລອດ​ການ.
     ​ໄຊ​ຊະນະ​ດຽນບຽນ​ຟູ​ແມ່ນ​ພະຍານ​ຮັກ​ທີ່​ມີ​ຊີວິດ​ຊີວາ​ຂອງ​ຄວາມ​ສາມັກຄີ ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ສຳ ພັນ​ສູ້​ຮົບ​ທີ່​ຍິ່ງ​ໃຫຍ່​ລະຫວ່າງ​ສອງ​ກອງທັບ ​ແລະ ປະຊາຊົນ​ສອງ​ຊາດລາວ-ຫວຽດນາມ ຂອງ​ພວກ​ເຮົາ, ຈາກ​ໄຊຊະນະ​ດັ່ງ ກ່າວ​ບວກ​ກັບ​ການ​ຕໍ່ສູ້​ກູ້​ຊາດ​ອັນ​ລຳບາກ​ຍາວ​ນານ​ຂອງ​ປະຊາ ຊົນ​ລາວ​ບັນດາ​ເຜົ່າ ​ໄດ້​ເຮັດ​ໃຫ້​ແອກ​ຄອບ​ຄອງ​ຂອງ​ພວກ​ຈັກ ກະພັດ​ລ່າ​ເມືອງ​ຂຶ້ນຝຣັ່ງຢູ່​ລາວ​ເປັນ​ເວລາ 60 ປີນັ້ນ ​ໄດ້​ຖືກ​ພັງ​ທະລາ​ຍລົງ ​ແລະ ​ໄດ້​ເຮັດ​ໃຫ້​ປະ​ເທດ​ເຮົາ​ໄດ້​ຮັບ​ຄວາມ​ເປັນ​ເອກະ ລາດ ​ແລະ ອິດ​ສະລະ​ພາບ​ຈາກ​ພວກ​ລ່າ​ເມືອງ​ຂຶ້ນຢ່າງ​ສົມບູນ.
     ການ​ເວລາ ​ແລະ ສະພາບ​ການ​ຢູ່​ໃນ​ໂລກ​ຈະ​ໝູນວຽນ​ປ່ຽນ​ແປງ​ຢ່າງ​ສັບສົນ​ແນວ​ໃດ​ກໍ​ຕາມ, ​ແຕ່​ສັດຈະທຳ​ແຫ່ງ​ຄວາມ​ສາມັກ ຄີ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາ ຊົນ​ສອງ​ຊາດ ລາວ-ຫວຽດນາມ ຈະ​ບໍ່​ມີ​ອິດ​ທິກຳລັງ​ປໍ​ລະ​ປັກ​ໃດໆ​ມາ​ມ້າງ​ເພ​ທຳ​ລາຍ​ລົງ​ໄດ້. ປະ ຊາຊົນ​ລາວ​ບັນດາ​ເຜົ່າ​ແຕ່​ຮຸ້ນ​ຄົນ​ນີ້ຫາ​ຮຸ້ນ​ຄົນ​ຕໍ່ໆ​ໄປຍາມ​ໃດ​ກໍ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຈົດ​ຈຳ​ບຸນຄຸນ ກໍ​ຄື​ການ​ຊ່ວຍ​ເຫລືອ​ອັນ​ລ້ຳຄ່າ​ຂອງ​ພັກ-ລັດ ​ແລະ ປະ ຊາຊົນ​ຫວຽດນາມ​ອ້າຍ​ນ້ອງ​ທີ່​ໄດ້​ອູ້ມຊູ​ສະໜັບສະໜູນ​ການ​ຕໍ່ສູ້​ກູ້​ຊາດ​ຂອງ​ປະຊາຊົນ​ລາວ​ໃນ​ເມື່ອ​ກ່ອນ ກໍ​ຄື​ຕໍ່​ພາລະກິດ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ໃນ​ປັດຈຸບັນ.
     ​ເພື່ອ​ເປັນ​ການ​ລຳ​ລຶກ​ເຫດ ການ​ອັນ​ເປັນ​ປະຫວັດສາດ​ທີ່​ມະ ຫັດສະຈັນ​ຂອງ​ໄຊຊະນະ​ດຽນ ບຽນ​ຟູ ຄົບຮອບ 60 ປີ ທັງ​ເປັນ​ການ​ສືບຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ ມັກຄີ​ມິດຕະພາບ​ແບ​ບພິ​ເສດ ແລະ ການ​ຮ່ວມ​ມື​ຮອບ ດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດລາວ- ຫວຽດນາມ ຂອງ​ພວກ​ເຮົາ. ດັ່ງນັ້ນ ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກົມ​ຮູບ​ເງົາລາວ-ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ຮ່ວມ​ກັບ​ສະຖານ​ເອກ​ອັກຄະ​ລັດ ຖະທູດ​ແຫ່ງ ສສ ຫວຽດນາມ-ສູນວັດທະນະທຳ​ຫວຽດນາມ, ກົມ​ຮູບ​ເງົາ​ຫວຽດ ນາມ ຈະ​ໄດ້​ຈັດຕັ້ງສັບປະດາ​ຮູບ​ເງົາ​ຫວຽດ ນາມ​ຂຶ້ນ ​ແຕ່​ວັນ​ທີ 5-11 ພຶດສະພາ 2014 ຢູ່​ນະຄອນ ຫລວງ​ວຽງ​ຈັນ ​ແລະ ​ແຂວງ​ສະ ຫວັນ​ນະ​ເຂດ ກໍ​ຄື​ສຳນັກງານ​ອົງ ການ ​ແລະ ກົມ​ກອງ ປກສ-ປກຊ ຈຳນວນ​ໜຶ່ງ. ພວກ​ເຮົາ​ຫວັງ​ວ່າ​ຜ່ານ​ການຈັດ​ສັບປະດາ​ຮູບ​ເງົາ​ຫວຽດນາມ​ຢູ່​ລາວ​ໃນ​ຄັ້ງນີ້ ຈະ​ນຳ​ເອົາ​ສາລະ ​ແລະ ຄວາມ​ບັນ​ເທີ​ງມາສູ່​ທ່ານ​ຜູ້​ຊົມ​ລາວ​ໄດ້​ເປັນ​ຢ່າງ​ດີຈະ​ເຮັດ​ໃຫ້​ຄົນ​ລາວ​ ​ໂດຍ​ສະ​ເພາະ​ຄົນ​ຮຸ້ນ​ໜຸ່ມ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງຕື່ມ​ອີກ​ຕໍ່​ຊາດ ​ແລະ ປະຊາຊົນ​ຫວຽດນາມ, ​ເຂົ້າ​ໃຈ​ມູນ​ເຊື້ອຮ່ວມ​ສຳພັນ​ສູ້​ຮົບ​ລະ ຫວ່າງ​ສອງ​ຊາດລາວ-ຫວຽດ ນາມ, ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ໄຊຊະນະ​ດຽນບຽນ​ຟູ​ຂຶ້ນຕື່ມ​ອີກ​ກ້າວ​ໜຶ່ງ.
     ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ກ່າວ​ຕື່ມ​ວ່າ: ການ​ຮ່ວມ​ກັນ​ຈັດຕັ້ງບັນດາ​ເຫດການ​ດ້ານ​ວັດທະນະທຳ​ຂອງ​ຫວຽດນາມ​ຢູ່​ລາວ ​ແລະ ບັນດ​າ​ເຫດການ​ດ້ານ​ວັດທະນະ ທຳ​ຂອງ​ລາວ​ຢູ່ຫວຽດນາມ​ໃນ​ແຕ່ລະ​ປີນັ້ນ ​ໄດ້​ກາຍ​ເປັນ​ສີສັນ​ວັດທະນະທຳ​ທີ່​ດີງາມ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດຫວຽດນາມ-ລາວ ພວກ​ເຮົາ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີ ວິດ​ຊີວາ​ເຖິງ​ສາຍ​ພົວພັນ​ມິດຕະ ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ ມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດຫວຽດນາມ ​ແລະ ລາວ. ບັນດາ​ເຫດການ​ແລກປ່ຽນ​ດ້ານ​ວັດທະນະທຳ​ນັ້ນ​ໄດ້​ຊ່ວຍ​ໃຫ້​ປະ ຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ​ມີ​ຄວາມ​ສະໜິດ​ຕິດ​ພັນ, ຮ່ວມ​ແຮງ, ຮ່ວມ​ໃຈ ພ້ອມ​ກັນ​ສ້າງສາ​ປະ​ເທດ​ຫວຽດນາມ ​ແລະ ປະ​ເທດ​ລາວ​​ໃຫ້​ພັດທະນາ​ຢ່າງ​ວັດ​ທະນາ​ຖາວອນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສັນ ຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.
     ສຳລັບ​ສັບປະດາ​ຮູບ​ເງົາ​ຫວຽດນາມ​ຢູ່​ລາວ​ຈະ​ດຳ​ເນີນ​ການ​ສາຍ​ຄື​ດັ່ງນີ້: ອອກ​ອາກາດ​ຜ່ານ​ໂທລະພາບ​ແຫ່ງ​ຊາດ: ເລື່ອງ​ຮູບ​ເງົາ “ດອກ​ບ່ານ​ແດງ” ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 4 ​ແລະ ວັນ​ທີ 5 ພຶດສະພາ 2014 ຢູ່​ໃນ​ຊ່ອງ 1 ​ແລະ ຊ່ອງ 3. ​ເວລາ 19:30 ​ໂມງ ຂອງ​ວັນ​ທີ 5 ພຶດສະ ພາ 2014 ຈັດ​ພິທີ​ເປີດ “ສັບປະດາ​ຮູບ​ເງົາ​ຫວຽດນາມ​ຢູ່​ລາວ” ທີ່​ເດີ່ນ​ຫໍ​ວັດທະນະທຳ​ແຫ່ງ​ຊາດ ແລະ ສາຍຮູບ​ເງົາ​ເອກະສານ 1 ເລື່ອງ ​ແລະ ຮູ​ບ​ເງົາ 1 ​ເລື່ອງ; ເວລາ 19:30 ​ໂມງ ວັນ​ທີ 6 ພຶດ ສະພາ 2014 ສາຍຮູບ​ເງົາ​ຢູ່​ວິທະ ຍາຄານ​ປ້ອງ​ກັນຊາ​ດ ​ໄກສອນ ພົມວິຫານ; ​ເວລາ 19:30 ​ໂມງ ວັນ​ທີ 7 ພຶດສະພາ 2014 ສາຍຮູບ​ເງົາ​ຢູ່ວິທະຍາ​ຄານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ; ວັນ​ທີ 8 ພຶດສະພາ 2014 ​ໄປ​ແຂວງ​ສະ ຫວັນ​ນະ​ເຂດ ​ເພື່ອ​ສາຍຮູບ​ເງົາ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 9 ​ແລະ ວັນ​ທີ 10 ພຶດສະພາ 2014.

No comments:

Post a Comment