Ad

Ad

2 May 2014

ທະນາຄານແຫ່ງ ສປປ ລາວ ເຜີຍການໃຊ້ເງິນຕາຕ່າງປະເທດ ຢູ່ລາວເຮົາມີແຜ່ຫລາຍ



     ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວເມື່ອ ບໍ່ດົນນີ້ວ່າ : ປັດຈຸບັນສະພາບການນຳໃຊ້ ເງິນຕາຕ່າງປະເທດຢູ່ປະເທດເຮົາຍັງ ມີແຜ່ ຫລາຍຍ້ອນວ່າ : ໃນໄລຍະ ຜ່ານມາປະເທດເຮົາມີອັດຕາເງິນ ເຟີ້ສູງ, ສະຖຽນລະ ພາບທາງດ້ານເສດຖະກິດມະຫາພາກບໍ່ ຫນັກແຫນ້ນ ເຮັດໃຫ້ສັງຄົມຂາດ ຄວາມ ເຊື່ອຫມັ້ນເຖິງວ່າບັນຫາ ດັ່ງກ່າວໄດ້ຮັບ ການແກ້ໄຂແລ້ວກໍຕາມ ແຕ່ປະຊາຊົນ ຍັງຖືວ່າ ເງິນຕາຕ່າງປະເທດເປັນຊັບສິນທີ່ມີຄ່າ; ຂະນະດຽວກັນການປະຕິບັດ ການຕໍ່ຜູ້ ລະເມີດຍັງບໍ່ທັນເຂັ້ມງວດ ແລະ ເດັດຂາດ ເຮັດໃຫ້ສັງຄົມບໍ່ຢຳເກງ ຕໍ່ລະບຽບ ກົດຫມາຍເທົ່າທີ່ຄວນບວກກັບຄວາມມັກງ່າຍຂອງບັນດາພໍ່ຄ້າ ຊາວຂາຍຈຳນວນຫນຶ່ງຍັງຂາດ ສະຕິຊາດ ແລະ ຄວາມຕື່ນຕົວຕໍ່ ລະບຽບກົດຫມາຍ.
      ທ່ານຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ກ່າວວ່າ : ທະນາຄານແຫ່ງ ສປປ ລາວ ມີນະໂຍບາຍສ່ົງເສີມໃຫ້ສັງຄົມ ນຳໃຊ້ເງິນກີບຢ່າງກວ້າງຂວາງ ແຕ່ໃນການຈັດຕັ້ງປະຕິບັດໂຕ ຈິງເປັນຕົ້ນ : ການຕິດຕາມກວດກາຕິດລາຄາສິນຄ້າ ແລະ
ການບໍລິການເປັນເງິນກີບ, ການຊຳລະສະສາງຕ່າງໆລວມເຖິງການປະຕິບັດມາດຕະການຕໍ່ຜູ້ລະເມີດ ແມ່ນຄວາມຮັບຜິດ ຊອບຂອງພາກສ່ວນກ່ຽວຂ້ອງເຊັ່ນ : ກະ ຊວງອຸດສາຫະກຳການຄ້າ, ເຈົ້າ ຫນ້າທີ່ກວດກາ, ຜູ້ຮັບຜິດຊອບ ຈັດສັນຕະ ຫລາດ, ຕະຫລອດຮອດອຳນວຍການປົກຄອງທ້ອງຖິ່ນທຸກຂັ້ນ, ສະນັ້ນ ທາງທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ປະສານກັບທຸກພາກ ສ່ວນກ່ຽວຂ້ອງຮ່ວມກັນແກ້ໄຂດ້ວຍມາດຕະການດັ່ງນີ້​ : ຮັບປະກັນໃຫ້ສະ
ຖຽນລະພາບທາງດ້ານເສດຖະກິດ ແລະ ການ ເງິນເປັນຕົ້ນແມ່ນການຄຸ້ມຄອງງົບປະມານ, ສະຖຽນລະພາບດ້ານອັດຕາ ແລກປ່ຽນ, ອັດຕາເງິນເຟີ ຕ້ອງຢູ່ໃນລະດັບຕຳ່ ແລະ ມີສະຖຽນລະພາບ ເພື່ອສ້າງຄວາມສະດວກສະບາຍ, ພັດທະນາຕະຫລາດຊື້- ຂາຍເງິນຕາຕ່າງປະເທດ ໃຫ້ມີຄວາມ ຄ່ອງໂຕ ແລະ ມີປະສິດທິ ຜົນກວ່າເກົ່າ, ການຈັດຕັ້ງປະຕິ ບັດລາຍຮັບ-ລາຍຈ່າຍຂອງລັດ ຕ້ອງເປັນກີບ ລວມທັງການເຄື່ອນ ໄຫວຽກງານໂຕຈິງຂອງລັດ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງເອົາວຽກງານສົ່ງເສີມການນຳໃຊ້ເງິນກີບ ຕິດພັນ ໄປພ້ອມ, ທັງຕິດຕາມ ກວດກາການຈັດຕັ້ງປະຕິບັດລະບຽບກົດຫມາຍໃຫ້ສັກສິດ, ເຂັ້ມ ງວດ ແລະ ຕໍ່ເນື່ອງ ພ້ອມທັງປະ ຕິ ບັດມາດຕະການຕໍ່ຜູ້ລະເມີດທີ່ ຕິດປະກາດລາສິນຄ້າ, ຄ່າບໍລິການ ແລະ ຊຳລະເປັນເງິນຕາ ຕ່າງປະເທດເຂັ້ມງວດ ແລະ ເດັດ ຂາດ, ສືບຕໍ່ປູກຈິດສຳນຶກສ້າງສະຖິຕິຊາດ, ສະຕິຕໍ່ການປະຕິບັດລະບຽບກົດຫມາຍກໍຄືຕໍ່ການນຳໃຊ້ເງິນກີບຂອງສັງຄົມໃຫ້ ສູງຂຶ້ນ.

No comments:

Post a Comment