Ad

Ad

2 May 2014

ກຳລັງແຮງງານລາວຍັງມີຂໍ້ຈຳກັດຫຼາຍດ້ານໃນການເຂົ້າສູ່ການພັດທະນາ



           ທ່ານ ພົງໄຊສັກ ອິນຖາ ລາດ, ຫົວໜ້າກົມຄຸ້ມຄອງແຮງ ງານກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ ວ່າ: ການທີ່ເສດຖະກິດ-ສັງຄົມຂອງ ປະເທດຈະໄດ້ຮັບການພັດທະນາ ແລະ ຈະເລີນເຕີບໂຕໄດ້ຢ່າງ ຍືນຍົງນັ້ນ, ປັດໄຈ ໜຶ່ງທີ່ ຂາດບໍ່ໄດ້ແມ່ນກຳລັງແຮງງານພາຍ ໃນປະເທດຕ້ອງໄດ້ມີສ່ວນຮ່ວມ ແລະ ທັງໄດ້ຮັບຜົນປະໂຫຍດຈາກການຈະເລີນເຕີບໂຕ ດັ່ງກ່າວນັ້ນ, ແຕ່ອີງໃສ່ສະພາບ ແລະ ເງື່ອນໄຂ ຕົວຈິງຂອງປະເທດເຮົາແລ້ວ, ການທີ່ຈະເຮັດໃຫ້ກຳລັງແຮງງານໄດ້ເຂົ້າຮ່ວມ ແລະ ໄດ້ຮັບຜົນປະໂຫຍດດັ່ງ ກ່າວນັ້ນແມ່ນເຫັນວ່າຍັງມີຂໍ້ຈຳກັດຫຼາຍດ້ານຄື: ແຮງງານສ່ວນຫຼາຍແມ່ນເຮັດວຽກຢູ່ໃນ ຂະ ແໜງກະສິກຳທີ່ອາໃສ່ທຳມະຊາດເປັນສິ່ງກຳນົດຜົນຜະລິດ ຂອງເຂົາເຈົ້າ ແລະ ການທີ່ຈະຍ້າຍເອົາແຮງງານຈາກພາກກະສິກຳ ໄປສູ່ພາກອຸດສາຫະກຳ ແລະພາກບໍລິການໃຫ້ພຽງພໍ ທາງດ້ານຄຸນະພາບ
ນັ້ນຕ້ອງໄຊ ເວລາດົນພໍສົມຄວນ, ຊຶ່ງຈາກ ການສຳ ຫຼວດກຳລັງແຮງງານ ໃນປີ 2010 ເຫັນວ່າ: ຈຳນວນ ກຳລັງແຮງງານ ທີ່ມີອາຍຸ 15 ປີ ຂຶ້ນໄປມີຈຳນວນ 3,9 ລ້ານຄົນ, ໃນນັ້ນ 3 ລ້ານຄົນແມ່ນແຮງ ງານໃນປະເທດ ແລະ ເກືອບ ທັງໝົດແມ່ນ ເປັນຜູ້ທີ່ມີວຽກເຮັດງານທຳ,ເພາະອັດຕາການວາງງານມີພຽງ 1,5% ຈາກຜູ້ທີ່ມີ ວຽກເຮັດງານທຳທັງໝົດ 2,1 ລ້ານຄົນໃນນີ້ ເພດຍິງຫຼາຍກວ່າ ເພດຊາຍ ແລະ 71% ແມ່ນເຮັດວຽກກະ ສິກຳ,7% ອຸດສາຫະກຳ, 9% ການຄ້າ, ສ້ອມແປງ ແລະ  20% ບໍລິການ ແລະ 88% ຂອງ ແຮງງານທັງໝົດທັງໝົດແມ່ນ ເຮັດວຽກແບບອິດສະຫຼະ, ມີ 15% ຂອງແຮງງານເທົ່ານັ້ນທີ່ ເຮັດວຽກແບບມີເງິນເດືອນ, ອີກອັນໜຶ້ງແມ່ນທັດສະນະ ຄະຕິທີ່ມີຕໍ່ຄວາມຮັບຜິດຊອບໃນວຽກງານຂອງແຮງງານລາວຍັງ ມີໜ້ອຍຊຶ່ງເກີດຈາກຫຼາຍປັດໃຈເປັນຕົນແມ່ນການເຄີຍຢູ່ແບບທຳມະຊາດ, ຮີດຄອງປະເພນີ, ກຽດສັກສີ ແລະ ອີກດ້ານໜຶ່ງ ແມ່ນຄວາມຮັບຜິດຊອບຂອງສັງຄົມ ໂດຍສະເພາະແມ່ນພາກລັດ ໃນການສ້າງສິ່ງອຳນວນຄວາມສະດວກໃຫ້ແກ່ການເຂົ້າເຖິງ ວຽກເຮັດງານທຳ, ລວມເຖິງການສ້າງປັດໃຈຕ່າງໆເພື່ອດຶງດູດ ແຮງ ງານລາວເຂົ້າສູ່ການມີສ່ວນຮ່ວມໃນການພັດທະນາຍັງ ມີຫຼາຍອັນພົບຄວາມຫຍຸ້ງຍາກ ທັງດ້ານນິຕິກຳ, ສະຖາບັນ ແລະ ການ ລົງທຶນເມື່ອທຽບໃສ່ຄວາມ ຮຽກຮ້ອງຕ້ອງການຕົວ ຈິງຂອງປະເທດເຮົາ.
    ທ່ານຫົວໜ້າກົມກ່າວວ່າ: ວຽກງານຄຸມຄອງ ແລະ ປົກ ປ້ອງແຮງງານໃນຊຸມປີຜ່ານມາມີຫຼາຍອັນໄດ້ຮັບການພັດທະນາ ເປັນກ້າວໆມາ, ຊຶ່ງພັກ ແລະ ລັດຖະບານກໍໄດ້ເອົາໃຈໃສ່ຊີ້ນຳຂະແໜງແຮງງານເຮັດໃຫ້ການຮັກສາສິດ ແລະ ຜົນປະໂຫຍດ ຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເທົ່າທຽມກັນຫຼາຍຂຶ້ນ, ຊຶ່ງມັນສະແດງອອກໃນການສ້າງ ແລະ ປັບປຸງກົດ ໝາຍ ແລະ ລະບຽບການຕ່າງໆທາງດ້ານແຮງງານໃຫ້ແທດ ເໝາະກັບສະພາບ ແລະ ເງື່ອນ ໄຂຕົວຈິງຂອງປະເທດ ແລະ ສາກົນ ໃນແຕ່ລະໄລຍະ, ພ້ອມ ນັ້ນຍັງໄດ້ສ້າງກົນໄກ ແລະ ລະ ບຽບການເພື່ອແກ້ໄຂບັນຫາ ດ້ານແຮງງານໃຫ້ມີປະສິທິພາບດີຂື້ນ. ແລະ ໃນໂອກາດວັນກຳ ມະກອນສາກົນ ( 1 ເມສາ ) ນີ້ກົມ ຄຸ້ມຄອງແຮງແຮງ. ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມຂໍຮຽກຮ້ອງມາຍັງຜູ້ໃຊ້ ແຮງງານໃນທົ່ວປະເທດ, ຈົ່ງ ໃຫ້ຄວາມເອົາໃຈໃສ່ພັດທະນາ ແລະ ເບິ່ງແຍງຮັກສາແຮງງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ຕົນໃຫ້ດີພ້ອມສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີ ເທົ່າທີ່ຈະສາມາດເຮັດໄດ້ທັງ ສອດຄ່ອງກັບລະບຽບກົດໝາຍ,ພ້ອມດຽວກັນກໍຮຽກຮ້ອງໃຫ້ຜູ້ອອກແຮງງານທຸກຄົນເອົາໃຈໃສ່ພັດທະນາຕົນເອງໃນທຸກໆ ດ້ານ, ເພື່ອເຮັດໃຫ້ຄຸນະພາບແຮງງານຂອງລາວເຮົາສູງຂຶ້ນ ແລະ ນຳຜົນປະໂຫຍດມາສູ່ທ່ານເອງ, ທຸລະກິດ ແລະ ປະເທດຊາດ ຈະເລີນຮຸ່ງເຮືອງຂຶ້ນຢ່າງບໍ່ຢຸດຢັ້ງ.

No comments:

Post a Comment