ໃນວັນທີ 20 ພຶດສະພານີ້, ຢູ່ຫ້ອງວ່າການລັດຖະບານ,
ທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີແຫ່ງ ສ ປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ
ຂຳ່ນັບຂອງທ່ານ ຮວາງ ມິງ (Huang Ming) ລັດຖະມົນຕີຊ່ວຍວ່າການກະຊວງສັນຕິບານ ສປ ຈີນ
ພ້ອມຄະນະ, ໃນໂອກາດເດີນທາງມາເພື່ອໄວ້ອາໄລຕໍ່ ການນຳລາວທີ່ເສຍຊີວິດຈາກເຫດການເຮືອບິນຕົກທີ່ແຂວງຊຽງຂວາງ
ເມື່ອເຊົ້າວັນທີ 17 ພຶດສະພານີ້ ເຊິ່ງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ສະແດງຄວາມຊົມເຊີຍ
ແລະ ຂອບໃຈ ຕໍ່ທ່ານ ຮວາງ ມິງ ແລະ ຄະນະ ທີ່ໄດ້ມາຢ້ຽມຢາມລາວ ເພື່ອໄວ້ອາໄລຕໍ່ບັນດາສະຫາຍການນຳຂອງລາວ
ທີ່ໄດ້ຮັບເຄາະຮ້າຍດັ່ງກ່າວ ຊຶ່ງເປັນເຫດການທີ່ບໍ່ເພິ່ງປາຖະໜາ ແລະ ເຮັດໃຫ້ພັກ
ແລະ ລັດຖະບານ ລາວສູນເສຍວິລະຊົນແຫ່ງ ຊາດ ແລະ ພະນັກງານການນຳປະຕິ ວັດທີ່ສຳຄັນ, ຜູ້ມີຜົນງານ
ແລະ ຄຸນງາມຄວາມດີຕໍ່ປະເທດຊາດ. ພ້ອມດຽວກັນນັ້ນທ່ານ ນາຍົກລັດຖະມົນຕີຍັງໄດ້ສະແດງ ຄວາມເຊື່ອໝັ້ນຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ
ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຈີນ ທີ່ນັບມື້ຂະ ຫຍາຍຕົວ.
Ad

21 May 2014
ຄວາມຄືບໜ້າການພັດທະນາອ່າງນ້ຳຂອງຕອນລຸ່ມ
ໂຄງການຄຸ້ມຄອງອ່າງໂຕ່ງນ້ຳແບບຍືນຍົງໃນອ່າງແມ່ນ້ຳ
ຂອງຕອນລຸ່ມເຂດເມືອງສັງທອງ, ນະຄອນຫລວງວຽງຈັນ ແມ່ນໜຶ່ງໃນບັນດາກິດຈະການທີ່ໄດ້ຮັບການສະ ໜັບສະໜູນຈາກລັດຖະບານເຢຍລະມັນ
ໃນມູນ ຄ່າ 5 ລ້ານຢູໂລ ແລະ ສົມທົບທຶນຂອງລັດຖະບານລາວ 5 ແສນເອີໂຣ, ມີໄລຍະ ເວລາ
7 ປີ (2010-2017), ມາຮອດປັດຈຸບັນການຈັດຕັ້ງປະຕິບັດໂຄງ ການດັ່ງກ່າວມີຄວາມຄືບໜ້າໄປຕາມແຕ່ລະບາດກ້າວແລ້ວ.
ໂຄງການຄຸ້ມຄອງອ່າງໂຕ່ງນ້ຳແບບຍືນຍົງໃນອ່າງແມ່ນ້ຳ
ຂອງຕອນລຸ່ມເຂດນ້ຳຕອນມີ ເນື້ອທີ່ທັງໜົດ 80.455 ເຮັກຕາ ກວມເອົາເຂດພື້ນທີ່ນ້ຳຕອນ
ແລະ ສ່ວນໜຶ່ງຂອງນ້ຳສັງທີ່ ເປັນສາຂາໜຶ່ງໄຫລລົງສູ່ນ້ຳ ຂອງ, ກວມເອົາ 34 ບ້ານ
ເຂດເມືອງສັງທອງ ແລະ 9 ບ້ານ ເມືອງຫີນເຫີບ ແຂວງວຽງຈັນ, ທັງນີ້ກໍເພື່ອສະໜັບສະໜູນນະໂຍບາຍ
ແລະ ການຈັດຕັ້ງແຜນຍຸດທະສາດ ຂອງການພັດທະນາຊັບພະຍາກອນນ້ຳແບບປະສົມປະສານ,
ເພື່ອແນໃສ່ຟື້ນຟູຊັບພະ ຍາກອນທຳມະຊາດ ແລະ ສ້າງ
ຈຳປາສັກກຽມສົ່ງແຮງງານຕ່າງດ້າວຜິດລະບຽບກັບຄືນປະເທດ
ທ່ານ ຄຳແປງ ປ່ຽງວໍລະວົງ ຫົວໜ້າພະແນກແຮງງານ
ແລະ ສະຫວັດດີການສັງຄົມແຂວງ (ຮສສ) ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ເພື່ອແກ້ໄຂກ່ຽວກັບບັນຫາແຮງງານຕ່າງປະເທດທີ່ເຂົ້າມາທຳມາຄ້າຂາຍ
ແລະ ອອກແຮງງານຢູ່ແຂວງຈຳປາສັກ ໂດຍສະເພາະເມືອງປາກເຊ ເຊິ່ງຖືວ່າເປັນເມືອງທົດລອງຂອງແຂວງແມ່ນໄດ້ແບ່ງເປັນ
2 ຄະນະກຳມະ ການ ເພື່ອຈັດຕັ້ງປະຕິບັດຄືຄະ ນະກຳມະການແກ້ໄຂແຮງງານຕ່າງປະເທດທີ່ເຮັດທຸລະກິດຊື້ຂາຍ-ລົງທຶນ
ໂດຍມີພະແນກ ອຸດສາຫະກຳ ແລະ ການຄ້າເປັນເຈົ້າ ການ ແລະ ຄະນະກຳມະ ການ ແກ້ໄຂແຮງງານທີ່ມາອອກແຮງງານ
ໂດຍສະເພາະໃນຂົງເຂດການກໍ່ສ້າງຕ່າງໆ ໂດຍແມ່ນພະແນກ ຮສສ ເປັນເຈົ້າ ການ
ແລະ ພາກສ່ວນທີ່ກ່ຽວ ຂ້ອງ ເຊິ່ງມາຮອດປັດຈຸບັນນີ້ ທັງສອງວຽກແມ່ນໄດ້ດຳເນີນໄປຄວບຄູ່ກັນໄປ
ໂດຍສະເພາະວຽກງານແກ້ໄຂຊາວຕ່າງປະເທດທີ່ມາຄ້າຂາຍຢູ່ຈຳປາສັກ ເຊິ່ງໄດ້ກວດກາຫລາຍກວ່າ
300 ຮ້ານ, ໃນນັ້ນ ມີ 192 ຮ້ານແມ່ນບໍ່ມີເງື່ອນໄຂ, ເຫລືອນັ້ນແມ່ນມີເງື່ອນໄຂ
ເຊິ່ງຜູ້ທີ່ມີເງື່ອນໄຂນັ້ນແມ່ນຕ້ອງມີທຶນນັບແຕ່ 250 ລ້ານຫາ 1 ຕື້ກີບ ເຊິ່ງໃນຈຳນວນນີ້
ຕ້ອງໄດ້ປັບປຸງອາຊີບຕົນເອງ ໂດຍບໍ່ໃຫ້ນອນໃນອາຊີບທີ່ສະ ຫງວນຂອງລາວຕາມກົດໝາຍ,
ຖ້າຫາກໃຜຍັງບໍ່ທັນປ່ຽນອາຊີບ ແລະ ເຂົ້າມາແບບບໍ່ຖືກຕ້ອງຕາມກົດໝາຍຖືວ່າບໍ່ສາມາດເຮັດທຸລະກິດຢູ່
ສປປ ລາວ ໄດ້ ເຊິ່ງ ຈະຖືກສົ່ງກັບຄືນປະເທດຄືກັນກັບຜູ້ທີ່ບໍ່ມີເງື່ອນໄຂ,
ປັດຈຸ ບັນຢູ່ໃນຂັ້ນຕອນເກັບກຳສະຖິຕິ ແລະ ຈຳນວນ ເພື່ອກະກຽມນຳສົ່ງກັບຄືນປະເທດ
ໂດຍມອບໃຫ້ ປກສ ແຂວງປະສານກັບພະແນກການຕ່າງປະເທດ.
ສາທາຫາລືການປັບປຸງລະບົບເຝົ້າລະວັງພະຍາດ
ວັນທີ 20 ພຶດສະພານີ້ພະແນກ ສາທາລະນະສຸກນະຄອນຫຼວງວຽງຈັນ, ໄດ້ຈັດ ກອງປະຊຸມປຶກສາຫາລືການປັບປຸງລະ ບົບເຝົ້າລະວັງພະຍາດ ແລະ ການລາຍ ງານ ຂໍ້ມູນຂອງ
6 ໂຮງໝໍສູນ ກາງຂຶ້ນຢູ່ພະແນກການດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງ
ຈັນ, ມີອຳນວຍການ ແລະ ຕົວ ແທນຈາກ 6 ໂຮງໝໍສູນການ ເຂົ້າຮ່ວມຢ່າງພ້ອມພຽງ.
ຮອງຫົວໜ້າພະແນກສາທາ ນະຄອນຫຼວງກ່າວວ່າ: ການເຝົ້າລະວັງແມ່ນມີ ຄວາມສຳຄັນຫຼາຍ,
ໂດຍສະເພາະແມ່ນການ ສະໜອງຂໍ້ມູນກ່ຽວກັບພະຍາດ ຕິດຕໍ່ທີ່ອາດເກີດຂຶ້ນໃໝ່, ຈາກ ບົດຮຽນກາ ນເຝົ້າລະວັງໃນປີ
2013 ຜ່ານມາເຫັນວ່າການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ຍັງມີຄວາມຫຍຸ້ງຍາກ, ສັບສົນ ບາງຢ່າງທີ່ຈະ
ບຸນບັ້ງໄຟປະເພນີ ມັກມີການພະນັນແອບແຝງຢູ່ຢ່າງເປີດແປນ
ຄືດັ່ງທີ່ຮູ້ກັນແລ້ວ ພໍເລີ່ມເຂົ້າສູ່ເດືອນ
6 ລາວ, ເຊິ່ງຢູ່ໃນລະຫວ່າງເດືອນ 5 ສາກົນໃນແຕ່ລະປີ ຢູ່ຕາມທ້ອງຖິ່ນເຂດແຂວງຕ່າງໆ
ໂດຍສະເພາະແມ່ນບັນດາແຂວງທົ່ງພຽງ ແຕ່ເໜືອຮອດໃຕ້ຊາວພຸດ ແລະ ປະຊາຊົນລາວບັນ
ດາເຜົ່າໄດ້ຈັດຕັ້ງງານບຸນປະເພນີທີ່ສຳຄັນເຊັ່ນວ່າ: ບຸນບັ້ງໄຟປະເພນີທີ່ຊາວພຸດລາວ
ກໍຄືບັນດາຊາວພຸດປະເທດໄກ້ຄຽງອື່ນໆ ໄດ້ພ້ອມພາກັນຈັດຕັ້ງບຸນບັ້ງໄຟປະເພນີເພື່ອຈູດບູຊາຂໍນ້ຳຟ້າ,
ນ້ຳຝົນນຳເທວະດາຟ້າແຖນຕາມຄວາມເຊື່ອຖືຂອງເຖົ້າແກ່ທີ່ມີມາແຕ່ບູຮານນະການໂດຍງານບຸນນີ້ໃນແຕ່ລະປີຢູ່ແຕ່ລະບ້ານ
ທີ່ເປັນເຈົ້າພາບຈັດງານ ໄດ້ຫ້າງຫາກະກຽມເຮັດເຂົ້າຕົ້ມເຂົ້າໜົມ ເພື່ອຕ້ອນຮັບແຂກຍາດຕິພີ່ນ້ອງມາຢື້ຢາມຖາມຂ່າວໃນມື້ປາງບຸນໃຫຍ່ໃນໜຶ່ງປີມີຄັ້ງດຽວ.
ແຕ່ເຖິງຢ່າງໃດກໍດີ ສິ່ງທີ່ໜ້າເປັນຫ່ວງມາເຖິງປັດຈຸບັນບຸນບັ້ງໄຟປະເພນີສ່ວນຫລວງຫລາຍໄດ້ຖືກສວຍໃຊ້ໄປໃນທາງທີ່ບໍ່ຖືກ
ຕ້ອງອັນເປັນການຝືນຕໍ່ຮີດຄອງປະເພນີ ໂດຍມີການພະນັນໃນການແຂ່ງຂັນບັ້ງໄຟຂອງແຕ່ລະພາກສ່ວນເກີດຂຶ້ນຢ່າງໜ້າເປັນຫວ່ງ
ແລະ ເປີດແປນ ທັງເປັນການຝືນກັບລະບຽບກົດໝາຍ ຂອງ ບ້ານເມືອງທີ່ກຳນົດໄວ້.
ສານແຂວງຫົວພັນຕັດສິນລົງໂທດພະນັກງານລັດ 10 ຄົນຍ້ອນສໍ້ລາດບັງຫລວງ
ເມື່ອວັນທີ 16 ພຶດສະພາຜ່ານມານີ້, ສານປະຊາຊົນແຂວງຫົວ
ພັນ ໄດ້ຕັດສິນລົງໂທດນາງ ອາລຸນໄຊ ແກ້ວມະນີ ອາຍຸ 31 ປີ ອະດີດພະນັກງານວິຊາການຫ້ອງ
ການການເງິນເມືອງຊຳເໜືອ, ທ້າວ ສົມມິດຕາ ແກ້ວປະເສີດ ອາຍຸ 32 ປີ ອະດີດພະນັກ
ງານວິຊາການຫ້ອງການງົບປະມານ ພະແນກການເງິນແຂວງຫົວພັນ, ທ້າວ ທ່ອນສີ ບຸນລືວີ
ອາຍຸ 54 ປີ ອະດີດຫົວໜ້າຫ້ອງ ການງົບປະມານ ພະແນກການເງິນແຂວງຫົວພັນ, ທ່ານນາງ
ວອນໃຈ ເຮືອງພິດາ ອາຍຸ 30 ປີ ອະດີດພະ ນັກງານຫ້ອງງົບປະ ມານພະ ແນກການເງິນແຂວງຫົວພັນ,
ທ້າວ ຄອນໄຈ ວິຫ້າຄຳໄຊ ອາຍຸ 49 ປີ ອະດີດຫົວໜ້າຫ້ອງການສຶກສາເມືອງຊຳເໜືອ, ທ້າວ
ທອງພັນ ຄຳມີໄຊ ອາຍຸ 44 ປີ ອະດີດພະນັກງານຫ້ອງການສຶກ ສາເມືອງຊຳເໜືອ, ນາງ ວັນພອນ
ທອງທະວີ ອາຍຸ 32 ປີ ພະ ນັກງານການເງິນ ຫ້ອງການສຶກ ສາເມືອງຊຳເໜືອ, ທ່ານນາງ
ໄຄຄຳ ອູ່ທອງຄຳ ອາຍຸ 34 ປີ ອະ ດີດພະນັກງານສຶກສາເມືອງຊຳເໜືອ, ທ່ານ ຄຳຜາຍ ນັນທະວົງດວງສີ
ອາຍຸ 47 ປີ ອະດີດຫົວ ໜ້າຫ້ອງການການເງິນເມືອງຫົວ
ຍຶດສັດປ່າຫວງຫ້າມເປັນຈຳນວນຫລາຍ
ເຈົ້າໜ້າທີ່ກອງກວດກາປ່າໄມ້ ເມືອງໄຊພູທອງ
ແຂວງສະ ຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນ ລະເມືອງວ່າມີການລັກລອບຊື້-
ຂາຍສັດປ່າຫວງຫ້າມເປັນຈຳ ນວນຫລາຍຢູ່ຕະຫລາດສົ່ງເສີມກະສິກຳເປັນສິນຄ້າເມືອງໄຊພູທອງ,
ເຈົ້າໜ້າທີ່ຈຶ່ງໄດ້ນຳກຳ ລັງລົງກວດກາ ແລະ ພົບເຫັນມີການຊື້-ຂາຍສັດປ່າຫວງຫ້າມແທ້
ຈຶ່ງໄດ້ຢຶດສັດປ່າດັ່ງກ່າວ ເຊິ່ງປະກອບມີແລນ 5 ໂຕ, ງູສິງ 2 ໂຕ, ນົກ 15 ໂຕ ແລະ
ເສືອລາຍເມກ ແລະ ໄດ້ນຳຕົວຜູ້ກະທຳຜິດມາສຶກສາອົບຮົມຕາມກົດໝາຍ, ສ່ວນສັດປ່າທັງໝົດແມ່ນໄດ້ນຳໄປປ່ອຍຄືນສູ່ທຳມະຊາດໃນວັນດຽວກັນ
ໂດຍການເຂົ້າຮ່ວມຂອງທ່ານ ຮອງເຈົ້າເມືອງໄຊພູທອງ
ພ້ອມເຈົ້າໜ້າທີ່ກ່ຽວຂ້ອງ.
Subscribe to:
Posts (Atom)