Ad

Ad

4 December 2014

ຄະນະປະຈຳສະພາຫາລືວຽກສຳຄັນປະຈຳເດືອນພະຈິກ



   ກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນພະຈິກ 2014, ໄດ້ມີຂຶ້ນ ໃນວັນທີ 3 ທັນວານີ້, ພາຍໃຕ້ການເປັນປະ ທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຄະນະປະຈຳສະພາ ແຫ່ງຊາດເຂົ້າຮ່ວມ ຢ່າງ ພ້ອມພຽງ. ເຊິ່ງກອງປະຊຸມໄດ້ຮັບ ຟັງບົດລາຍງານຄວາມພ້ອມ ຮອບດ້ານກ່ຽວ ກັບການກະກຽມ ແລະ ຮັບໃຊ້ກອງປະຊຸມສະໄໝ ສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ VII, ຜ່ານຮ່າງ ບົດລາຍງານການເຄື່ອນໄຫວ ວຽກງານ 6 ເດືອນທ້າຍປີ 2014 ແລະ ທິດທາງວຽກງານ 6 ເດືອນຕົ້ນປີ 2015 ຂອງຄະນະປະຈຳສະພາແຫ່ງຊາດຕໍ່ກອງ ປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ VII, ຮັບຟັງລາຍງານຄວາມຄືບໜ້າການກະກຽມບົດລາຍງານຜົນການ ສອບສວນບົດສະຫລຸບຂາດຕົວການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດສົກປີ 2012-2013, ພິຈາລະນາແຕ່ງຕັ້ງ ຮອງຫົວໜ້າອົງການກວດສອບປະຈຳພາກເໜືອ, ຜ່ານແບບໂຄງການກໍ່ສ້າງຫ້ອງວ່າການສະພາແຫ່ງ ຊາດປະຈຳ

ກອງປະຊຸມທຸລະກິດລາວຄັ້ງທີ 9 ເນັ້ນຫາລືເຊື່ອມໂຍງພາກພື້ນ



    ກອງປະຊຸມທຸລະກິດລາວ ຄັ້ງທີ 9 ໄດ້ມີຂຶ້ນໃນວັນທີ 3 ທັນ ວານີ້ຢູ່ໂຮງແຮມ ລາວພລາຊາ, ນະຄອນຫລວງວຽງຈັນ, ໂດຍ ການເປັນປະທານຂອງທ່ານ ສົມ ສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ, ເພື່ອເນັ້ນໃສ່ການປືກສາຫາລືການເຊື່ອມໂຍງເສດ ຖະກິດຂອງລາວກັບພາກ ພື້ນ, ໂດຍສະເພາະການກ້າວ ເປັນປະຊາຄົມເສດຖະ ກິດອາ ຊຽນໃນທ້າຍປີ 2015 ນີ້.
    ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກ່າວ ວ່າ: ກອງປະຊຸມທຸລະກິດລາວ ແມ່ນເວທີປືກສາຫາລືລະ ຫວ່າງພາກລັດ ແລະ ເອກກະຊົນ ເພື່ອຮ່ວມກັນຊອກຫາວິທີທາງແກ້ໄຂບັນຫາຕ່າງໆທີ່ພົວພັນເຖິງນະໂຍບາຍ ຂອງລັດຖະ ບານໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດຕົວຈິງຂອງປະເທດ, ເພື່ອຮັບປະກັນໃຫ້ແກ່ການສ້າງສະ ພາບແວດ ລ້ອມທີ່ເອື້ອອຳນວຍຕໍ່ການດຳ ເນີນທຸລະກິດ ແລະ ການລົງທຶນ ຢູ່ລາວ ແລະ ການປຶກສາຫາລື ການກະກຽມ

ທຳລາຍສິນຄ້າໜີພາສີເປັນຈຳນວນຫລາຍ



    ໜ່ວຍງານຕ້ານ ແລະ ສະ ກັດກັ້ນສີນຄ້າລັກລອບໜີພາສີ ກະຊວງການເງິນ, ໄດ້ທຳລາຍ ສີນຄ້າລັກລອບໜີພາສີຈຳນວນ ຫລາຍລາຍການຄື: ຈັກສະຕິນ 178 ເຄື່ອງ, ອາໄຫລ່ຈັກຕັດໄມ້ 28 ແກັດ, ໂສ້ຈັກຕັດໄມ້ 400 ເສັ້ນ, ໃບເລື່ອຍ 144 ໃບ, ຕູ້ເກມ 5 ໜ່ວຍ, ປື້ມວາລະສານ 98 ແກັດ, ຢາປົວພະຍາດ 70 ແກັດ, ໂທລະພາບ 5 ໜ່ວຍ, ເຄື່ອງສາກ ໝໍ້ໄຟ 17 ໜ່ວຍ, ອຸປະກອນໄຟ ຟ້າ 31 ລາຍ ການ ແລະ ອື່ນໆ ລວມ ມູນຄ່າປະມານ 233 ລ້ານກວ່າ ກີບ, ໂດຍສິນຄ້າດັ່ງກ່າວ ແມ່ນເຈົ້າໜ້າທີ່ພາສີຍຶດໄດ້ແຕ່ປີ 2008 - 2013 ແລະ ບໍ່ມີເຈົ້າຂອງມາ ພົວພັນເອົາຈຶ່ງໄດ້ນຳມາທຳລາຍຖິິ້ມ.
     ທ່ານ ທອງພັດ ລາດຊະວົງ ຮອງພະແນກຕ້ານ ແລະ ສະກັດ ກັ້ນສິນຄ້າໜີພາສີ ກ່າວວ່າ: ໃນ ໄລຍະຜ່ານມາ, ເຈົ້າໜ້າທີ່ ພາສີ ກໍໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນ ການຈັດຕັ້ງປະຕິບັດໜ້າທີ່ກໍຄື ການປະຕິບັດກົດໝາຍວ່າດ້ວຍ ພາສີຢ່າງເຂັ້ມງວດແນ ໃສ່ໃຫ້ຜູ້ ປະກອບການດຳເນີນທຸລະກິດ ນຳເຂົ້າສິນຄ້າຖືກຕ້ອງຕາມລະບຽບກົດໝາຍພ້ອມທັງຈຳກັດຜູ້ລະເມີດແລະຮັບປະ

ກອງ​ປະຊຸມ​ສະ​ໄໝ​ສາມັນເທື່ອ​ທີ 8 ຂອງສະພາ​ແຫ່ງ​ຊາດ​ຊຸດ​ທີVIIຈະ​ໄຂ​ຂຶ້ນແຕ່ວັນທີ 9-26 ທັນວານີ້



      ໃນ​ວັນ​ທີ  3 ​ທັນວານີ້, ທ່ານ ອຸນ​ແກ້ວ ວຸທິລາດ ​​ຄະນະ​ປະ​ຈຳ​, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ທັງ​ເປັນ​ໂຄ​ສົກ​ສະພາ​ແຫ່ງ​ຊາດ, ໄດ​້ຖະ​ແຫລ​ງຂ່າວ​ກ່ຽວ​ກັບຄວາມພ້ອມຂອງການດຳ ເນີນກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອທີ 8 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​​ວ່າ: ກອງ​ປະຊຸມດັ່ງ ກ່າວຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 9-26 ທັນວານີ້ ເພື່ອພິຈາລະນາ​ ​ແລະ ຮັບຮອງ​ບັນຫາ​ສຳຄັນ​ຕ່າງໆ​ເປັນຕົ້ນ:​ ຜົນການ​ຈັດຕັ້ງປະຕິ ບັດ​ການ​ດັດ​​ແກ້ງົບ​ປະມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ສົກ​ປີ 2013- 2014, ຜົນ​ຂອງ​ການຈັດຕັ້ງປະ ຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະ ລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ເຊັ່ນ: ການ​ສົ່ງ​ເສີມທຸລະ​ກິດ​ຂະ ໜາດ​ນ້ອຍ ​ແລະ ຂະໜາດ​ກາງ ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ແລະ ບັນລຸ​ເປົ້າ​ໝາຍ​ທີ 1 ຂອງ​ເປົ້າ​ໝາຍ​ສະ ຫັດ​ສະ​ວັດ​ເພື່ອ​ການ​ພັດທະນາ, ການ​ພັດທະນາ​ສີມື​ແຮງ​ງານ, ການ​ຂາດ​ແຄນ​ແຮງ​ງານ, ມາດ​ຕະການ​ໃນ​ການ​ຄຸ້ມ​ຄອງ​ແຮງ​ງານ​ພາຍ​ໃນ ແລະ ຕ່າງປະ​ເທດ, ບົດ​ລາຍ​ງານ​ຜົນ​ຂອງ​ການກວດ​ສອບ​ບົດ​ສະຫລຸບ​ຂາດ​ຕົວ​ການ ຈັດຕັ້ງປະຕິບັດ​ແຜນງົບປະມານ​ແຫ່ງ​ລັດ​ປະ​ຈຳ​ສົກ​ປີ 2012- 2013, ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບການຈັດຕັ້ງ ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານລະຫວ່າງກອງ​ປະຊຸມ​ສະ​ໄໝ​ສາມັນເທື່ອ​ທີ 7 ຫາ​ ເທື່ອ​ທີ 8

ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ອຸປະຖຳຄອມພິວເຕີ170 ຊຸດ ໃຫ້ແກ່ສຳນັກງານອົງການຕ່າງໆຂອງລາວ



         ເນື່ອງໃນໂອກາດລະນຶກ ວັນຊາດທີ 2 ທັນວາ ຄົບຮອບ 39 ປີ (2/12/ 1975-2/12/2014) ນີ້, ທະນາຄານພັດທະນາ ແລະ ລົງ ທຶນ ຫວຽດນາມ, ໄດ້ມອບຄອມ ພິວເຕີ ຈຳນວນ 30 ຊຸດໃຫ້ແກ່ ສູນກາງແນວລາວສ້າງຊາດ, ຊຶ່ງແມ່ນຫນຶ່ງໃນຈຳ ນວນ 170 ຊຸດ ແລະ ເຄື່ອງພິມຈຳນວນ 4 ເຄື່ອງ, ທີ່ທະ ນາຄານ BIDV ໄດ້ ມອບໃຫ້ສຳນັກງານອົງການ ຕ່າງໆຂອງລາວໃນ ໂອກາດ ດັ່ງກ່າວຄື: ສຳນັກງານຂ່າວສານ ປະເທດລາວ, ຄະນະຄົ້ນຄວ້າ ຍຸດທະສາດການ ພັດທະນາເສດຖະກິດແຫ່ງຊາດລາວ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະຈັດຕັ້ງ ສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ. 
         ທ່ານ ພັນດວງຈິດ ວົງສາ ກຳມະການສູນກາງພັກ, ປະ ທານສູນກາງແນວລາວສ້າງ ໄດ້ມີໄດ້ມີຄຳເຫັນໃນພິທີວ່າ: ນີ້ ແມ່ນການຊ່ວຍເຫລືອທີ່ມີຄ່າ ຂອງທະນະຄານ BIDV ໃຫ້ແກ່ ລາວເຮົາ ແລະ ນັບແຕ່ປີ 2005 ມາຮອດປັດຈຸບັນທະນະຄານ ດັ່ງກ່າວໄດ້ໃຫ້ການຊ່ວຍເຫລືອລາວມາແລ້ວຕົກເປັນມູນຄ່າປະມານ 10 ລ້ານໂດລາສະຫະລັດ, ເຂົ້າ ໃນຫລາຍຂົງເຂດວຽກ

ເລື່ອງທຳມະດາ ຂອງຄົນບໍ່ທຳ ມະດາ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ບໍ່ຮູ້ວ່າມີຈັກຄົນໄດ້ອ່ານບົດ ຂອງຈານແຍ່ທີ່ເວົ້າເຖິງມາດຕະ ການຂອງທາງການອິນເດຍ ເພື່ອ ກຳຈັດພະຍາດ “ເຂົ້າ ການຊ້າແຕ່ເລີກກ່ອນໂມງ” ມັນເປັນບົດທີ່ ກ່ຽວກັບບັນຫາຢູ່ບ້ານເພິ່ນເມືອງ ທ່ານ ແລະ ກໍມີບາງຄົນວ່າຢູ່ບ້ານ ເຮົາກໍຄວນເປີດບັ້ນ ຮົບຕ້ານພະຍາດຊຳເຮື້ອດັ່ງກ່າວຄືກັນ.
     ສຳລັບມື້ນີ້, ຈານແຍ່ຂໍຕິດປີກ ໃຫ້ທ່ານຜູ້ອ່ານບິນໄປເບິ່ງສະ ພາບການຢູ່ຕ່າງປະເທດ. ເລື່ອງ ຊິວ່ານີ້ແມ່ນກ່ຽວກັບປະ ທານາທິ ບໍດີອິນໂດເນເຊຍ ທີ່ມີນັກຂ່າວ ຫຸ້ມຫໍ່ເຈາະຂ່າວເອົາມາລົງໜັງສື ພິມໜ້າໜຶ່ງຢູ່ເປັນປະຈຳ. ທີ່ເປັນ ແບບນັ້ນກໍເພາະ ວ່າ ທ່ານປະທາ ນາທິບໍດີ ໂຈໂກ ວີໂດໂດ ທີ່ຫາກໍ ຂຶ້ນນັ່ງບັນລັງປະທານາທິບໍດີອິນ ໂດເນເຊຍຫວ່າງສອງເດືອນຜ່ານມາ ໄດ້ມີຂໍ້ລິ ເລີ່ມຫລາຍແນວທີ່ ແປກໆໃໝ່ໆຕ່າງກັບປະທານາທິ ບໍດີຄົນກ່ອນໆ, ແຕ່ຄວາມແປກ ໃໝ່ທັງໝົດທັງປວງລ້ວນແຕ່ ເປັນເລື່ອງທີ່ ທົ່ວສັງຄົມຊື່ນຊົນເຊັ່ນ: ນະໂຍບາຍຂອງທ່ານໃນການຢຸດ ສະໜອງນ້ຳມັນເຊື້ອໄຟລາຄາອຸດ ໜູນໃຫ້ບັນດາເຈົ້າ ຂອງພາຫະນະ ທີ່ມີລາຍຮັບລະດັບປານກາງ, ແຕ່ ໂອກາດດຽວກັນ ກໍໄດ້ສືບຕໍ່ອຸດ ໜູນເງິນ ແລະ ນ້ຳມັນເຊື້ອໄຟໃຫ້ຄອບ ຄົວທຸກຍາກ. ນີ້ສະ ແດງໃຫ້ ເຫັນວ່າ: ທ່ານປະທານາທິບໍດີ ໃຫ້ຄວາມສົນໃຈຊ່ວຍເຫລືອຜູ້ ທຸກຍາກຢ່າງແທ້ຈິງ.

ກຸ່ມບໍ​ສັດ​ໂຊກ​ໄຊຈະ​ເລີ​ນການ​ຄ້າ​ມອບ​ເງິນຊ່ວຍ​ເຫຼືອ​ໂຮງ​ໝໍ​ແມ່​ແລະ​ເດັກ



          ວັນ​ທີ 1 ທັນ​ວາ​ນີ້​, ບໍລິສັດ​ໂຊກ​ໄຊ​ຈະ​ເລີ​ນການ​ຄ້າ​ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອ​ໂຮງໝໍ​ແມ່​ ແລະ​ເດັກ​ຈຳນວນ 38 ລ້ານ​ກີບ, ໂດຍພິທີມອບຮັບໄດ້ມີຂື້ນຢູ່ໂຮງໝໍດັ່ງ ກ່າວລະຫວ່າງທ່ານປະທານບໍລິສັດ ແລະ ອຳນວນການໂຮງໝໍແມ່ ແລະ ເດັກ, ເພື່ອປະ ກອບສ່ວນເຂົ້າໃນການຍົກສູງຄຸນນະພາບຂອງການບໍລິການໂຮງໝໍ ແມ່ ແລະ ເດັກດີຂຶ້ນ, ໂດຍສ ເພາະແມ່ນຄວາມຂາດເຂີນໃນ ດ້ານຕ່າງໆ, ດັ່ງນັ້ນ ທາງບໍລິສັດຈຶ່ງໄດ້ແບ່ງເບົາພາລະຕ່າງໆໃຫ້ແກ່ປະຊາຊົນຜູ້ດ້ອຍໂອກາດ, ສິ່ງສຳ ຄັນຄືສຸຂະພາບຂອງເດັກ ເກີດໃໝ່ເພາະເດັກໃນມື້ນີ້ຄືຜູ້ ໃຫຍ່ໃນມື້ໜ້າ ແລະ ຄືອະນາຄົດຂອງຊາດ, ຊຶ່ງນອກຈາກການ ຊ່ວຍ ເຫຼືອຂອງບໍລິສັດແລ້ວຍັງ ຈະຂົນຂວາຍຫາພາກສ່ວນອື່ນໆເພື່ອມາຊ່ວຍເຫຼືອໂຮງໝໍແມ່ ແລະ ເດັກຕື່ມອີກ.
          ອຳນວຍການໂຮງໝໍແມ່ ແລະ ເດັກໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອດັ່ງກ່າວ ແລະ ຈະນຳ ໃຊ້ເງິນຊ່ວຍເຫຼືອນີ້ໃຫ້ເກີດ ປະໂຫຍດສູງສຸດໂດຍສະເພາະແມ່ນຈະໃຫ້ບູລິມະສິດແກ່ຄົນເຈັບທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດອຍໂອກາດທີ່ເຂົ້າມາປິ່ນ ປົວຢູ່ ໂຮງໝໍແຫ່ງນີ້.

ອຸຕຸແຈ້ງໄລຍະນີ້ອາກາດຍັງຈະສືບຕໍ່ເຢັນລົງ 1-3 ອົງສາ



     ກົມອຸຕຸນິຍົມ ແລະ ອຸທົກ ກະສາດໃຫ້ຮູ້ວ່າ: ສະພາບອາ ກາດນັບແຕ່ວັນທີ 3-9 ທັນວານີ້, ບໍລິເວນຄວາມກົດດັນອາກາດ ສູງຂອງອາກາດເຢັນຍັງຈະມີກຳລັງປານກາງຫາແຮງສືບຕໍ່ປົກ ຄຸມຢູ່ທົ່ວທຸກພາກຂອງປະເທດ ລາວ, ສົມທົບກັບລົມຕາເວັນ ອອກສ່ຽງເໜືອພັດປົກຄຸມເປັນ ສ່ວນໃຫຍ່, ເຮັດໃຫ້ອຸນຫະພູມ ອາກາດຈະໜາວລົງຕື່ມອີກ, ໂດຍສະເພາະແຂວງພາກເໜືອ ດ້ານຕາເວັນອອກ, ແຂວງໄຊ ສົມບູນ, ຫລັກ 20, ປາກຊ່ອງ, ນິຄົມ 34, ທ່າແຕງ ແລະ ເມືອງ ດາກຈຶງ ພ້ອມມີໝອກ ໜາປົກ ຫຸ້ມໃນຕອນເຊົ້າ ແລະ ຈະ ມີຝົນ ຕົກກະຈາຍພ້ອມຈະມີລົມພັດ ແຮງເປັນບາງໂອກາດຢູ່ບາງ ທ້ອງຖິ່ນໃນແຕ່ລະ ພາກ.
    ສະພາບອຸນຫະພູມໃນທ້າຍ ອາທິດນີ້ອາກາດຍັງຈະໜາວ ເຢັນຕື່ມອີກ, ໂດຍສະເພາະ ແຂວງພາກເໜືອຫາພາກກາງ ດ້ານຕາ ເວັນອອກ, ເຂດພູດອຍ, ແຂວງໄຊສົມບູນ, ປາກຊ່ອງ, ທ່າແຕງ ແລະ ເມືອງດາກຈຶງ ອຸນຫະພູມອາກາດຈະເຢັນລົງ ຕື່ມ 1-3 ອົງສາ, ຍ້ອນກະແສລົມ ຕາເວັນອອກສ່ຽງເໜືອຈະມີກຳ ລັງແຮງເພີ້ມຂຶ້ນພັດປົກຄຸມ, ພ້ອມມີໝອກໜາປົກຫຸ້ມໃນ ຕອນເຊົ້າ. ສະພາບຝົນໃນໄລຍະໜຶ່ງ ອາທິດຕໍ່ໜ້ານີ້ຈະມີຝົນຕົກກະ ຈາຍຢູ່ບາງທ້ອງຖິ່ນທາງດ້ານ ຕາເວັນອອກຂອງແຕ່ລະ ພາກພ້ອມມີ ລົມພັດແຮງເປັນບາງໂອກາດຈຶ່ງ​ເຕືອນໃຫ້ປະຊາຊົນເຮົາ ມີສະຕິຮັກສາສຸຂະພາບ, ນຸ່ງຖື ໃຫ້ອົບອຸ່ນ ແລະ ເອົາ ໃຈໃສ່ປະ ຕິບັດ ຫລັກການອະນາໄມສາມ ສະອາດໃຫ້ເຂັ້ມງວດຄື: ກິນ, ດື່ມ ແລະ ນຸ່ງຫົ່ມໃຫ້ສະບາຍ.

ຊົນ​ລະ​ປະທານ​ເຊ​ສາລາ​ລອງ​ສາມາດ​ສະໜອງນ້ຳ​ໃນ​ເນື້ອ​ທີ່ 2 ພັນເຮັກຕາ



           ໂຄງການ​ຊົນລະປະທານ ເຊ​ສາລາ​ລອງຢູ່​ເມືອງ​ທ່າ​ປາງ​ທອງ, ແຂວງ​ສະຫວັນ​ນະ​ເຂດ, ເປັນ​ຊົນລະປະທານ​ຂະໜາດ​ໃຫຍ່​ໃນລາວມີ​ມູນ​ຄ່າ​ກໍ່ສ້າງ​ທັງ ໝົດ 50 ລ້ານກ່ວາ​ໂດ​ລາ​ສະຫະ ລັດ,​ ໂດຍ​ແມ່ນ​ທຶນກູ້​ຍືມດອກ​ເບ້ຍ​ຕ່ຳຈາກ​ທະນາຄານ ສປ ຈີນ, ໃນ​ນັ້ນປະກອບ​ມີ​ຈຸດ​ຕັ້ງຫົວ​ງານ​ອ່າງ​ເກັບ​ນ້ຳໂດຍ​ສ້າງ​ເປັນ​ເຂື່ອນ​ຫີນ​ຖົມ​ຍາວ 1.800 ແມັດ, ກັ້ນນ້ຳ​ເຊຢູ່ລະຫວ່າງ​ກາງພູ​ກະຊະ ​ແລະ ພູ​ຄັນຍູ ສາມາດ​ເກັບ​ນ້ຳ​ໄດ້​ທັງໝົດ 75 ລ້ານແມັດ​ກ້ອນ, ນອກຈາກ​ສ້າງ​ເຂື່ອນ​ແລ້ວ​ຍັງ​ມີ​ລະບົບ​ຄອງ​ເໝືອງຄົບ​ຊຸດ, ມາ​ຮອດ​ປັດຈຸບັນ​ໂຄງການ​ດັ່ງກ່າວ​ໄດ້​ກໍ່ສ້າງ​ສຳ​ເລັດ 100% ຄາດ​ວ່າ​ຈະ​ສາມາດ​ຫົດ​ເນື້ອ​ທີ່​ໄດ້​ທັງໝົດ 2 ພັນເຮັກຕາ, ແຕ່​ໃນ​ລະ ດູ​ການ​ຜະລິດ​ທີ່​ຈະ​ມາ​ເຖິງ​ນີ້​ຄາດ​ວ່າ​ກະສິກອນ​ຢູ່​ເຂດ​ຊົນລະປະ ທານ​ຈະ​ທຳ​ການ​ຜະລິດ​ລະດູ​ແລ້ງ​ໃຫ້​ໄດ້ 500 ເຮັກຕາ. ຂໍ້​ມູນ​ດັ່ງ ກ່າວ​ໄດ​້ຮັບ​ການ​ລາຍ​ງານ​ຈາກ​ຄະນະ​ຮັບຜິດຊອບ​ໂຄງ ການເມື່ອ​ວັນ​ທີ 1 ທັນວານີ້, ໃນ​ໂອກາດ​ທີ່​ທ່ານ ວິ​ໄລ​ວັນ ພົມ​ເຂ ລັດຖະ ມົນຕີ​ກະຊວງ​ກະສິກຳ ແລະ ປ່າ​ໄມ້ ພ້ອມ​ດ້ວຍ​ຄະນະ​ເດີນທາງ​ລົງ​ຊີ້​ນຳ​ວຽກງານ​ພື້ນ

ຈະ​ເລີ່​ມກໍ່ສ້າງ​ໂຄງການ​ເຄື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳ​ໄພ​ແຂວງ​ວຽງຈັນ



   ໂຄງການ​ກໍ່ສ້າງ​ເຄື່ອນ​ນ້ຳຕົກ​ຂະໜາດນ້ອຍ 2,5 MW ນ້ຳ​ໄພ,​ເຊິ່ງຕັ້ງຢູ່​ເຂດ​ບ້ານ​ນາ​ແຍ້, ເມືອງ​ວັງ​ວຽງ, ​ແຂວງ​ວຽງຈັນ, ຈະ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ແລ້ວ, ພາຍ ຫຼັງ ສຳ​ເລັດ​ການ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ​ກັນ​ລະ​ຫ່ວາງ​ບໍລິສັດ​ຜູ້​ຮັບ​ເໝົາກໍ່ສ້າງ ​ແລະ ອຳນາດ​ການ​ປົກຄອງ​ແຂວງ​ວຽງຈັນ.
    ທ່ານ ວັນ​ທອງ ​ໄຊ​ປັນຍາ​ສິນ ປະທານ​ບໍລິສັດ​ບົວທອງ​ນ້ຳ​ໄພ ພາວ​ເວີຈຳກັດ​ຜູ້ດຽວໄດ້​ກ່າວ​ໃນ ພິທີ​ລົງ​ນາມ​ຄຸ້ມ​ຄອງ​ໂຄງການ​ກໍ່ສ້າງ​ເຂື່ອນ​ດັ່ງກ່າວ​ໃນ​ອາທິດ​ຜ່ານ​ມາ​ວ່າ: ພາຍຫຼັງລົງ​ນາມ​​ແລ້ວ​ບໍລິສັດ​ຕົນ​ຈະເລີ່​ມລົງມື​ກໍ່ສ້າງ​ທັນທີ. ເຊິ່ງ​ໂຄງການ​ມີ​ມູນ​ຄ່າ​ປະມານ 5 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ແລະ ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ ​ແລະ ນຳ​ໃຊ້​ໃນ​ທ້າຍ​ປີ 2015 ນີ້. ຮ່ວມ​ລົງ​ນາມ​ໃນ​ສັນຍາ​ການ​ຄຸ້ມ​ຄອງ​ເຄື່ອນ​ໄຟຟ້າ​ນ້ຳ ຕົກ​ຂະໜາດນ້ອຍ​ນ້ຳ​ໄພ​ໃນ​ຄັ້ງນີ້​ຝ່າຍ​ອຳນາດ​ການ​ປົກຄອງ​ແຂວງ​ວຽງຈັນແມ່ນທ່ານ ອຸ​ດົງ ພົງ​ໄພ​ປະດິດ ຫົວໜ້າພະ​ແນ​ກ​ແຜນການ ແລະ ການ​ລົງທຶນ​ແຂວງ​ວຽງຈັນ ແລະ ທ່ານ ບົວ ທອງ ​ໄຊ​ປັນຍາ​ສິດ ປະທານ​ບໍລິ ສັດ​ບົວ ທອງ​ນ້ຳ​ໄພາວ​ເວີ​ຈຳ​ກັດ​ຜູ້ດຽວ.

ການສຶກສາກ່ອນໄວຮຽນມີຕົວເລກດີຂຶ້ນຫລາຍ



     ກະຊວງສຶກສາທິການ ແລະ ກິລາໄດ້ດຳເນີນການປະເມີນຜົນກາງສະໄໝຂອງການຈັດຕັ້ງປະຕິບັດແຜນພັດທະນາການ ສຶກສາ ແລະ ກິລາ 5 ປີ, ຊຶ່ງເຫັນວ່າ ວຽກງານສຶກສາ ແລະ ກິລາ ໄດ້ ຮັບການປັບປຸງ ແລະ ພັດທະນາ ດີຂຶ້ນເທື່ອລະກ້າວ, ໂດຍສະເພາະ ວຽກງານການສຶກສາກ່ອນໄວ ຮຽນແມ່ນໄດ້ຮັບການພັດທະນາດີຂຶ້ນເປັນຕົ້ນຈຳນວນນັກຮຽນ, ຈຳນວນຫ້ອງ ຮຽນ ແລະ ຄູສອນ ໃນແຕ່ລະຊັ້ນ, ແຕ່ລະສາຍທັງ ພາກລັດ ແລະ ເອກະຊົນໄດ້ເພີ່ມ ຂຶ້ນເຊັ່ນ: ອັດຕາການເຂົ້າຮຽນ ຂອງ ເດັກ 3-5 ປີ ໄດ້ເພີ່ມຈາກ 33% ໃນສົກປີ 2012 - 2013 ເປັນ 39%  ໃນປີ 2013-2014, ອັດຕາ ເຂົ້າຮຽນໃໝ່ສຸດທິ ປ.1 ໄດ້ເພີ່ມ ຂຶ້ນ ຈາກ 93,4% ເປັນ 96,3%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ໄດ້ເພີ້ມຂຶ້ນຈາກ 96,8% ເປັນ 98%, ອັດຕາເຂົ້າຮຽນລວມຊັ້ນ ມັດທະຍົມຕົ້ນ ໄດ້ເພີ່ມຂຶ້ນຈາກ 69% ເປັນ 74,4%, ອັດຕາເຂົ້າ ຮຽນລວມຊັ້ນມັດທະຍົມຕອນ ປາຍ ເພີ່ມຈາກ 37,3% ເປັນ 41,3% ໃນປີ 2013-2014. ນອກ ຈາກນັ້ນ ວຽກງານການລົບ ລ້າງຄວາມບໍ່ຮູ້ໜັງສື, ການບຳ ລຸງຍົກລະດັບການສຶກສາ ແລະ ຝຶກອົບຮົມວິ ຊາຊີບຂັ້ນພື້ນຖານ ກໍໄດ້ຮັບການເອົາໃຈໃສ່ຈາກ ພາກສ່ວນທີ່ກ່ຽວ ຂ້ອງ. ປັດຈຸ ບັນນີ້ ມີ 144 ເມືອງ ແລະ 10 ແຂວງປະກາດ ຈົບຊັ້ນປະຖົມບຳລຸງແລ້ວ ແລະ ມີ 13 ເມືອງ ທີ່ສາມາດປະ ກາດຈົບຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງເຖິງແມ່ນວ່າອັດຕາ ການເຂົ້າຮຽນ ຂອງເດັກໃນເກນອາຍຸ 3-5 ປີ ສະ