Ad

Ad

16 November 2016

ປະທານາທິບໍດີໄອ​ແລນຢ້ຽ​ມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ

          ເຊົ້າ​ວັນ​ທີ 15 ພະຈິກນີ້, ທີ່​ທຳນຽບປະທານ​ປະ​ເທດ ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ​ ​ໄດ້​ຕ້ອນຮັບ​ທ່ານ ​ໄມ​ເຄີ​ນ ດາ​ນຽວ ຮິ​ກກີ​ນ ປະທານາທິບໍດີ​ໄອ​ແລນ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ​ຢ່າງອົບ​ອຸ່ນ ​ແລະ ສົມ​ກຽດ ໃນ​ໂອກາດທີ່​ເດີນທາງ​ມາຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ລະຫວ່າງວັນ​ທີ 14-16 ພະຈິກ 2016.
           ຈາກ​ນັ້ນ​, ໄດ້​ມີ​ການພົບ​ປະ​ສອງ​ຝ່າຍ ເພື່ອ​ປຶກສາ​ຫາລື​ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ການ​ພົວ ພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຕໍ່ໜ້າ ແລະ ສອງຝ່າຍຕີລາຄາວ່າ: ​ໃນ​ໄລຍະ​ຜ່ານ​ມາ ​ໄອ​ແລນ ​ໄດ້​ໃຫ້

ນະຄອນຫລວງວຽງຈັນເປັນເຈົ້າພາບຈັດກອງປະຊຸມ​ບັນດາເຈົ້າ​ຄອງ​ນະຄອນຫລວງ​ອາ​ຊຽນ​ ຄັ້ງທີ IV

          ກອງ​ປະຊຸມ​ບັນດາ​ເຈົ້າ​ຄອງ​ນະຄອນຫລວງ​ອາ​ຊຽນ ຄັ້ງ​ທີ IV ​ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 15 ພະຈິກນີ້, ພາຍ​ໃຕ້​ຫົວ​ຂໍ້ ພັນທະ ​ແລະ ໜ້າ​ທີ່ ຂອງ​ນະຄອນຫລວງອາ​ຊຽນ ໃນ​ພາລະ ກິດ​ການ​ເຊື່ອມ​ໂຍງ​ປະຊາ​ຄົມ​ອາ​ຊຽນ” ໂດຍແມ່ນນະຄອນຫລວງວຽງຈັນເປັນເຈົ້າພາບ, ​​ເຊິ່ງບັນດາ​ເຈົ້າ​ຄອງ​ໄດ້​ເຫັນ​ພ້ອມ ​ທີ່​ຈະ​ປະຕິບັດ​ພັນທະ​ໜ້າ​ທີ່​ຂອງ​ຕົນ​​ໃນ​ການ​ປະກອບສ່ວນ​ໃຫ້​ແກ່​ປະຊາ​ຄົມ​ອາ​ຊຽນ ກໍ​ຄື​ວິ​ໄສ​ທັດ​ອາ​ຊຽນຮອດ​ປີ 2025 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ຈະ​ເປັນ​ຜູ້​ນໍາ​ໜ້າ​ພາ​ທາງ ບັນ ດາ​ນະຄອນ ​ແລະ ​ແຂວງ​ອື່ນໆ​ຂອງ​ປະ​ເທດ​ຕົນ. ​ເພື່ອ​ນໍາ​ເອົາ​ຄຸນ​ນະພາ​ບຊີວິດ​ທີ່​ດີກ​ວ່າ​ ມາສູ່​ພົນລະ​ເມືອງ​ຂອງ​ນະຄອນຫລວງ​ອາ​ຊຽນ.

ຮອງ​ນາຍົກລັດຖະມົນຕີຄາດ​ຄະ​ເນ​ຮອດ​ປີ 2020 ​ເສດຖະກິດ​ລາວ​ຈຶ່ງ​ຈະ​ກັບ​ສູ່​ສະພາບ​ປົກກະຕິ

           ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ພາຍຫລັງກະຊວງການເງິນໄດ້ຄົ້ນຄວ້າວິໄຈສະພາບເສດຖະກິດຂອງປະເທດຢ່າງລະ ອຽດແລ້ວເຫັນວ່າໃນໄລຍະ 4 ປີຕໍ່ໜ້ານີ້ ຈະຕ້ອງໄດ້ປັບຫລຸດຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງໃນຂອບ 5 ປີເບື້ອງຕົ້ນແລະ ອັດຕາການຂາດດູນງົບປະມານກໍປັບສູງຂຶ້ນເລັກໜ້ອຍຕາມສະພາບການຕົວຈິງຄື: ​ໃນປີ 2017 ນີ້ການຂາດດູນຍັງຈະຢູ່ໃນລະດັບສູງສົມຄວນປະມານ 6,52% ຂອງ GDP, ​ເຊິ່ງສາເຫດພື້ນຖານແມ່ນມາຈາກແຜນລາຍຈ່າຍທີ່ໄດ້ມີການຮັບຮອງຈາກລັດຖະບານແລ້ວເປັນຕົ້ນການເພີ່ມດັດຊະນີເງິນເດືອນ, ​ເງິນອຸດໜູນເບ້ຍລ້ຽງນັກຮຽນ-ນັກສຶກສາ, ​ເງິນອຸດໜູນນາຍ ບ້ານແລະ ອື່ນໆ, ​ເຊິ່ງເປັນລາຍຈ່າຍທີ່ມີຄວາມຈຳເປັນຕ້ອງ

ປີ 2017 ລາວ​ມີ​ແຜນ​ສ້າງ​ກັນ​ຕາ​ຝັ່ງ​ເຈື່ອນ 4 ຈຸດ ຍາວ 3 ພັນ​ກວ່າ​ແມັດ

            ກະຊວງໂຍທາທິການແລະ ຂົນສົ່ງໃຫ້ຮູ້ວ່າ: ​ໃນປີ 2017 ນີ້, ຂະແໜງການຂອງຕົນມີແຜນກໍ່ສ້າງປ້ອງກັນຕາຝັ່ງເຈື່ອນທີ່ເປັນບູລິມະສິດຮີບດ່ວນທັງໝົດ 4 ຈຸດ ຄື​: ບ້ານຍາງຄຳເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ມີຄວາມຍາວ 520 ​ແມັດ ໃນມີມູນຄ່າ 13,83 ຕື້ກີບ, ​ເຂດບ້ານຈອມແກ້ວເມືອງແກ່ນທ້າວແຂວງໄຊຍະບູລີ ມີຄວາມຍາວ 1.100 ​ແມັດ ມູນຄ່າກໍ່ສ້າງປະມານ 16 ຕື້ກວ່າກີບ, ບ້ານນາຂ່າ​​ເໜືອເມືອງທ່າພະບາດແຂວງບໍລິຄຳໄຊ ມີຄວາມຍາວ 820 ​​ແມັດ ລວມມີມູນຄ່າກໍ່ສ້າງຫລາຍກວ່າ 8,8 ຕື້ກີບແລະເຂດບ້ານໂພນສັນເມືອງທ່າພະບາດແຂວງບໍລິຄຳໄຊເຊັ່ນກັນ ມີຄວາມຍາວ 700 ​ແມັດໃນມູນຄ່າກໍ່ສ້າງປະມານ 24 ຕື້ກວ່າກີບ.

ໂຄງການໂຮງໝໍລາວ-ສະວິດມອບອຸປະກອນການແພດໃຫ້ໂຮງໝໍ​ແມ່ ​ແລະ ​ເດັກມີມູນຄ່າຫລາຍກວ່າ 8 ຕີ້ກີບ

          ໂຄງການໂຮງໝໍລາວ-ສະວິດ,ໄດ້ນໍາອຸປະກອນ ແລະ ເຄື່ອງມືການແພດເຊັ່ນ: ເຄື່ອງເອໂກ ,ຕູ້ອົບເດັກນ້ອຍເກີດໃໝ່, ຕຽງສໍາລັບເກີດລູກ, ເຄື່ອງຕິດຕາມການເຕັ້ນຂອງຫົວໃຈເດັກ, ຕຽງນອນອຸ່ນແລະເຄື່ອງມືທາງການແພດທີ່ທັນສະໄໝອີກຫຼາຍຢ່າງລວມມີມູນຄ່າຫລາຍກວ່າ 1 ລ້ານໂດລາສະຫະ ລັດ ຫລື ປະມານ 8 ຕື້ກວ່າກີບ,ໃຫ້ແກ່ໂຮງໝໍແມ່ ແລະ ເດັກແດງຫລັງໃໝ່,​ ເພື່ອນຳໄປແຈກຢາຍໃຫ້ໂຮງໝໍ​​ເມືອງທີ່ທຸກຍາກຂາດເຂີນຈຳນວນໜຶ່ງ, ຊຶ່ງພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 15 ພະຈິກນີ້ທີ່ໂຮງໝໍດັ່ງກ່າວລະຫວ່າງທ່ານ  Dr Marion Monkhoff ຮອງປະທານໂຄງການໂຮງໝໍລາວ-ສະວິດ ແລະ ທ່ານ ສຸວັນນະເຮືອງ ສົມບູນ ຮອງອໍານວຍການໂຮງໝໍແມ່ແລະ ເດັກ.

ຈົ່ງເອົາໃຈໃສ່ຕໍ່​ການ​ເກັບ​ກ່ຽວມ້ຽນ​ມັດ​ຜົນ​ຜະລິດ​ລະດູຝົນ ແລະ ກະກຽມ​ການ​ຜະລິດ​ລະດູ​ແລ້ງໃຫ້ດີ

          ໃນໄລຍະການຜະລິດລະດູຝົນຜ່ານມານີ້, ມີຫລາຍທ້ອງຖິ່ນໄດ້ຮັບຜົນກະທົບຈາກໄພທໍາມຊາດເຊັ່ນ: ໄພແຫ້ງແລ້ງໃນຊ່ວງຕົ້ນລະດູ, ເກີດມີນໍ້າຖ້ວມຊ່ວງການຈະເລີນເຕີບໂຕຂອງຕົ້ນເຂົ້າ ແລະ ເກີດມີສັດຕູພືດລະບາດໃນບາງແຂວງ, ແຕ່ຊາວກະສິກອນກໍສາມາດປົກປັກຮັກສາຜົນຜະລິດຂອງຕົນໄວ້ເປັນຢ່າງດີ ແລະ ມາຮອດປັດຈຸບັນນີ້, ຊາວກະສິກອນສາມາດເກັບກ່ຽວມ້ຽນມັດຜົນຜະລິດເຂົ້ານາປີໄດ້ແລ້ວຫຼາຍກວ່າ 50% ຂອງເນື້ອທີ່ປັກດຳ​ 770.133 ເຮັກຕາ ຊຶ່ງຄາດວ່າຈະສໍາເລັດໃນທ້າຍເດືອນພະຈິກ 2016 ນີ້. ເພື່ອ​ກະກຽມຄວາມພ້ອມເຂົ້າ​ສູ່​​ການ​ຜະລິດ​ລະດູ​ແລ້ງ 2017 ​ໃຫ້​ເປັນ​ຂະ​ບວນ ແລະ ທວງທັນ

ລາວ-ອີຢູເພີ່ມທະວີການຮ່ວມມືປັບປຸງຄຸນນະພາບການສຶກສາຊັ້ນສູງ


        ວັນທີ 15 ພະຈິກນີ້, ສະຫະພາບເອີຣົບ ປະຈຳລາວ ຮ່ວມກັບ ມະຫາວິທະຍາໄລ ແຫ່ງຊາດ, ໄດ້ຈັດກອງປະຊຸມປຶກສາຫາລືການຮ່ວມມືພັດທະນາການສຶກສາຊັ້ນສູງຄັ້ງທີ 2, ໂດຍການເຂົ້າຮ່ວມຂອງທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ເລໂອ ຟາແບ໋ກ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳລາວ ແລະ ຜູ້ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນຈຳນວນຫລາຍ.
          ກອງປະຊຸມຕ່າງກໍໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະກສົບການຕ່າງໆຊຶ່ງກັນ ແລະ

ລາວ​ຫາລື​ການ​ພັດທະນາ​ຫລັກສູ​ດ​ເຕັກ​ໂນ​ໂລ​ຊີ-ນະ​ວັດຕະ​ກຳ

          ວິຊາການຈາກກະຊວງວິທະຍາສາດແລະເຕັກໂນໂລຊີ, ກະຊວງສຶກສາທິການແລະ ກິລາແລະ ມະຫາວິທະຍາໄລແຫ່ງຊາດໄດ້ຮ່ວມກັນປຶກສາຫາລືໂຄງການຄົ້ນຄວ້າແລະ ພັດທະນາຫລັກ ສູດການຮຽນ-ການສອນດ້ານເຕັກໂນໂລຊີແລະ ນະວັດຕະກຳການສ້າງຫ້ອງຮຽນວິທະຍາສາດເຕັກໂນໂລຊີວິສະວະກຳແລະ ຄະນິດສາດໃນໂຮງຮຽນ” ​ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກອງທຶນຄົ້ນຄວ້າວິທະຍາສາດ.
               ທ່ານ ສຸມານະ ຈູນລະມະນີ ຫົວໜ້າກົມເຕັກໂນໂລຊີແລະ ນະວັດຕະກຳ ກະຊວງວິທະ ຍາສາດແລະເຕັກໂນໂລຊີ ທັງເປັນປະທານກອງປະຊຸມປຶກສາຫາລືຄັ້ງນີ້​​ ກ່າວວ່າ: ​ໃນຍຸກໂລກາພິວັດ,

ອີທີແອລມອບ​ເງິນ​ລາງວັນ​ໃຫ້​ນາງ​ແບບ​ປະຕິທິນອີ​ທີ​ແອ​ລ 2017

          ​​ພິທີມອບລາງວັນສົມມະນາບຸນຄຸນໃຫ້ນາງແບບປະຕິທິນອີທີແອລ ປະຈຳປີ 2017,​ ພ້ອມທັງຈັດກິດຈະກຳຕ່າງໆໃຫ້ລູກຄ້າທຸກຄົນທີ່ເຂົ້າໄປໃຊ້ບໍລິການ​​ຊື້ໂທລະສັບ, ຊື້ບັດເຕີມເງິນແລະ ເບີໂທ, ພ້ອມຮັບຂອງແຖມເປັນຄັນຮົ່ມ, ປະຕິທິນ ແລະ ອື່ນໆ, ໄດ້ມີຂຶ້ນທີ່ຮ້ານວາງສະແດງຜະລິດຕະພັນຂອງບໍລິສັດ, ເນື່ອງໃນໂອກາດບຸນນະມັດສະການພະທາດຫລວງວຽງຈັນ, ​ໂດຍທ່ານ ສະຫວັນ ລາດສະດີ ຮອງຜູ້ອຳນວຍການໃຫຍ່ບໍລິສັດດັ່ງກ່າວ ໄດ້ມອບເງິນໃຫ້ນ້ອງນາງສາວປະຕິທິນ ຈຳນວນ 4 ນາງສາວ, ຜູ້ລະ 5 ລ້ານກີບ ລວມເປັນ 20 ລ້ານກີບ, ພ້ອມທັງ​​ຜະລິດຕະພັນຈາກອີທີແອລຢ່າງຫລວງ ຫລາຍ. ​ໃນໂອກາດນີ້

ສະພາຮັບຮອງເອົາກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາ

          ເຊົ້າວັນທີ 15 ພະຈິກນີ້, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8, ພາຍໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນສະບັບປັບ ປຸງ, ຊຶ່ງໄດ້ກຳນົດເຂົ້າໃໝ່ 3 ພາກ, 6 ໝວດ, 58 ມາດຕາ, ຊຶ່ງໄດ້ມີການປັບປຸງ 27 ມາດຕາ ແລະ ຮັກ ສາໄວ້ 18 ມາດຕາ ແລະ ເຖິງວ່າການຈັດຕັ້ງປະຕິບັດໃນຜ່ານມາມີຄວາມເປັນລະບົບ, ລະບຽບ ແລະ ມີປະສິດທິຜົນເປັນຢ່າງດີ, ແຕ່ເນື່ອງຈາກມີການປັບປຸງລັດ ຖະທຳມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ໂດຍ